13/06/2026
📱 9 AI ໃຊ້ງ່າຍໃນມືຖື ທີ່ຄວນມີຕິດເຄື່ອງ
1. Gemini (ຜູ້ຊ່ວຍ AI ຈາກ Google)
ຄວາມສາມາດ: ຕອບຄຳຖາມ, ສະຫລຸບເອກະສານ, ຂຽນບົດຄວາມ, ຄິດໄອເດຍຄອນເທນ ແລະ ວິເຄາະຮູບພາບ.
ເໝາະສຳລັບ: ນັກຮຽນ, ຄູ-ອາຈານ, ນັກການຕະຫຼາດ ແລະ ຄົນເຮັດວຽກທົ່ວໄປ.
2. ChatGPT (AI ອະເນກປະສົງ)
ຄວາມສາມາດ: ຂຽນຄອນເທນ, ຂຽນສະຄຣິບວິດີໂອ, ແປພາສາ, ສ້າງ Prompt ແລະ ຊ່ວຍວາງແຜນທຸລະກິດ.
ເໝາະສຳລັບ: Creator, YouTuber, ນັກການຕະຫຼາດ ແລະ ເຈົ້າຂອງທຸລະກິດ.
3. Claude (AI ເດັ່ນດ້ານການອ່ານ ແລະ ວິເຄາະຂໍ້ມູນ)
ຄວາມສາມາດ: ສະຫລຸບຟາຍ PDF, ວິເຄາະເອກະສານຍາວໆ, ຂຽນບົດຄວາມເຊີງເລິກ ແລະ ຊ່ວຍວຽກວິໄຈ.
ເໝາະສຳລັບ: ນັກວິໄຈ, ຄູ-ອາຈານ ແລະ ນັກສຶກສາ.
4. Manus (AI Agent ເຮັດວຽກແທນຄົນ)
ຄວາມສາມາດ: ຄົ້ນຫາຂໍ້ມູນຈາກຫຼາຍເວັບໄຊ, ສ້າງລາຍງານອັດຕະໂນມັດ, ວິເຄາະຄູ່ແຂ່ງ ແລະ ເຮັດວຽກຫຼາຍຂັ້ນຕອນຕໍ່ເນື່ອງກັນໄດ້.
ເໝາະສຳລັບ: ເຈົ້າຂອງທຸລະກິດ ແລະ ນັກວິເຄາະຂໍ້ມູນ.
5. Perplexity (AI ຄົ້ນຫາຂໍ້ມູນພ້ອມແຫຼ່ງອ້າງອີງ)
ຄວາມສາມາດ: ຄົ້ນຫາຂໍ້ມູນອັບເດດລ່າສຸດ, ສະຫລຸບຂ່າວ, ຄົ້ນຄວ້າວຽກວິໄຈ ແລະ ຫາຄຳຕອບພ້ອມແນບລິ້ງອ້າງອີງ.
ເໝາະສຳລັບ: ຄົນທີ່ຕ້ອງການຂໍ້ມູນທີ່ຖືກຕ້ອງ, ແມ້ນຢຳ ແລະ ວ່ອງໄວ.
6. NotebookLM (AI ຜູ້ຊ່ວຍສະຫລຸບເອກະສານ)
ຄວາມສາມາດ: ອັບໂຫລດ PDF, ສະຫລຸບເນື້ອຫາອັດຕະໂນມັດ, ສ້າງ Podcast AI ແລະ ຖາມ-ຕອບຈາກຂໍ້ມູນໃນເອກະສານຂອງເຮົາເອງໄດ້.
ເໝາະສຳລັບ: ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ນັກວິໄຈ.
7. HeyGen (ສ້າງວິດີໂອ AI ແບບມືອາຊີບ)
ຄວາມສາມາດ: ສ້າງ Avatar AI ເວົ້າແທນເຮົາ, ແປວິດີໂອໄດ້ຫຼາຍພາສາ, Clone (ກັອບປີ້) ສຽງ ແລະ ເຮັດວຽກວິດີໂອຂາຍສິນຄ້າ.
ເໝາະສຳລັບ: Creator, ສາຍ Affiliate ແລະ ນັກການຕະຫຼາດ.
8. Kling AI (AI ສ້າງວິດີໂອຈາກຂໍ້ຄວາມ ແລະ ພາບ)
ຄວາມສາມາດ: ປ່ຽນຂໍ້ຄວາມເປັນວິດີໂອ (Text-to-Video), ປ່ຽນຮູບພາບເປັນວິດີໂອ (Image-to-Video), ສ້າງຄລິບສັ້ນໄວຣັລ ແລະ ເຮັດໂຄສະນາດ້ວຍ AI.
ເໝາະສຳລັບ: ຄົນເຮັດຄລິບລົງ TikTok, Reels ແລະ YouTube Shorts.
9. Suno (AI ສ້າງເພງອັດຕະໂນມັດ)
ຄວາມສາມາດ: ແຕ່ງເພງຈາກຂໍ້ຄວາມ, ສ້າງດົນຕີປະກອບ, ສ້າງເພງໂຄສະນາ ແລະ ເຮັດເພງໃສ່ຄລິບວິດີໂອ.
ເໝາະສຳລັບ: Creator, ນັກດົນຕີ ແລະ ຄົນເຮັດຄອນເທນ.
💡 ສະຫລຸບພາບລວມ:
ສາຍງານເອກະສານ/ຂໍ້ມູນ/ຄິດໄອເດຍ: ແນະນຳ Gemini, ChatGPT, Claude, Perplexity ແລະ NotebookLM.
ສາຍລຸຍວຽກອັດຕະໂນມັດ: ແນະນຳ Manus.
ສາຍມັນຕິມີເດຍ (ພາບ, ສຽງ, ວິດີໂອ): ແນະນຳ HeyGen, Kling AI ແລະ Suno.