20/10/2024
ຕົວອັກສອນນີ້ຖືກອອກແບບມາເພື່ອສ້າງຄວາມແຕກຕ່າງ ແລະ ເປັນເອກະລັກ ດ້ວຍເສັ້ນໂຄ້ງທີ່ບໍ່ສົມມາດ ແລະ ລາຍລະອຽດທີ່ປານີດ. ການເພີ່ມ semi-serif (mini 🤣🤣) ໃຫ້ກັບທຸກຕົວອັກສອນ ນຳມາເຊິ່ງຄວາມ premium, ດູດີ, ໜ້າເຊື່ອຖື, ແລະ ມີຄວາມເປັນຜູ້ໃຫຍ່. ນອກນີ້ຍັງຊ່ວຍເພີ່ມມິຕິ ແລະ ຄວາມໜ້າສົນໃຈໃຫ້ກັບຕົວອັກສອນ.
ໂດຍສະເພາະຕົວ "ຍ" ທີ່ມີການຕັດມຸມພິເສດທີ່ 16 ອົງສາ ຢູ່ຈຸດຂອດ ຫຼື ເສັ້ນທາງກາງ, ເບິ່ງຄ້າຍຄືຕົວອັກສອນກຳລັງສົ່ງຮອຍຍິ້ມໃຫ້ກັບຜູ້ອ່ານ. ລັກສະນະນີ້ຊ່ວຍສ້າງຄວາມຮູ້ສຶກທີ່ເປັນເອກະລັກ, ໜ້າຈົດຈຳ, ແລະ ຍັງຊ່ວຍປັບພາບລັກຊຸດຕົວອັກສອນໃຫ້ດູຜ່ອນຄາຍ ແລະ ເປັນມິດຫຼາຍຂຶ້ນ.
ດ້ວຍລັກສະນະທີ່ໂດດເດັ່ນເຫຼົ່ານີ້, ຕົວອັກສອນດັ່ງກ່າວຈຶ່ງເໝາະສຳລັບການນຳໄປໃຊ້ໃນງານອອກແບບທີ່ຕ້ອງການສ້າງຄວາມໂດດເດັ່ນ, ແຕກຕ່າງ, ແລະ ມີເອກະລັກສະເພາະຕົວ.
ສ້າງສັນໂດຍ: Saonatype