KMI Consulting & Marketing ການຕະຫຼາດອອນໄລນ໌

KMI Consulting & Marketing ການຕະຫຼາດອອນໄລນ໌ Contact information, map and directions, contact form, opening hours, services, ratings, photos, videos and announcements from KMI Consulting & Marketing ການຕະຫຼາດອອນໄລນ໌, Internet Marketing Service, Vientiane, Vientiane.

📊✨️ແບ່ງປັນບົດຄວາມການຕະຫຼາດທີ່ທ່ານຄວນຮູ້✨️
🖥⌨️🖱 ຮັບເຮັດການຕະຫຼາດອອນໄລນ໌ 🤲🏻🤝🏻🫶🏻
🎯ເພຈຂາຍເຄື່ອງ, ເພຈບໍລິສັດ, ເພຈທຸລະກິດ, ຫາກທ່ານຕ້ອງການ ການອອກແບບທີ່ເພີ່ມມູນຄ່າການໂຄສະນາສິນຄ້າ ແລະ ບໍລິການຂອງທ່ານ ທັກຫາໄດ້ເລີຍ📲📲

🎉🎉ຊົມເຊີຍ ວັນຊາດ ທີ່ 2 ທັນວາ ຄົບຮອບ 50 ປີ ຢ່າງສຸດໃຈ✨️✨️ (02/12/1975 - 02/12/2025)👏🏻ຂໍຊົມເຊີຍ ແລະ ອວຍພອນໄຊແດ່ບັນດາຜູ້ນຳພັ...
02/12/2025

🎉🎉ຊົມເຊີຍ ວັນຊາດ ທີ່ 2 ທັນວາ ຄົບຮອບ 50 ປີ ຢ່າງສຸດໃຈ✨️✨️ (02/12/1975 - 02/12/2025)
👏🏻ຂໍຊົມເຊີຍ ແລະ ອວຍພອນໄຊແດ່ບັນດາຜູ້ນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງຊາວລາວເຮົາທຸກຄົນ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດ ແລະ ຈະເລີນກ້າວໜ້າໃນໜ້າທີ່ຕ່າງໆ🇱🇦🇱🇦

👀ແຈກ Prompt ທີ່ກຳລັງເປັນກະແສຢູ່ໃນຕອນນີ້ ✨️1️⃣ ເຂົ້າໄປທີ່ແອັບ Gemini ຫຼື ຈະເຂົ້າຜ່ານທາງGOOGLEກະໄດ້.2️⃣ ນຳໃຊ້ Prompt ລຸ່ມນ...
01/09/2025

👀ແຈກ Prompt ທີ່ກຳລັງເປັນກະແສຢູ່ໃນຕອນນີ້ ✨️
1️⃣ ເຂົ້າໄປທີ່ແອັບ Gemini ຫຼື ຈະເຂົ້າຜ່ານທາງGOOGLEກະໄດ້.
2️⃣ ນຳໃຊ້ Prompt ລຸ່ມນີ້:
Use the nano-banana model to create a 1/7 scale commercialized figure of the character in the illustration, in a realistic style and environment. Place the figure on a computer desk, using a circular transparent acrylic base without any text.
On the computer screen, display the ZBrush modeling process of the figure. Next to the computer screen, place a BANDAI-style toy packaging box printed with the original artwork.
3️⃣ ເລືອກຮູບທີ່ເຮົາຕ້ອງການ

ພຽງເຮັດ3ຂັ້ນຕອນນີ້ ເຮົາກໍ່ຈະໄດ້ຮູບທີ່ກຳລັງເປັນກະແສລົງໃນTiktok/facebookຂອງເຮົາແລ້ວ ລອງໄປເຮັດກັນເບິ່ງເດີ້ ☺️🎀🎁


"October & November schedules are now available. Thank you for choosing us as your trusted partner in achieving business...
25/08/2025

"October & November schedules are now available. Thank you for choosing us as your trusted partner in achieving business success.”

☎️Contact for work: 020 56 668 351
💻Inbox: m.me//kmiconsultingmarketing

⁉️ຢາກມີຮູບສິງໂຕປິດປາກໂຕເອງບໍ? ມາໆຫຼິ້ນນຳກັນ 😂📱ເຮັດຕາມຂັ້ນຕອນຕໍ່ໄປນີ້:1. ເປີດ ChatGPT 2. ອັບໂຫລດຮູບຂອງໂຕເອງ3. ພິມ Prompt ...
18/07/2025

⁉️ຢາກມີຮູບສິງໂຕປິດປາກໂຕເອງບໍ? ມາໆຫຼິ້ນນຳກັນ 😂
📱ເຮັດຕາມຂັ້ນຕອນຕໍ່ໄປນີ້:
1. ເປີດ ChatGPT
2. ອັບໂຫລດຮູບຂອງໂຕເອງ
3. ພິມ Prompt ໂຕນີ້ລົງໄປ ຈະມີທັງຂອງຜູ້ຊາຍ ແລະ ຜູ້ຍິງເດີ້.
---
✴️ສຳລັບຜູ້ຊາຍໃຊ້ Prompt ລຸ່ມນີ້⤵️
"A young man (use facial description from the uploaded image) with wide blue eyes, wearing a white hoodie and holding a smartphone, stands in front of a vibrant yellow-orange gradient background. A large lion with a majestic mane is perched behind him, placing one paw over the man's mouth and holding a clawed finger to its lips in a "shh" gesture. The image has a surreal and humorous tone, blending realism with fantasy."
---
✴️ສຳລັບຜູ້ຍິງໃຊ້ Prompt ໂຕນີ້ເດີ້⤵️
"A young woman (use facial description from the uploaded image) with wide blue eyes, wearing a white hoodie and holding a smartphone, stands in front of a vibrant yellow-orange gradient background. A large lion with a majestic mane is perched behind her, placing one paw over the woman's mouth and holding a clawed finger to its lips in a "shh" gesture. The image has a surreal and humorous tone, blending realism with fantasy."

💙ໃຜເຮັດເປັນແລ້ວ Show ໃຕ້ຄອມເມັ້ນໃຫ້ແອັດເບິ່ງແນ່ເດີ້ 🤓


KMI Consulting & Marketing ການຕະຫຼາດອອນໄລນ໌

💙ກຳລັງໃຈ…ເບິ່ງບໍ່ເຫັນ...ຈັບຕ້ອງບໍ່ໄດ້❌️✅️ແຕ່ເມື່ອມີມັນ, ມັນກໍ່ສາມາດພັກດັນເຮົາໃຫ້ໄປໄດ້ໄກກວ່າທີ່ຄິດ...💪🏻💪🏻☝🏻ບາງຄັ້ງບໍ່ໄດ້ຂ...
18/07/2025

💙ກຳລັງໃຈ…ເບິ່ງບໍ່ເຫັນ...ຈັບຕ້ອງບໍ່ໄດ້❌️
✅️ແຕ່ເມື່ອມີມັນ, ມັນກໍ່ສາມາດພັກດັນເຮົາໃຫ້ໄປໄດ້ໄກກວ່າທີ່ຄິດ...💪🏻💪🏻

☝🏻ບາງຄັ້ງບໍ່ໄດ້ຂາດຄວາມສາມາດ
🤏🏻ແຕ່ຂາດ “ແຮງໃຈ” ທີ່ຈະລຸກຂຶ້ນສູ້ຕໍ່

🫴🏻ເພາະສະນັ້ນ, ຢ່າເບິ່ງຂ້າມພະລັງງຽບໆ ທີ່ເອີ້ນວ່າ “ກຳລັງໃຈ” ເພາະມັນຄືເຊື້ອເພີງສຳຄັນຂອງຄວາມສຳເລັດທຸກເລື່ອງໃນຊີວິດ.


KMI Consulting & Marketing ການຕະຫຼາດອອນໄລນ໌
#ຄຳຄົມ #ໃຫ້ຂໍ້ຄິດ #ຄິດໄດ້ #ສ້າງກຳລັງໃຈ #ແຮງຈູງໃຈ

Pricing Strategy ໃນໂລກຂອງການແຂ່ງຂັນ ລາຄາເປັນໂຕແປທີ່ຊົງພະລັງທີ່ສຸດ.🟦   ລາຄາເປັນຫຼາຍກວ່າໂຕເລກເທິງປ້າຍສິນຄ້າ.💸ໃນມຸມມອງຂອງລູ...
17/07/2025

Pricing Strategy ໃນໂລກຂອງການແຂ່ງຂັນ ລາຄາເປັນໂຕແປທີ່ຊົງພະລັງທີ່ສຸດ.
🟦 ລາຄາເປັນຫຼາຍກວ່າໂຕເລກເທິງປ້າຍສິນຄ້າ.

💸ໃນມຸມມອງຂອງລູກຄ້າ ລາຄາບໍ່ແມ່ນພຽງຈຳນວນເງິນທີ່ຈ່າຍອອກໄປ ແຕ່ຄື “ສິ່ງທີ່ຕ້ອງແລກ” ເພື່ອໃຫ້ໄດ້ປະໂຫຍດຈາກສິນຄ້າເຊັ່ນ: ຄວາມສະດວກ, ຄວາມແຊບ ຫຼື ພາບລັກບາງຢ່າງທີ່ມາພ້ອມແບຣນ.

📊ໃນທາງການຕະຫຼາດ ລາຄາຄືຈຸດເຊື່ອມລະຫວ່າງຄຸນຄ່າທີ່ແບຣນສ້າງ ກັບລາຍໄດ້ທີ່ທຸລະກິດໄດ້ຮັບ. ນັກການຕະຫຼາດທີ່ເຂົ້າໃຈເລື່ອງນີ້ ຈະບໍ່ຕັ້ງລາຄາແບບເດົາສຸ່ມ ແຕ່ຕັ້ງບົນພື້ນຖານຄວາມເຂົ້າໃຈລູກຄ້າຢ່າງແທ້ຈິງ.

🟦 ກົນລະຍຸດການຕັ້ງລາຄາຫຼັກ 3 ແບບ.

🤏🏻ການຕັ້ງລາຄາທີ່ດີ ຕ້ອງຢູ່ລະຫວ່າງຢ່າ “ຕ່ຳເກີນໄປຈົນຂາດທຶນ” ກັບ “ສູງເກີນໄປຈົນບໍ່ມີຄົນຊື້” ເຊິ່ງກົນລະຍຸດທີ່ນິຍົມໃຊ້ ແບ່ງອອກໄດ້ເປັນ 3 ແບບໃຫຍ່ໆຄື:

1️⃣ຕັ້ງລາຄາຕາມຄຸນຄ່າທີ່ລູກຄ້າເຫັນ (Customer Value–Based Pricing)

2️⃣ຕັ້ງລາຄາຕາມຕົ້ນທຶນ (Cost–Based Pricing)

3️⃣ຕັ້ງລາຄາຕາມຄູ່ແຂ່ງ (Competition–Based Pricing)

☝🏻ແຕ່ລະແບບມີຂໍ້ດີຂໍ້ເສຍ ແລະ ຈຸດເໝາະສົມທີ່ແຕກຕ່າງກັນໄປຕາມແບຣນ ແລະ ກຸ່ມເປົ້າໝາຍ.

🟦 1️⃣ຕັ້ງລາຄາຕາມຄຸນຄ່າທີ່ລູກຄ້າເຫັນ (Customer Value–Based Pricing).

🫴🏻ແນວຄິດນີ້ເລີ່ມຈາກມຸມມອງລູກຄ້າ ບໍ່ແມ່ນຕົ້ນທຶນຂອງທຸລະກິດ ບໍລິສັດຈະກຳນົດລາຄາຕາມສິ່ງທີ່ລູກຄ້າ “ຮູ້ສຶກວ່າສິນຄ້ານັ້ນຄຸ້ມຄ່າຫຼາຍປານໃດ” ແລ້ວອອກແບບຜະລິດຕະພັນໃຫ້ຕອບໂຈດຄຸນຄ່ານັ້ນໃຫ້ໄດ້ຈິງ.
ລູກຄ້າຈະບໍ່ເບິ່ງວ່າລາຄາແພງ ຖ້າເຂົາຮູ້ສຶກວ່າໄດ້ຮັບຫຼາຍກວ່າເງິນທີ່ຈ່າຍ”

📝ຄວາມທ້າທາຍຄືການວັດ “ຄຸນຄ່າ”

ການວັດຄວາມຄຸ້ມຄ່າທີ່ລູກຄ້າຮູ້ ເປັນເລື່ອງຍາກກວ່າການຄຳນວນຕົ້ນທຶນເຊັ່ນ: ຮ້ານອາຫານ fine dining ອາດຮູ້ຕົ້ນທຶນວັດຖຸດິບເປ້ະ ແຕ່ບໍ່ສາມາດກຳນົດລາຄາພຽງຈາກກຸ້ງລັອບສະເຕີ້ ຫຼື ເນື້ອວາກິວ.

🤲🏻ເພາະສິ່ງທີ່ລູກຄ້າຊື້ ອາດເປັນປະສົບການຄວາມຜ່ອນຄາຍ ຫຼື ຄວາມພູມໃຈເວລາຖ່າຍຮູບອາຫານລົງ social ຄຸນຄ່າແບບນີ້ປ່ຽນໄປຕາມຄົນ ແລະ ບໍລິບົດ.

ຈື່ງບໍ່ຄວນເຂົ້າໃຈຜິດວ່າ “ຄຸ້ມຄ່າ” ແປວ່າ “ຕ້ອງຖືກສະເໝີ”

🟦 2️⃣ຕັ້ງລາຄາຕາມຕົ້ນທຶນ (Cost–Based Pricing).

🧏🏻‍♀️ແນວທາງນີ້ເລີ່ມຈາກຕົ້ນທຶນເຊັ່ນ: ຄິດລາຄາວັດຖຸດິບ, ຄ່າແຮງ, ຄ່າເຊົ່າສະຖານທີ່ ແລ້ວບວກອັດຕາກຳໄລເຂົ້າໄປ ລາຄາສຸດທ້າຍຈື່ງສະທ້ອນຕົ້ນທຶນທີ່ແທ້ຈິງຂອງການຜະລິດ.

🏠ຮ້ານອາຫານທີ່ໃຊ້ວິທີນີ້ມັກເນັ້ນຄວາມແນ່ນອນເຊັ່ນ : ຄ່າເຟ່ທີ່ສັ່ງນ້ຳໜັກກາເຟຕໍ່ແກ້ວ ຫຼື ແບຣນເຄື່ອງສຳອາງທີ່ຄວບຄຸມຕົ້ນທຶນບັນຈຸພັນແບບລະອຽດ.

🗼Model ນີ້ໃຊ້ໄດ້ດີໃນທຸລະກິດທີ່ຕົ້ນທຶນຄົງທີ່ ແລະ ສາມາດຄາດການຍອດຂາຍໄດ້ຄ່ອນຂ້າງແນ່ນອນ.

ຈັດການ “ຊ່ອງວ່າງລະຫວ່າງຕົ້ນທຶນກັບລາຄາ”

💙ຫົວໃຈສຳຄັນຂອງກົນລະຍຸດນີ້ ບໍ່ແມ່ນພຽງການບວກກຳໄລເຂົ້າໄປຈາກຕົ້ນທຶນ ແຕ່ຄືການຈັດການ“ສ່ວນຕ່າງ” ລະຫວ່າງຕົ້ນທຶນກັບລາຄາຂາຍໃຫ້ຄຸ້ມຄ່າ.

🟦 3️⃣ຕັ້ງລາຄາຕາມຄູ່ແຂ່ງ (Competition–Based Pricing)

☝🏻ກົນລະຍຸດນີ້ເລີ່ມຈາກເບິ່ງວ່າ “ຄົນອື່ນຂາຍລາຄາທີ່ເທົ່າໃດ” ແລ້ວນຳມາປຽບທຽບກັບສິ່ງທີ່ເຮົາມອບໃຫ້ລູກຄ້າ ຫາກສິນຄ້າຂອງເຮົາຄຸ້ມຄ່າກວ່າ ກໍ່ສາມາດຕັ້ງລາຄາສູງກວ່າໄດ້.

👕ໃນທຸລະກິດແຟຊັ່ນເຊັ່ນ: ເສື້ອຜ້າ Street ແບຣນຫຼາຍແບຣນຕັ້ງລາຄາຈາກພາບລັກເມື່ອທຽບກັບແບຣນເພື່ອນບ້ານ ຫາກລູກຄ້າເຫັນວ່າການປັກຫຍິບດີກວ່າ, ເນື້ອຜ້າດີກວ່າ, ຫຼື design ບໍ່ໂຫຼ ກໍ່ພ້ອມຈ່າຍແພງກວ່າໜ່ອຍໜື່ງ.

🔃ໃນທາງກັບກັນ ຖ້າຮູ້ວ່າຄູ່ແຂ່ງແກ່ງກວ່າ ອາດເລືອກຂ້າມຕະຫຼາດຫຼັກ ແລ້ວໄປຫາຕະຫຼາດສະເພາະທີ່ຍັງບໍ່ມີໃຜບໍລິການກໍ່ໄດ້.

✴️ຈຸດສຳຄັນຂອງການທຽບລາຄາ

👌🏻ການຕັ້ງລາຄາຕາມຄູ່ແຂ່ງ ບໍ່ແມ່ນພຽງ “ຕັ້ງໃຫ້ຖືກກວ່າ” ຫຼື “ຮຽນແບບລາຄາ” ແຕ່ຄືການເບິ່ງວ່າຄຸ່ນຄ່າທີ່ແບຣນເຮົາມອບໃຫ້ນັ້ນ ຢູ່ຈຸດໃດໃນໃຈລູກຄ້າເມື່ອທຽບກັບຄົນອື່ນ.

🤏🏻ອີກທາງໜື່ງຄື “ການຕັ້ງລາຄາແບບເພີ່ມຄຸນຄ່າ (Value-Added Pricing)” ທີ່ເນັ້ນການເພີ່ມບໍລິການເສີມເຊັ່ນ: ແບຣນເຄື່ອງດື່ມທີ່ໃຫ້ບໍລິການສົ່ງເຖິງບ້ານ ຫຼື ແບຣນເສື້ອຜ້າທີ່ມີລະບົບປ່ຽນ size ໃຫ້ຟຣີໃນຄັ້ງທຳອິດ ເພື່ອໃຫ້ລາຄາທີ່ສູງຂຶ້ນເບິ່ງຄຸ້ມຄ່າໃນມຸມລູກຄ້າ.

🟦 ສຸດທ້າຍລາຄາຄືກົນລະຍຸດ ບໍ່ແມ່ນພຽງໂຕເລກ.

🤓ນັກການຕະຫຼາດທີ່ເກັ່ງຈະບໍ່ຕັ້ງລາຄາດ້ວຍຄວາມຮູ້ສຶກ ຫຼື ເອົາຊະນະຄູ່ແຂ່ງພຽງຢ່າງດຽວ ແຕ່ຈະຕັ້ງລາຄາຢ່າງມີກົນລະຍຸດ ໂດຍຄຳນຶງເຖິງສິ່ງທີ່ລູກຄ້າໃຫ້ຄຸນຄ່າ ແລະ ສິ່ງທີ່ທຸລະກິດສາມາດສົ່ງມອບໄດ້ຈິງ.

🏷ລາຄາຈື່ງບໍ່ແມ່ນພຽງໂຕເລກເທິງປ້າຍສິນຄ້າແຕ່ມັນຄື “ເຄຶ່ອງຢືນຢັນ” ວ່າແບຣນເຂົ້າໃຈລູກຄ້າຫຼາຍຊ່ຳໃດ ແລະ ສາມາດປ່ຽນຄຸນຄ່າໃຫ້ກາຍເປັນລາຍໄດ້.

🫴🏻ຫຼັງວ່າບົດຄວາມນີ້ຈະເປັນໂຫຍດໃຫ້ໄດ້ຊວນຄິດກ່ຽວກັບການຕັ້ງລາຄາຂາຍຂອງທ່ານ 😊


KMI Consulting & Marketing ການຕະຫຼາດອອນໄລນ໌
#ການຕັ້ງງລາຄາ #ລາຄາ #ແນວຄວາມຄິດ #ນັກການຕະຫຼາດ

✍️🏻ມີຜູ້ປະກອບການຈຳນວນຫຼາຍທີ່ເລີ່ມຕົ້ນຈາກການເບິ່ງເຫັນໂອກາດໃນຕະຫຼາດ ແຕ່ມີບໍ່ເທົ່າໃດຄົນທີ່ເບິ່ງຈາກຝັ່ງລູກຄ້າແລ້ວເຫັນປັນຫາທີ...
16/07/2025

✍️🏻ມີຜູ້ປະກອບການຈຳນວນຫຼາຍທີ່ເລີ່ມຕົ້ນຈາກການເບິ່ງເຫັນໂອກາດໃນຕະຫຼາດ ແຕ່ມີບໍ່ເທົ່າໃດຄົນທີ່ເບິ່ງຈາກຝັ່ງລູກຄ້າແລ້ວເຫັນປັນຫາທີ່ນ່າເບື່ອຈົນຢາກແກ້ໄຂເອງ ແລະ ກາຍມາເປັນເຈົ້າຂອງກິດຈະການ.
ເລື່ອງລາວຂອງ ‘Neil Hershman’ ທີ່ເບື່ອໜ່າຍຊີວິດສາຍການເງິນ ທີ່ຄັ້ງໜື່ງລາວເຄີຍເປັນລູກຄ້າຂອງຮ້ານ Ice-cream yogurt ຊື່ ‘16 Handles’ ແຕ່ດ້ວຍຄວາມເບື່ອໜ່າຍລາວໄດ້ເບິ່ງເລິກລົງໄປໃນມຸມມອງຂອງລູກຄ້າ ແລະ ຫາທາງແກ້ໄຂປັນຫາຂອງແບຣນ.
ແລະດ້ວຍຈັງຫວະຊີວິດໃນຕອນນີ້ລາວໄດ້ກາຍເປັນ CEO ຂອງ 16 Handles ທີ່ຂະຫຍາຍຈາກ 30 ສາຂາ ເປັນກວ່າ 150 ສາຂາທົ່ວອາເມລິກາ.
ແມ່ນຫຍັງທີ່ເຮັດໃຫ້ເສັ້ນທາງຂອງລາວປ່ຽນໄປໄດ້ຂະໜາດນີ້, ທັ້ງທີ່ເລີ່ມຕົ້ນຈາກຄວາມເບື່ອໜ່າຍຂອງໂຕເອງ ແລະ ຜູ້ປະກອບການລາວເຮົາສາມາດຮຽນຮູ້ຫຍັງຈາກ model ຈາກຄົນທີ່ເຄີຍເປັນລູກຄ້າ-->ກາຍມາເປັນ CEO?

1️⃣ ເປັນລູກຄ້າມາກ່ອນ ຈື່ງເຂົ້າໃຈຄວາມເຈັບປວດຈາກປະສົບການຈິງ.
ກ່ອນຈະເປັນເຈົ້າຂອງຮ້ານ 'Neil Hershman' ເຄີຍນັ່ງກິນກະແລັມໃນຮ້ານ 16 Handles ເປັນປະຈຳ ແລະ ນັ້ນຄືຈຸດເລີ່ມຕົ້ນຂອງການສັງເກດສິ່ງນ້ອຍໆ ທີ່ເຈົ້າຂອງຮ້ານເບິ່ງບໍ່ເຫັນ ເຊັ່ນ: ຂັ້ນຕອນການບໍລິການທີ່ຕິດຂັດສະເໝີ, ລົດຊາດຂອງສິນຄ້າທີ່ຍັງໄປໄດ້ບໍ່ສຸດ ຫຼື ບັນຍາກາດໃນຮ້ານທີ່ໄລ່ລູກຄ້າ.
ລາວເລີ່ມຕົ້ນຈາກການຊື້ແຟນຊາຍຮ້ານທຳອິດ, ລາວບໍ່ພຽງແຕ່ບໍລິຫານທຸລະກິດດ້ວຍຕຳລາທຸລະກິດ ແຕ່ໃຊ້ປະສົບການຈາກການເປັນລູກຄ້າທີ່ສະສົມມາເປັນແຜນທີ່ນຳທາງ. ລາວລົງມືເຮັດວຽກເອງໃນທຸກຊ່ວງຂອງການເຮັດວຽກ ຕັ້ງແຕ່ເປີດຮ້ານຈົນປິດຮ້ານ ຈົນຄິດໄດ້ວ່າ: ລາຍລະອຽດພຽງນ້ອຍດຽວ ມີຜົນຕໍ່ຄວາມຮູ້ສຶກຂອງລູກຄ້າຫຼາຍພຽງໃດ.
📝 ບົດຮຽນ: ຫາກທ່ານຕ້ອງການເຂົ້າໃຈລູກຄ້າຢ່າງແທ້ຈິງ ຢ່າເບິ່ງພຽງຈາກພາບລວມການດຳເນີນງານແຕ່ຈົ່ງໄປສຳຜັດປະສົບການແບບທີ່ພວກເຂົາປະເຊີນທຸກມື້ ແລ້ວທ່ານຈະພົບກັບ Insight ທີ່ບໍ່ມີລາຍງານໃດບອກໄດ້.
2️⃣ ກ່ອນຈະຂະຫຍາຍສາຂາ ຕ້ອງສ້າງຕົ້ນແບບທີ່ສົມບູນໃຫ້ໄດ້ກ່ອນ.
'Neil Hershman' ບໍ່ໄດ້ເລັ່ງການເຕີບໂຕຂອງທຸລະກິດ ລາວໂຟກັດໄປທີ່ການເຮັດຮ້ານທຳອິດໃຫ້ເລີ່ດທີ່ສຸດໃນລະບົບເຊັ່ນ: ລົດຊາດ, ການບໍລິການ, ການຝຶກອົບຮົມທີມງານ ແລະ ປະສິດທິພາບການດຳເນີນງານ.
ເມື່ອຮ້ານຕົ້ນແບບເຮັດກຳໄລໄດ້ຢ່າງຕໍ່ເນື່ອງ ກໍ່ເປັນທີ່ຊັດເຈນວ່າ: ລະບົບການດຳເນີນງານເປັນລະບົບແລ້ວ. ຫຼັງຈາກນັ້ນ, ຈື່ງເປັນຊ່ວງເວລາທີ່ລາວຕ້ອງເລີ່ມ scale ກິດຈະການດ້ວຍການເປີດສາຂາໃໝ່.
ໂດຍລາວເລີ່ມໃນຊ່ວງໂຄວິດ ເປັນຊ່ວງທີ່ຄູ່ແຂ່ງລາຍອື່ນກຳລັງຄ່ອຍໆປິດໂຕລົງ ມັນອາດຈະເບີ່ງເປັນຄວາມສ່ຽງທີ່ບໍ່ຮອບຄອບ ແຕ່ກໍ່ເປັນໂອກາດທີ່ດີໄດ້ເຊັ່ນກັນ.
📝 ບົດຮຽນ: ຢ່າຂະຫຍາຍທຸລະກິດພຽງຢາກເຕີບໂຕໄວ ແຕ່ຈົ່ງຂະຫຍາຍເມື່ອລະບົບພ້ອມ ແລະ ທີ່ສຳຄັນຕ້ອງບໍ່ຫຼຸດຄຸນນະພາບ ແລະ ປະສົບການທີ່ລູກຄ້າຈະໄດ້ຮັບເດັດຂາດ.
3️⃣ ຄວາມສ້າງສັນຄືເຄື່ອງມືທີ່ເຂົ້າເຖິງຫົວໃຈຂອງລູກຄ້າ.
16 Handles ພາຍໃຕ້ການນຳຂອງ 'Neil Hershman' ບໍ່ໄດ້ຂາຍພຽງໂຢເກິດ ແຕ່ຂາຍວັດທະນະທຳປະຊານິຍົມຜ່ານລົດຊາດໃໝ່ໆເຊັ່ນ: French Fry Frozen Yogurt ຫຼື Butterbeer ທີ່ອ້າງອີງຈາກ Harry Potter.
ທຸກຄັ້ງທີ່ເປີດໂຕລົດຊາດໃໝ່ແບບສ້າງສັຍນ, ຍອດຂາຍກໍ່ຈະກະໂດດຂຶ້ນ 30–40% ໃນອາທິດນັ້ນສະເໝີ, ເພາະມັນບໍ່ແມ່ນພຽງຂອງຫວານແຕ່ມັນຄືການມີສ່ວນຮ່ວມກັບສິ່ງທີ່ລູກຄ້າຮັກຢູ່ແລ້ວ.
📝 ບົດຮຽນ: ບໍ່ວ່າທ່ານຈະຂາຍຫຍັງ ຢ່າຂາຍພຽງສິນຄ້າ ແຕ່ຈົ່ງຂາຍສິ່ງທີ່ລູກຄ້າຮັກ ຫຼື ມີຄວາມສຳພັນນຳ, ເພື່ອການສ້າງປະສົບການທີ່ປຽບກັບວ່າເວົ້າພາສາດຽວກັນກັບລູກຄ້າ.
4️⃣ ສຽງຂອງລູກຄ້າຄືເຂັມທິດໃນການພັດທະນາແບຣນ.
'Neil Hershman' ແລະ ທີມງານໃຫ້ຄວາມສຳຄັນກັບການຟັງສຽງລູກຄ້າຫຼາຍທີ່ສຸດ. ໂດຍສະເພາະໃນ Platform ລີວິວອາຫານ ແລະ ແອັບ Delivery ຜູ້ປະກອບການຫຼາຍຄົນມີຄວາມຄິດທີ່ວ່າ: ລີວິວພວກນີ້ບໍ່ໄດ້ມີຄ່າຫຼາຍຂະໜາດນັ້ນ.
ແຕ່ຫາກທ່ານສັງເກດດີໆ ທ່ານອາດຈະເຈີຂຸມຊັບເລີຍກໍ່ວ່າໄດ້ເຊັ່ນ: ເລື່ອງຂອງລູກຄ້າຄົນໜື່ງທີ່ສັ່ງໂຢເກິດລົດເດີມເປັນປະຈຳໃນເວລາເດີມ, ຈົນທີມງານຮູ້ວ່າເມື່ອໃດສຽງເຄື່ອງພິມອໍເດີ້ດັງຂຶ້ນ ຄືຕ້ອງກຽມຊັອກໂກແລັດພ້ອມກັບທັອບປິ້ງທັນທີ.
'Neil Hershman' ບອກວ່າ: ຄວາມຮູ້ສຶກຊ້ຳໆຂອງທີມງານນັ້ນຄື: ໂມເມັ້ນຂອງຄວາມສຸກທີລູກຄ້າລໍຄອຍ”
📝 ບົດຮຽນ: ການຟັງສຽງລູກຄ້າບໍ່ແມ່ນພຽງການແກ້ໄຂປັນຫາ ແຕ່ຄືການທຳຄວາມເຂົ້າໃຈວ່າ“ການໃຫ້ໃນສິ່ງທີ່ເໝືອນເດີມເປັນປະຈຳ” ບາງຄັ້ງມີຄຸນຄ່າຫຼາຍກວ່າການປ່ຽນແປງທີ່ຫວືຫວາ.
✴️ທຸລະກິດທີ່ຍິ່ງໃຫຍ່ ອາດເລີ່ມຈາກຄົນທຳມະດາທີ່ໃສ່ໃຈ.
ເລື່ອງລາວຂອງ 'Neil Hershman' ຄືບົດພິສູດວ່າ: ບໍ່ຈຳເປັນຕ້ອງມີເງິນທຶນມະຫາສານ ຫຼື ວຸດການສຶກສາໃນດ້ານບໍລິຫານທຸລະກິດເພື່ອເປັນເຈົ້າຂອງກິດຈະການ.
👀 ບາງຄັ້ງສິ່ງທີ່ທ່ານຕ້ອງມີຄືສາຍຕາທີ່ເບິ່ງໃນມຸມມອງຂອງລູກຄ້າ.
🤝 ມືທີ່ພ້ອມລົງແຮງແບບເຈົ້າຂອງທຸລະກິດ.
🩷 ແລະໃຈທີ່ບໍ່ຢ້ານຈະເລີ່ມໃນສິ່ງນ້ອຍໆ ແລ້ວຂະຫຍາຍໄປສູ່ຄວາມໝັ້ນຄົງ.
ເພາະທຸລະກິດທີ່ຍິ່ງໃຫຍ່ ບໍ່ໄດ້ເລີ່ມຈາກໄອເດຍ ແຕ່ມັນເລີ່ມຈາກຄວາມອິນໃນບາງສີ່ງຂອງໃຜບາງຄົນທີ່ເບິ່ງເຫັນ Pain Point ແລະ ຄວ້າໂອກາດທາງທຸລະກິດ.

🫴🏻ຫວັງວ່າ 4 ບົດຮຽນຂອງ 'Neil Hershman' ຈະເປັນອີກໜື່ງແນວທາງໃຫ້ກັບຜູ້ປະກອບການທຸລະກິດໃນລາວສາມາດໄປປັບໃຊ້ກັບທຸລະກິດຂອງຕົນ 😊


KMI Consulting & Marketing ການຕະຫຼາດອອນໄລນ໌

🤏🏻ສອນສ້າງ Sticker ຂອງໂຕເອງດ້ວຍ ChatGPT ໄດ້ແບບງ່າຍໆ ເຮັດຕາມຂັ້ນຕອນລຸ່ມນີ້ໄດ້ເລີຍ: ⤵️---1️⃣ເປີດ ChatGPT.2️⃣ອັບໂຫລດຮູບຂອງຕົ...
15/07/2025

🤏🏻ສອນສ້າງ Sticker ຂອງໂຕເອງດ້ວຍ ChatGPT ໄດ້ແບບງ່າຍໆ ເຮັດຕາມຂັ້ນຕອນລຸ່ມນີ້ໄດ້ເລີຍ: ⤵️
---
1️⃣ເປີດ ChatGPT.
2️⃣ອັບໂຫລດຮູບຂອງຕົນເອງ ຫຼື ຮູບທີ່ເຮົາຕ້ອງການ.
3️⃣ພິມ Prompt ຕາມນີ້:
Prompt "Convert the image into a set of 12 chibi sticker (4x4 grid) with outfit similar to this one, including expression of laughing, being angry, crying, sulking, thinking, being sleepy, blowing a kiss, winking, being surprise"
---
🫴🏻ລອງໄປເຮັດຕາມກັນເບິ່ງເດີ້ທຸກຄົນ ຫວັງວ່າຈະເປັນປະໂຫຍດກັບຄົນທີ່ຢາກມີ Sticker ເປັນຂອງໂຕເອງ ສາມາດສ້າງເອງໄດ້ດ້ວຍມືຂອງເຮົາເອງ. 🤗☺️


KMI Consulting & Marketing ການຕະຫຼາດອອນໄລນ໌

🤏🏻ທ່ານອາດຄິດວ່າທ່ານເປັນຄົນເລືອກເອງເວລາເລື່ອນເບິ່ງອອນໄລນ໌, ແຕ່ຈິງໆແລ້ວບໍ່ແມ່ນແບບນັ້ນ ເບື້ອງຫຼັງການກົດclick 1ຄັ້ງ ບໍ່ໄດ້ມາ...
15/07/2025

🤏🏻ທ່ານອາດຄິດວ່າທ່ານເປັນຄົນເລືອກເອງເວລາເລື່ອນເບິ່ງອອນໄລນ໌, ແຕ່ຈິງໆແລ້ວບໍ່ແມ່ນແບບນັ້ນ ເບື້ອງຫຼັງການກົດclick 1ຄັ້ງ ບໍ່ໄດ້ມາຈາກເຫດຜົນເຊີງ Logic ແຕ່ມາຈາກແຮງຈູງໃຈເລິກໆ ໃນສະໝອງເປັນອະຄະຕິທີ່ຜູ້ບໍລິໂພກຢືນຢັນຄວາມຄິດໂຕເອງ ປອມໂຕມາໃນຮູບແບບຂອງຄວາມຢາກຮູ້ຢາກເຫັນນັ້ນເອງ.

🖋ການຕະຫຼາດທີ່ດີບໍ່ແມ່ນພຽງການຂຽນຄຳທີ່ໂດນແຕ່ຄືການ “ສື່ສານຕົວຕົນ” ຂອງຜູ້ບໍລິໂພກຄື: ການສະທ້ອນຄວາມເຊື່ອ, ຄວາມຢ້ານ ແລະ ຄວາມຕ້ອງການທີ່ເຊື່ອງຢູ່ໃນໃຈຂອງຜູ້ບໍລິໂພກ ໂດຍບໍ່ຕ້ອງເວົ້າອອກມາຕົງໆ.

💙ພຽງເຂົ້າໃຈ “ຈິດຕະວິທະຍາຄົນຊື້” ກໍ່ເພີ່ມຍອດການClick-ຍອດຂາຍໄດ້ແບບບໍ່ຕ້ອງຍິງ Ads ຊ້ຳ! ນີ້ຄື 3 ກົນຈິດຕະວິທະຍາທີ່ແບຣນດັງລະດັບໂລກໃຊ້ໄດ້ຈິງ — ນັກການຕະຫຼາດຫ້າມພາດ‼️

1️⃣ Click ເພາະ “ຮູ້ສຶກວ່າເຂົາເຂົ້າໃຈເຮົາ”.
ຜູ້ບໍລິໂພກບໍ່ໄດ້ Click ເພາະເຫັນວ່າ: ບົດຄວາມ ຫຼື ໂຄສະນານັ້ນມີປະໂຫຍດແບບຕົງໄປຕົງມາ, ແຕ່ເພາະຮູ້ສຶກວ່າ “ສິ່ງນີ້ຄືຂ້ອຍ” ຫຼື “ນີ້ແຫຼະຄືສິ່ງທີ່ຂ້ອຍຢາກເປັນ” ມັນຄືການສະທ້ອນຕົວຕົນ (Identity Reflection) ທີ່ຖືກຕ້ອງ ແລະ ຊັດເຈນ. ລອງຄິດເຖິງ Apple ທີ່ບໍ່ໄດ້ຂາຍ iPod ດ້ວຍ “ຄວາມຈຸ 8GB” ແຕ່ຂາຍດ້ວຍປະໂຫຍກງ່າຍໆເຊັ່ນ:

“1,000 ເພງໃນກະເປົ່າຂອງທ່ານ”

2️⃣ ບໍ່ແມ່ນທຸກຄົນຈະເຂົ້າໃຈສິ່ງນີ້ ແລະ ນັ້ນຄືຈຸດຂາຍ.

“ສິ່ງນີ້ອາດຫາຍໄປ ຖ້າທ່ານບໍ່ກົດ " Click " ຕອນນີ້”.

ຄວາມຮີບດ່ວນທີ່ຮູ້ສຶກໄດ້ແຕ່ບໍ່ໄດ້ບອກຕົງໆ ເປັນໂຕກະຕຸ້ນທີ່ຊົງພະລັງຫຼາຍໃນຍຸກທີ່ຄົນເບື່ອການຕະຫຼາດແບບ Hard Sell ຕົວຢ່າງເຊັ່ນ: Bottega Veneta ທີ່ເລືອກເອົາໂລໂກ້ອອກຈາກສິນຄ້າ ແລະ ໂຄສະນາ, ນັ້ນບໍ່ແມ່ນການລົດມູນຄ່າແບຣນ ແຕ່ຄືການບອກຢ່າງງຽບໆວ່າ: “ຄົນທີ່ເຂົ້າໃຈເທົ່ານັ້ນ ຈະເຂົ້າໃຈ”

3️⃣ ຄົນບໍ່ໄດ້ຢາກຮູ້…ເຂົາຢາກ “ເຕີມເຕັມຕົວເອງ”

ຄົນທີ່ Click ເພາະຢາກຮູ້ວ່າຕໍ່ໄປຄືຫຍັງ ຄືຄົນທີ່ຮູ້ສຶກວ່າ:

“ສິ່ງນີ້ອາດເປັນຊິ້ນສ່ວນທີ່ຂາດຫາຍໄປໃນຊີວິດຂ້ອຍ”

📝 ເທັກນິກນີ້ບໍ່ແມ່ນພຽງທິດສະດີ ແຕ່ເປັນກົນລະຍຸດທີ່ໃຊ້ຈິງໃນ Campaign ລະດັບໂລກ ໃຜຢາກສ້າງ Ads ທີ່ຄົນ Click ເບິ່ງແລ້ວຢຸດຄິດ-->ແລ້ວຊື້ທັນທີ ລອງປັບໃຊ້ດ່ວນ!

🫴🏻ບົດຄວາມນີ້ຫາກທຳຄວາມເຂົ້າໃຈດີໆ ຈະສາມາດປັບໃຊ້ກັບທຸລະກິດຂອງທ່ານໄດ້ 😊


KMI Consulting & Marketing ການຕະຫຼາດອອນໄລນ໌
#ຈິດຕະວິະຍາ

“ທ່ານຢາກໃຫ້ Website ຂອງແບຣນ ແລ່ນຕາມການຕະຫຼາດ ຫຼື ເປັນຈຸດເລີ່ມຂອງທຸກ Campaign?”ແລະ ນີ້ຄືຈຸດທີ່ Drupal CMS ເຂົ້າມາປ່ຽນເກມ....
15/07/2025

“ທ່ານຢາກໃຫ້ Website ຂອງແບຣນ ແລ່ນຕາມການຕະຫຼາດ ຫຼື ເປັນຈຸດເລີ່ມຂອງທຸກ Campaign?”

ແລະ ນີ້ຄືຈຸດທີ່ Drupal CMS ເຂົ້າມາປ່ຽນເກມ.
ເພາະມັນບໍ່ໄດ້ພຽງສ້າງ Website ແຕ່ຄື Launchpad ສຳລັບນັກການຕະຫຼາດ ນັກສ້າງແບຣນ ແລະ Content Creator ທີ່ຢາກໃຫ້ທຸກການເບິ່ງຂອງລູກຄ້ານຳໄປສູ່ Conversion ໄດ້ແທ້ ✨
🫴🏻 Drupal CMS ຄືຫຍັງ?
Drupal CMS ຄືເຄື່ອງມືສ້າງ Website ແບບ Open Source ທີ່ໃສ່ພະລັງການຕະຫຼາດເຂົ້າໄປໃນທຸກມິຕິຂອງການໃຊ້ງານ ບໍ່ວ່າທ່ານຈະເປັນນັກການຕະຫຼາດ, designer ຫຼື Content team ກໍ່ສາມາດເປີດເວັບ ແລະ ເປີດ Campaign ໂດຍບໍ່ຕ້ອງເພິ່ງນັກພັດທະນາ.
ດ້ວຍຊຸດ Feature ທີ່ຄອບຄຸມການຕະຫຼາດໂດຍສະເພາະ, ທັງການຈັດການຄອນເທັນ, ການສ້າງ Landing Page ການໃຊ້ AI ເຂົ້າມາຊ່ວຍໃນງານເທັກນິກ ແລະ ການ Optimize SEO ແບບອັດຕະໂນມັດ ເຮັດໃຫ້ Drupal CMS ເປັນເພື່ອນຮ່ວມຮົບຕົວຈິງຂອງທີມເຕີບໂຕທຸກຮູບແບບ.
✅ ເປັນຫຍັງນັກການຕະຫຼາດຈື່ງເລືອກໃຊ້ Drupal CMS?
1️⃣ເປີດເວັບໄວຄືເປີດslide
ຫຼາຍຄົນເຂົ້າໃຈຜິດວ່າເວັບທີ່ດີຕ້ອງໃຊ້ເວລາເປັນເດືອນໃນການພັດທະນາ ແຕ່ Drupal CMS ມາພ້ອມສູດສຳເລັດທີ່ຊ່ວຍເປີດເວັບຈາກໄອເດຍໄປສູ່ຂອງຈິງໃນເວລາອັນສັ້ນ.
ບໍ່ວ່າຈະເປັນ Smart Defaults ຫຼື Pre-built Recipes ທຸກຢ່າງຖືກອອກແບບໃຫ້ທ່ານບໍ່ຕ້ອງເລີ່ມຈາກສູນ ແລະ ພ້ອມໃຊ້ງານທັນທີ 💻
2️⃣ເຄື່ອງມືທີ່ອອກແບບມາເພື່ອ Marketer ໂດຍສະເພາະ, ທ່ານບໍ່ຈຳເປັນຕ້ອງຂຽນໂຄ້ດເພື່ອສ້າງໜ້າເພສອີກຕໍ່ໄປ Drupal CMS ມາພ້ອມເຄື່ອງມື Drag-and-Drop ແບບ Visual ທີ່ເຂົ້າໃຈງ່າຍ ໃຊ້ງານງ່າຍ ແລະ ສາມາດຈັດວາງໜ້າເພສໄດ້ຕາມໃຈແບບ Realtime ນີ້ຄືການຄືນອຳນາດໃຫ້ທີມ marketing ຢ່າງແທ້ຈິງ 💡
3️⃣Website ທີ່ເຕີບໂຕຕາມທຸລະກິດທ່ານ.
ຕັ້ງແຕ່ Start-Up ທີ່ຫາກໍ່ມີລູກຄ້າຫຼັກຮ້ອຍໄປຈົນເຖິງອົງກອນລະດັບ Enterprise ທີ່ຮັບ Traffic ຫຼັກລ້ານ Drupal CMS ຮອງຮັບການຂະຫຍາຍຕົວຢ່າງບໍ່ມີຈຳກັດ, ທ່ານສາມາດຈັດການ ຫຼາຍພັນໜ້າເພສ ແລະ ເຊື່ອມຕໍ່ລະບົບພາຍນອກ ໄດ້ໂດຍບໍ່ຕ້ອງກັງວົນເລື່ອງໂຫຼດ ຫຼື ຄວາມຊັບຊ້ອນ.
🧠 AI ທີ່ເປັນຜູ້ຊ່ວຍ ບໍ່ແມ່ນເຈົ້ານາຍ Drupal CMS ບໍ່ໄດ້ໃສ່ AI ມາເພື່ອshow ແຕ່ໃສ່ມາເພື່ອໃຫ້ຊ່ວຍງານໄດ້ແທ້ໆເຊັ່ນ:
✅️ຊ່ວຍຈັດການງານເທັກນິກທີ່ຊັບຊ້ອນ.
✅️ປັບແຕ່ງໜ້າເພສໂດຍອັດຕະໂນມັດ.
✅️ວິເຄາະພຶດຕິກຳຜູ້ໃຊ້ງານ
ແລະ ເຮັດໃຫ້ທ່ານສາມາດ Focus ກັບການສື່ສານກັບລູກຄ້າໄດ້ຫຼາຍກວ່າການແກ້ປັນຫາເທັກນິກ.
🎯 Feature ທີ່ທີມ Marketing ຈະຕ້ອງຫຼົງຮັກ.
✴️ລະບົບ Content ທີ່ໃຊ້ງານງ່າຍ.
ບໍ່ມີປະສົບການກໍ່ສ້າງບົດຄວາມ, ສ້າງໂປຣໂມຊັ່ນແລະຈັດລຽງໄດ້ຄືຫຼິ້ນເກມ ພ້ອມລະບົບຈັດການພາບ, ວີດີໂອ ແລະ file ເອກະສານແບບ Built-in 🧩
• Toolkit ສຳລັບ Lead Generation & SEO
ຢາກໃຫ້ເວັບຕິດອັນດັບ Google ໂດຍບໍ່ຕ້ອງມີທີມ SEO? Drupal CMS ເຮັດໄດ້ໝົດທັງ:
✅️ລະບົບ Sitemap ອັດຕະໂນມັດ.
✅️ການ Optimize Performance ໂດຍບໍ່ຕ້ອງຂຽນໂຄ້ດ.
💙ຄວາມປອດໄພລະດັບ Enterprise
Drupal CMS ຮອງຮັບກົດຄວາມເປັນສ່ວນຕົວທັງ GDPR, CCPA ແລະ ອື່ນໆໂດຍອັດຕະໂນມັດ, ເຮັດໃຫ້ທ່ານໝັ້ນໃຈໄດ້ວ່າ Website ຂອງທ່ານປອດໄພທັງໃນເຊີງຂໍ້ມູນ ແລະ ກົດໝາຍ. 🔐

🌐 ເໝາະກັບໃຜ?
🫴🏻 ເຈົ້າຂອງທຸລະກິດທີ່ຕ້ອງການ Website ທີ່ “ໂຕໄປພ້ອມກັບແບຣນ”
🫴🏻 ທີມ Marketing ທີ່ບໍ່ຢາກເພິ່ງນັກພັດທະນາທຸກຄັ້ງທີ່ມີໄອເດຍໃໝ່.
🫴🏻 C-Level ທີ່ຕ້ອງການຄວບຄຸມພາບລວມ ແຕ່ກໍ່ຢາກໃຫ້ອົງກອນເຄື່ອນທີ່ໄວ.
🫴🏻 ທີມ Creative ທີ່ຢາກມີອິດສະຫຼະໃນການທົດລອງ Campaign ໂດຍບໍ່ຖືກຈຳກັດທາງເທັກນິກ.
🔄 Drupal CMS ບໍ່ແມ່ນພຽງ CMS
ມັນຄື Platform ຄວາມຄິດສຳລັບນັກການຕະຫຼາດທີ່ຢາກລະລາຍຂໍ້ຈຳກັດທາງເທັກນິກ ເພື່ອໃຫ້ຄວາມຄິດສ້າງສັນສາມາດນຳພາທຸລະກິດໄປຂ້າງໜ້າໄດ້ຈິງ.
ຫາກ Website ຂອງທ່ານເຄີຍເປັນພຽງຊ່ອງທາງຮັບລູກຄ້າ Drupal CMS ຈະປ່ຽນມັນໃຫ້ກາຍເປັນເຮັດການຕະຫຼາດທີ່ຊົງພະລັງທີ່ສຸດໃນອົງກອນຂອງທ່ານ 🛠️
ຫາກທ່ານພ້ອມທີ່ຈະປ່ຽນ Website ຂອງທ່ານໃຫ້ກາຍເປັນ Marketing Launchpad ທີ່ແທ້ຈິງ 👉 ລອງໃຊ້ Drupal CMS (ສາມາດຂໍ Demo ຜ່ານໜ້າ Website ໄດ້ເລີຍເດີ້).
📝ສຶກສາລາຍລະອຽດເພີມເຕີມໄດ້ທີ່:
https://new.drupal.org/drupal-cms?fbclid=IwY2xjawLh7vdleHRuA2FlbQIxMQABHrXF9baDyzY5j68upTLrgSM1BXp_-ENn9EpqgPAVBUTLRn2BaRxHf4ovHMIa_aem_UqH5rcS_7px66bjGzEMO3g

🫴🏻ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດບໍ່ຫຼາຍກໍ່ນ້ອຍແກ່ຄົນທີ່ເຂົ້າມາອ່ານ😊


KMI Consulting & Marketing ການຕະຫຼາດອອນໄລນ໌

🌍ໃນໂລກການຕະຫຼາດຍຸກດີຈິຕອລທີ່ເຕັມໄປດ້ວຍການແຂ່ງຂັນ ການສ້າງ Campaign ທີ່ໂດດເດັ່ນ ແລະ ສ້າງຜົນລັບທາງທຸລະກິດໄດ້ຈິງຄື: "ຄວາມທ້າ...
11/07/2025

🌍ໃນໂລກການຕະຫຼາດຍຸກດີຈິຕອລທີ່ເຕັມໄປດ້ວຍການແຂ່ງຂັນ ການສ້າງ Campaign ທີ່ໂດດເດັ່ນ ແລະ ສ້າງຜົນລັບທາງທຸລະກິດໄດ້ຈິງຄື: "ຄວາມທ້າທາຍທີ່ສຳຄັນ".
🧏🏻‍♀️ມື້ນີ້ KMI ຈະພາມາຮູ້ຈັກ PrimalPUSH Framework ແນວຄິດການສ້າງ Campaign ການຕະຫຼາດທີ່ພັດທະນາໂດຍ Primal ເຊິ່ງເປັນຫຼາຍກວ່າພຽງ Agency ແຕ່ຄື Partner ທີ່ຄິດ ແລະ ເຮັດວຽກເພື່ອການເຕີບໂຕຂອງທຸລະກິດຢ່າງແທ້ຈິງ.

=========

💙 PrimalPUSH ຄືຫຍັງ?
PrimalPUSH ຄື Framework ທີ່ອອກແບບມາເພື່ອສ້າງ Campaign ການຕະຫຼາດທີ່ເນັ້ນປະສິດທິພາບ (Performance) ໂດຍສະເພາະ. ໂດຍເບິ່ງເລິກລົງໄປຫຼາຍກວ່າພຽງການສ້າງໂຄສະນາ ແຕ່ເປັນການສ້າງ "ລະບົບການຕະຫຼາດທີ່ໝັ້ນຄົງ" ທີ່ຊ່ວຍໃຫ້ທຸລະກິດເຕີບໂຕໃນໄລຍະຍາວ. ແນວຄິດນີ້ໄດ້ຕັ້ງເປັນເສົາຫຼັກ 4 ປະການທີ່ເຮັດວຽກຮ່ວມກັນຢ່າງຊົງພະລັງ.
🫣ແກະ 4 ແນວຄິດສຳຄັນໃນ PrimalPUSH
1️⃣ Performance: ທຸກຢ່າງເລີ່ມຕົ້ນ ແລະ ຈົບລົງທີ່"ຜົນລັບ" ຫົວໃຈຫຼັກຄືການຕັ້ງເປົ້າໝາຍທີ່ວັດຜົນໄດ້ຊັດເຈນເຊັ່ນ: ຜົນຕອບແທນຈາກຄ່າໂຄສະນາ (ROAS) ຫຼື ຈຳນວນຜູ້ຊື້ສິນຄ້າ (Conversion) ຈາກນັ້ນໃຊ້ເທັກໂນໂລຢີ້ຄື AI ແລະ Machine Learning ເຂົ້າມາຊ່ວຍວິເຄາະ ແລະ ປັບປຸງ Campaign ແບບ Realtime ເພື່ອໃຫ້ໄດ້ປະສິດທິພາບສູງສຸດ.
2️⃣ Understanding: ເຂົ້າໃຈໃຫ້ເລິກເຊິ່ງຄື: "ອາວຸດທີ່ຊົງພະລັງທີ່ສຸດ" ກ່ອນຈະສ້າງສັນຫຍັງ ຕ້ອງທຳຄວາມເຂົ້າໃຈ 3 ສິ່ງຫຼັກຄື: ແບຣນ, ຜູ້ບໍລິໂພກ ແລະ ພາບລວມອຸດສາຫະກຳ. ໂດຍໃຊ້ Big Data ແລະ Customer Insights ເພື່ອວິເຄາະວ່າກຸ່ມເປົ້າໝາຍສົນໃຈຫຍັງ, ມີພຶດຕິກຳແນວໃດ ແລະ ແບຣນຈະສ້າງຈຸດເດັ່ນທີ່ແຕກຕ່າງຈາກຄູ່ແຂ່ງໄດ້ແນວໃດ.
3️⃣ Strategic Storytelling: ສ້າງເລື່ອງລາວທີ່ເຊື່ອມແບຣນເຂົ້າກັບຫົວໃຈຂອງລູກຄ້າ, ຂໍ້ມູນພຽງຢ່າງດຽວອາດບໍ່ນ່າຈົດຈຳ PrimalPUSH ຈື່ງນຳຂໍ້ມູນເຊີງເລິກມາປະກອບກັບການເລົ່າເລື່ອງ (Storytelling) ເພື່ອສ້າງຄວາມຜູກພັນທາງອາລົມ (Emotional Bond) ເຮັດໃຫ້ລູກຄ້າຮູ້ສຶກເຊື່ອມໂຍງກັບແບຣນໄດ້ຫຼາຍກວ່າພຽງການຊື້ສິນຄ້າ ເຊັ່ນ: ການສ້າງວີດີໂອລີວິວຈາກຜູ້ໃຊ້ຈິງທີ່ສະແດງໃຫ້ເຫັນຜົນລັບທີ່ປ່ຽນແປງຊີວິດເຂົາໄດ້.
4️⃣ Holistic Approach: ສ້າງປະສົບການຄົບວົງຈອນແບບໄຮ້ຮອຍຕໍ່, ລູກຄ້າບໍ່ໄດ້ຢູ່ໃນພຽງ Platform ດຽວ. ແນວຄິດນີ້ຈື່ງເນັ້ນການວາງກົນລະຍຸດທີ່ເຊື່ອມໂຍງທຸກຊ່ອງທາງເຂົ້າດ້ວຍກັນຕັ້ງແຕ່ Social Media (Facebook, Instagram), Search Engine (Google), SEO ໄປຈົນເຖິງ Content Marketing ເພື່ອນຳພາລູກຄ້າເດີນທາງໄປກັບແບຣນໄດ້ຢ່າງລາບລື່ນ, ຕັ້ງແຕ່ການຄົ້ນພົບຄັ້ງທຳອິດ-->ໄປຈົນເຖິງການຕັດສິນໃຈຊື້ -->ແລະການກັບມາຊື້ຊ້ຳ🔃
📝ສະຫຼຸບ: PrimalPUSH ຄືແນວທາງການຕະຫຼາດທີ່ປະສົມປະສານສາດແລະສິນເຂົ້ານຳກັນຢ່າງລົງໂຕ. ເປັນການປ່ຽນຈາກການເຮັດ Campaign ແບບແຍກສ່ວນ-->ໄປສູ່ການສ້າງລະບົບນິເວດທາງການຕະຫຼາດທີ່ແຂງແຮງ ແລະ ສົ່ງເສີມການເຕີບໂຕຂອງທຸລະກິດຢ່າງໝັ້ນຄົງ.

🫴🏻ຫວັງວ່າສິ່ງທີ່ KMI ໄດ້ນຳມາແບ່ງປັນຈະເປັນປະໂຫຍດແກ່ຄົນທີ່ໄດ້ເຂົ້າມາອ່ານບໍ່ຫຼາຍກໍ່ນ້ອຍ ເພື່ອນຳໄປເປັນຂໍ້ຄິດຕໍ່ຍອດໃນການວາງແຜນທຸລະກິດຂອງທ່ານ 😊


KMI Consulting & Marketing ການຕະຫຼາດອອນໄລນ໌
#ຖອດລະຫັດ

🔓ປົດລັອກຄວາມຢາກຮູ້ຢາກເຫັນດ້ວຍ 4 ແນວທາງທີ່ຜູ້ບໍລິຫານລະດັບໂລກເລືອກໃຊ້ ເພື່ອເປີດຮັບມຸມມອງໃໝ່ໆໃນການເຮັດວຽກ.🌍ໃນໂລກທີ່ເຕັມໄປດ້...
11/07/2025

🔓ປົດລັອກຄວາມຢາກຮູ້ຢາກເຫັນດ້ວຍ 4 ແນວທາງທີ່ຜູ້ບໍລິຫານລະດັບໂລກເລືອກໃຊ້ ເພື່ອເປີດຮັບມຸມມອງໃໝ່ໆໃນການເຮັດວຽກ.
🌍ໃນໂລກທີ່ເຕັມໄປດ້ວຍການປ່ຽນແປງ ຜູ້ນຳໃນຍຸກນີ້ບໍ່ຈຳເປັນຕ້ອງມີຄຳຕອບທຸກຄຳຕອບສະເໝີໄປ ສິ່ງທີ່ສຳຄັນຄື: "ການຖາມ" ຄຳຖາມທີ່ສາມາດເປີດມຸມມອງໃໝ່ໆ ແລະ ເຮັດໃຫ້ພວກເຂົາເຂົ້າໃຈຄົນອ້ອມຂ້າງໄດ້ດີຍິ່ງຂຶ້ນ. ຫຼາຍຄັ້ງການຕິດຢູ່ໃນ "ພື້ນທີ່ຂອງຄວາມໝັ້ນໃຈ" ອາດເຮັດໃຫ້ເຮົາພາດການຮຽນຮູ້ຈາກຜູ້ອື່ນ, ແຕ່ການຕັ້ງຄຳຖາມທີ່ດີສາມາດປ່ຽນມຸມມອງໄດ້ທັງໝົດ.
ຫຼື ກອບແນວທາງທີ່ຊ່ວຍຜູ້ນຳເປີດໃຈຮັບມຸມມອງໃໝ່ໆ ແລະ ເດີນທາງຈາກການມີຄວາມໝັ້ນໃຈສູງ ໄປສູ່ການເຂົ້າໃຈຜູ້ອື່ນ.
🫴🏻ສຳລັບຜູ້ນຳ ການສະແດງຄວາມໝັ້ນໃຈໃນໂຕເອງເປັນເລື່ອງສຳຄັນ, ແຕ່ການເປີດຮັບຄວາມຄິດເຫັນ ແລະ ມຸມມອງທີ່ຫຼາກຫຼາຍຈາກຄົນອື່ນກໍ່ສຳຄັນບໍ່ນ້ອຍໄປກວ່າການເດີນທາງຈາກ ->ຂ້ອຍຄືຄົນທີ່ຮູ້ດີທີ່ສຸດ--> ໄປຍັງ ນັ້ນບໍ່ແມ່ນເລື່ອງງ່າຍແຕ່ກໍ່ສາມາດຝຶກຝົນໄດ້ດ້ວຍ 4 ວິທີໃນການກະຕຸ້ນຄວາມຢາກຮູ້ຢາກເຫັນ ຕາມສະບັບຂອງ CEO ລະດັບໂລກ.
📍 1️⃣ ການຈິນຕະນາການເພື່ອເພີ່ມຄວາມຮູ້.
ການຖາມຄຳຖາມທີ່ຊ່ວຍກະຕຸ້ນຄວາມຄິດໃໝ່ໆ ເປັນວິທີທຳອິດໃນການເພີ່ມຄວາມຢາກຮູ້ ເຊັ່ນ: ການຖາມວ່າ "ອັນໃດທີ່ເຮົາອາດຈະພາດໄປ?" ຫຼື "ພວກເຂົາກຳລັງປະເຊີນກັບປັນຫາຫຍັງຢູ່?" ຄຳຖາມເຫຼົ່ານີ້ຊ່ວຍໃຫ້ເຮົາເປີດໃຈຮັບມຸມມອງໃໝ່ໆ ແລະ ເລີ່ມເບິ່ງໂລກໃນແງ່ມຸມທີ່ແຕກຕ່າງ.
ເມື່ອ Satya Nadella ເຂົ້າມາເປັນ CEO ຂອງ Microsoft ເຂົາຖາມວ່າ "ຈະເປັນແນວໃດ ຖ້າເຮົາເຂົ້າໃຈຜິດວ່າ: " Linux " ຄືສັດຕູຂອງເຮົາ?" ຄຳຖາມນີ້ເຮັດໃຫ້ Microsoft ເປີດໃຈຍອມຮັບລະບົບ Open Source ແລະ ຮ່ວມມືກັບຄູ່ແຂ່ງ ນຳໄປສູ່ການປ່ຽນແປງທີ່ຍິ່ງໃຫຍ່.
📍2️⃣ ການສະແດງຄວາມເຫັນອົກເຫັນໃຈເພື່ອເພີ່ມຄວາມຢາກຮູ້.
ການຕັ້ງຄຳຖາມທີ່ມີຄວາມເຫັນອົກເຫັນໃຈຈະຊ່ວຍໃຫ້ຜູ້ນຳເປີດໃຈ ແລະ ຍອມຮັບມຸມມອງທີ່ແຕກຕ່າງຈາກໂຕເອງ. ຕົວຢ່າງເຊັ່ນ: ການຖາມວ່າ "ພວກເຂົາກຳລັງພົບກັບຫຍັງຢູ່ໃນຊີວິດສ່ວນຕົວ?" ຫຼື "ສິ່ງໃດທີ່ອາດຈະເຮັດໃຫ້ພວກເຂົາມີຄວາມຄຽດ?"
Indra Nooyi ອະດີດ CEO ຂອງ PepsiCo ຂຽນຈົດໝາຍຂອບໃຈພໍ່ແມ່ຂອງຜູ້ບໍລິຫານໃນບໍລິສັດ. ໂດຍການໃຊ້ການເຫັນອົກເຫັນໃຈຕໍ່ຄວາມທຸ່ມເທຂອງພວກເຂົາທີ່ມີຕໍ່ລູກ ເຊິ່ງເຮັດໃຫ້ການສົນທະນາພາຍໃນບໍລິສັດມີຄວາມລຶກຊື້ງ ແລະ ສ້າງຄວາມສຳພັນທີ່ດີຂຶ້ນ.
📍3️⃣ ການທົດລອງເພື່ອເພີ່ມຄວາມຢາກຮູ້
ບາງຄັ້ງການກະທຳເຊັ່ນ: ການຖາມຄຳຖາມ ຫຼື ເຊີນຊວນໃຫ້ຄົນອື່ນເລົ່າເລື່ອງຂອງພວກເຂົາ ຈະຊ່ວຍກະຕຸ້ນຄວາມຢາກຮູ້ຢາກເຫັນ, ການຖາມຄຳຖາມທີ່ບໍ່ແມ່ນຄຳຖາມນຳ ແລະ ຕັ້ງໃຈທີ່ຈະເຂົ້າໃຈເຂົາແບບຈິງໃຈ ຈະຊ່ວຍໃຫ້ຜູ້ນຳໄດ້ຮຽນຮູ້ສິ່ງໃໝ່ໆ.
Alan Mulally ຈາກ Ford ມັກຖາມທີມງານວ່າ "ເຈົ້າພົບກັບອຸປະສັກຫຍັງແນ່?" ໂດຍບໍ່ຕັ້ງຂໍ້ສົງໄສໃດໆ ໃນຕອນທຳອິດ, ເມື່ອໃດທີ່ເຂົາເລີ່ມຖາມຄຳຖາມເຫຼົ່ານີ້ ເຮັດໃຫ້ທີມງານເວົ້າເຖິງປັນຫາຂອງພວກເຂົາ ແລະ ເລີ່ມສ້າງວັດທະນະທຳຂອງການເຮັດວຽກຮ່ວມກັນ.
📍4️⃣ ການຂໍຄຳແນະນຳຈາກຜູ້ອື່ນເພື່ອເພີ່ມຄວາມຢາກຮູ້.
ການຂໍຄຳແນະນຳຈາກເພື່ອນຮ່ວມງານ ຫຼື ທີປຶກສາ ເປັນອີກວິທີໜື່ງທີ່ຊ່ວຍເປີດໃຈ ແລະ ເບິ່ງເຫັນມຸມມອງທີ່ເຮົາອາດເບິ່ງຂ້າມໄປ ຄຳແນະນຳຈາກຄົນອື່ນ ສາມາດຊ່ວຍກະຕຸ້ນຄຳຖາມໃໝ່ໆ ທີ່ເຮົາບໍ່ເຄີຍຄິດເຖິງ.
Mary Barra ຈາກ GM ເມື່ອເກີດວິກິດການເປີດເຜີຍຂໍ້ມູນພາຍໃນບໍລິສັດ ລາວເລີ່ມຖາມຄຳຖາມຈາກທີ່ປຶກສາ ລວມເຖິງຜູ້ທີວິຈານລາວ ເພື່ອເບິ່ງຫາວິທີການທີ່ດີທີ່ສຸດໃນການປັບປຸງລະບົບພາຍໃນ ແລະ ການເປີດເຜີຍຂໍ້ມູນຢ່າງໂປ່ງໃສ.
"ການຕັ້ງຄຳຖາມ" ຖືເປັນທັກສະທີ່ສຳຄັນສຳລັບຜູ້ນຳໃນໂລກທີ່ກຳລັງປ່ຽນແປງ, ການຍອມຮັບໃນມຸມມອງທີ່ແຕກຕ່າງ ແລະ ເປີດໃຈຮັບຄວາມຈິງໃໝ່ໆ, ສາມາດສ້າງການຕັດສິນໃຈທີ່ດີຂຶ້ນ ແລະ ເຮັດໃຫ້ສ້າງທີມທີ່ມີປະສິດທິພາບຫຼາຍຂຶ້ນ.
🤏🏻ການເລືອກໃຊ້ໜື່ງໃນ 4 ວິທີຂ້າງຕົ້ນ ຊ່ວຍພັດທະນາຄວາມຢາກຮູ້ ແລະ ຂະຫຍາຍມຸມມອງໃຫ້ກວ້າງຂຶ້ນ. ດັ່ງນັ້ນ, ຜູ້ນຳທີ່ມີຄວາມຢາກຮູ້ຢາກເຫັນຈື່ງສາມາດສ້າງຄວາມເຊື່ອໝັ້ນໃນທີມງານ ແລະ ນຳອົງກອນໄປສູ່ຄວາມສຳເລັດທີ່ໝັ້ນຄົງໄດ້ນັ້ນເອງ.

🫴🏻ຫວັງວ່າບົດຄວາມນີ້ຈະສາມາດໃຫ້ປະໂຫຍດ ແລະ ໃຫ້ຂໍ້ຄິດບໍ່ຫຼາຍກໍ່ນ້ອຍສຳລັບຄົນທີ່ເຂົ້າມາອ່ານ ☺️


KMI Consulting & Marketing ການຕະຫຼາດອອນໄລນ໌
#ປົດລັອກ #ປົດລັອກຄວາມຢາກຮູ້ຢາກເຫັນ #ພັດທະນາ #ຝືກຄວາມຄິດ

Address

Vientiane
Vientiane

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00

Website

Alerts

Be the first to know and let us send you an email when KMI Consulting & Marketing ການຕະຫຼາດອອນໄລນ໌ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share