100 Market think

100 Market think ຈະແຊຣທຸກຢ່າງທີ່ ຂ້ອຍເສບ ກ່ຽວກັບການຕະຫຼາດ ການບໍລິຫານທຸລະກິດ ແລະ ແບຣນດິງ

ຮູ້ແບບນີ້ກໍເຂົ້າໃຈທຸກຄົນ... ຮູ້ແບບນີ້ກໍປ່ອຍວາງໄດ້ 🍃"ເຮົາມັກຈະຕັດສິນຄົນອື່ນດ້ວຍຄວາມເຊື່ອຂອງເຮົາ ໂດຍລືມທີ່ຈະສຶກສາບໍລິບົດ ຫ...
13/05/2026

ຮູ້ແບບນີ້ກໍເຂົ້າໃຈທຸກຄົນ... ຮູ້ແບບນີ້ກໍປ່ອຍວາງໄດ້ 🍃

"ເຮົາມັກຈະຕັດສິນຄົນອື່ນດ້ວຍຄວາມເຊື່ອຂອງເຮົາ ໂດຍລືມທີ່ຈະສຶກສາບໍລິບົດ ຫຼື ທຳຄວາມເຂົ້າໃຈອະດີດຂອງເຂົາເຈົ້າ...

ເພາະຖ້າເຮົາລອງເປີດໃຈສຶກສາແທ້ໆ ເຮົາຈະພົບວ່າຄົນແຕ່ລະ Generation ລ້ວນແຕ່ມີ 'ເຫດຜົນຂອງຕົນເອງ' ທີ່ຖ້າເຮົາລອງໄປຢືນຢູ່ຈຸດນັ້ນ ມັນກໍເປັນເຫດຜົນທີ່ຟັງຂຶ້ນສະເໝີ"

#ພັດທະນາຕົນເອງ

🛑 ເຊົາສົງໄສວ່າ "ເປັນຫຍັງລູກນ້ອງຄືລາອອກຫຼາຍ?" ຖ້າຍັງແກ້ບໍ່ຖືກຈຸດ!ຫຼາຍອົງກອນກຳລັງເຈິວິກິດ "ພະນັກງານໄຫຼອອກ" ຄືນ້ຳຖ້ວມ. ຜູ້ບ...
22/04/2026

🛑 ເຊົາສົງໄສວ່າ "ເປັນຫຍັງລູກນ້ອງຄືລາອອກຫຼາຍ?" ຖ້າຍັງແກ້ບໍ່ຖືກຈຸດ!
ຫຼາຍອົງກອນກຳລັງເຈິວິກິດ "ພະນັກງານໄຫຼອອກ" ຄືນ້ຳຖ້ວມ. ຜູ້ບໍລິຫານຫຼາຍຄົນມັກຄິດວ່າເປັນຍ້ອນ "ເງິນ" ຢ່າງດຽວ ຫຼື ພະນັກງານ "ບໍ່ມີຄວາມອົດທົນ"... ແຕ່ຄວາມຈິງແລ້ວ ມັນມີສິ່ງທີ່ເລິກເຊິ່ງກວ່ານັ້ນ.

🎯 "ບໍ່ຕ້ອງພະຍາຍາມໃຫ້ລູກນ້ອງຮັກໃນໂຕເຮົາ ແຕ່ໃຫ້ພວກເຂົາຮັກໃນວຽກທີ່ເຮັດ"

ນີ້ຄືປະໂຫຍກເຕືອນສະຕິທີ່ດີທີ່ສຸດ! ເພາະ:

1. ລູກນ້ອງບໍ່ໄດ້ມາຫາເພື່ອນແທ້: ເຂົາມາເພື່ອສ້າງຜົນງານ ແລະ ຄວາມກ້າວໜ້າ. ຖ້າລະບົບວຽກດີ, ຊັດເຈນ, ແລະ ມີຄຸນຄ່າ ເຂົາຈະຢາກຢູ່ຕໍ່ເອງໂດຍທີ່ເຮົາບໍ່ຕ້ອງໄປບັງຄັບໃຫ້ເຂົາມາມັກນິໄສສ່ວນໂຕຂອງເຮົາ.

2. Toxic Boss ບໍ່ແມ່ນແຕ່ຄົນປາກຮ້າຍ: ແຕ່ແມ່ນຫົວໜ້າທີ່ "ບໍ່ມີລະບົບ", "ມັກໃຊ້ສິດເໜືອເຫດຜົນ" ແລະ "ບໍ່ເຫັນຫົວຄົນເຮັດວຽກ".

3. ພາລະກິດທຳອິດຂອງຫົວໜ້າ: ຄືການສ້າງ "ສະພາບແວດລ້ອມ" ທີ່ເຮັດໃຫ້ຄົນເກັ່ງຢາກສະແດງຝີມື ບໍ່ແມ່ນການສ້າງ "ລູກສະໝຸນ" ທີ່ຄອຍແຕ່ຍ້ອງຍໍ.

💡 ສະຫຼຸບ: ຄົນລາອອກບໍ່ໄດ້ແປວ່າເຂົາກຽດຊັງບໍລິສັດສະເໝີໄປ ແຕ່ບາງທີເຂົາແຕ່ "ໝົດຫວັງ" ກັບການບໍລິຫານທີ່ບໍ່ຕອບໂຈດຊີວິດ. ຢາກໃຫ້ຄົນຢູ່ຕໍ່? ເລີກໂຟກັດທີ່ການ "ຄຸມຄົນ" ແລ້ວມາໂຟກັດທີ່ການ "ສ້າງລະບົບວຽກໃຫ້ມັນເປັນໜ້າຮັກ" ດີກວ່າ!

#ພັດທະນາຕົນເອງ #ແນວຄິດຜູ້ນຳ #ມັນຄືພາລະກິດທຳອິດຂອງຫົວໜ້າ

Address

ສີສະຫວາດ
Vientiane
0100

Telephone

+8562095275468

Website

Alerts

Be the first to know and let us send you an email when 100 Market think posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to 100 Market think:

Shortcuts

Share