18/08/2021
ຕໍ່ກັບການແກ້ບັນຫາລັດວິສາຫະກິດ ໄລຍະຕໍ່ໜ້າ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ກ່າວຢໍ້າຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ:
“ນັບແຕ່ນີ້ເປັນຕົ້ນໄປ ສໍາລັບລັດວິສາຫະກິດໃດທີ່ເປັນຍຸດທະສາດ ຜູ້ອໍານວຍການລັດວິສາຫະກິດນັ້ນຈະແມ່ນລັດຖະກອນ, ສ່ວນຜູ້ທີ່ຈະເປັນຮອງອໍານວຍການຈະຈ້າງຄົນທີ່ເປັນມືອາຊີບມາເຮັດ, ຖ້າເຮັດບໍ່ໄດ້ຈະໄລ່ອອກ. ນອກຈາກນີ້, ລັດວິສາຫະກິດໃດທີ່ບໍ່ແມ່ນຍຸດທະສາດທົ່ວໄປ ແມ່ນໃຫ້ປະທານສະພາກອງປະຊຸມສະພາລັດວິສາຫະກິດເປັນຜູ້ເລືອກ ແລະ ປົດຕໍາແໜ່ງເອງ, ບໍ່ແມ່ນໃຫ້ລັດຖະມົນຕີໄປເລືອກອີກຕໍ່ໄປ.”