Qubit Soft Co., Ltd

Qubit Soft Co., Ltd Qubit Soft Co., Ltd is your go-to destination for expert software solutions. Partner with us to unlock new possibilities for your business!

From seamless web design to tailored software development, we’re dedicated to meeting your unique tech needs.

💦🎊 ສະບາຍດີ ປີໃໝ່ລາວ ຄສ 2025 🎊💦🎉 ຂໍອວຍພອນໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກ ສຸຂະພາບແຂງແຮງ ປາຖະໜາສິ່ງໃດກໍຂໍໃຫ້ສົມຫວັງດ້ວຍເຖີ້ນ 🎉
14/04/2025

💦🎊 ສະບາຍດີ ປີໃໝ່ລາວ ຄສ 2025 🎊💦

🎉 ຂໍອວຍພອນໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກ ສຸຂະພາບແຂງແຮງ ປາຖະໜາສິ່ງໃດກໍຂໍໃຫ້ສົມຫວັງດ້ວຍເຖີ້ນ 🎉

🔥💖ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢ່າງສຸດໃຈ ( 22 ມີນາ 1955 - 22 ມີນາ 2025 )🔥💖______________________...
22/03/2025

🔥💖ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ຢ່າງສຸດໃຈ ( 22 ມີນາ 1955 - 22 ມີນາ 2025 )🔥💖

___________________________________
ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Tel & Whatsapp: wa.me/+8562028996929

#ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

19/03/2025
🌻👩‍🦰ສຸກສັນວັນແມ່ຍິງສາກົນ👩🌷ຂໍໃຫ້ເປັນມື້ທີ່ພິເສດ ແລະ ມີແຕ່ຄວາມສຸກ ຄວາມສຳເລັດ ສຳລັບແມ່ຍິງທຸກຄົນ✨🥰__________________________...
08/03/2025

🌻👩‍🦰ສຸກສັນວັນແມ່ຍິງສາກົນ👩🌷
ຂໍໃຫ້ເປັນມື້ທີ່ພິເສດ ແລະ ມີແຕ່ຄວາມສຸກ ຄວາມສຳເລັດ ສຳລັບແມ່ຍິງທຸກຄົນ✨🥰
___________________________________
ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Tel & Whatsapp: wa.me/+8562028996929

#ວັນແມ່ຍິງ
#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

💡📱 ມີແຕ່ Social Media ຈະພໍແທ້ບໍ? ຫຼືທຸລະກິດຕ້ອງມີເວັບໄຊທ໌ນຳ? 🌐ຂາຍດີໃນໂຊຊ່ຽວ ແຕ່....ຖ້າມື້ຫນຶ່ງບັນຊີຖືກປິດເດ? 🚫ໂພສຫລາຍ ແຕ...
22/02/2025

💡📱 ມີແຕ່ Social Media ຈະພໍແທ້ບໍ? ຫຼືທຸລະກິດຕ້ອງມີເວັບໄຊທ໌ນຳ? 🌐

ຂາຍດີໃນໂຊຊ່ຽວ ແຕ່....ຖ້າມື້ຫນຶ່ງບັນຊີຖືກປິດເດ? 🚫
ໂພສຫລາຍ ແຕ່ລູກຄ້າຫາຂໍ້ມູນບໍ່ເຈິ? 🤯
ໂຄສະນາຫນັກໆ ແຕ່ແບຣນເບິ່ງບໍ່ຫນ້າເຊື່ອຖື? 🤔
🔥 ມີເວັບໄຊທ໌ = ມີຄວາມຫນ້າເຊື່ອຖື + ຕິດອັນດັບການຄົ້ນຫາ + ເພີ່ມຍອດຂາຍ ແລະ ປິດການຂາຍໄດ້ 24h/7ມື້ 🔥

ທຸລະກິດທ່ານພ້ອມກໍໄປໃຫ້ສຸດ ຫລືຈະຢຸດທີ່ໂຊຊ່ຽວຢ່າງດຽວ?
📌 ຄິດໃຫ້ໄວ! ສ້າງເວັບໄຊທ໌ມື້ນີ້ ກ່ອນພາດໂອກາດສຳຄັນ! 🚀
___________________________________
ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Tel & Whatsapp: wa.me/+8562028996929

#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

✨ໃຊ້ Canva ມາດົນ ແຕ່ທ່ານຮູ້ເທັກນິກພວກນີ້ແລ້ວບໍ່❓ ມື້ນີ້ Qubit Studio ຈະມາບອກ 10 ເຄັດບໍ່ລັບສຳລັບສາວົກ Canva ທີ່ຈະຊ່ວຍໃຫ້ກ...
17/02/2025

✨ໃຊ້ Canva ມາດົນ ແຕ່ທ່ານຮູ້ເທັກນິກພວກນີ້ແລ້ວບໍ່❓ ມື້ນີ້ Qubit Studio ຈະມາບອກ 10 ເຄັດບໍ່ລັບສຳລັບສາວົກ Canva ທີ່ຈະຊ່ວຍໃຫ້ການເຮັດວຽກຂອງທ່ານໄວຂຶ້ນ x2 ຄືປອກກ້ວຍເຂົ້າປາກເລີຍ🥰

✅ Magic Resize ປັບຂະໜາດດີຊາຍອັດຕະໂນມັດ
✅ ລົບຮູບພື້ນຫລັງດ້ວຍຄລິກດຽວ (Canva Pro)
✅ ຄົ້ນຫາໄອຄອນ ແລະ ອົງປະກອບແບບໄວໆ
✅ ໃຊ້ຄີລັດ ຊ່ວຍໃຫ້ເຮັດວຽກໄວຂຶ້ນ
✅ ສ້າງ QR Code ໃນດີຊາຍໄດ້ເລີຍ
✅ ຄົ້ນຫາພາບໂປ່ງໃສໄດ້ງ່າຍໆ
✅ ລັອກວັດຖຸບໍ່ໃຫ້ເຄື່ອນເໜັງໂດຍບໍ່ຕັ້ງໃຈ
✅ ດາວໂຫລດພາບແບບພື້ນຫລັງໂປ່ງໃສ
✅ ເລືອກສີຈາກພາບດ້ວຍ HEX Code
✅ ໃຊ້ Canva ສ້າງເວັບ Portfolio ໄດ້!

ມີເທັກນິກດີໆ ມີໄຊໄປກວ່າເຄິ່ງ❗
___________________________________
ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Tel & Whatsapp: wa.me/+8562028996929

#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

Happy Valentine’s Day🌹 ວາເລນທາຍນີ້....ມີແຟນຫຼືຍັງ? 💕ຖ້າຍັງບໍ່ມີ ຊັ້ນກະມາເປັນແຟນເພຈເຮົາກ່ອນກໍໄດ້ເນີ້ 😘___________________...
14/02/2025

Happy Valentine’s Day🌹 ວາເລນທາຍນີ້....ມີແຟນຫຼືຍັງ? 💕
ຖ້າຍັງບໍ່ມີ ຊັ້ນກະມາເປັນແຟນເພຈເຮົາກ່ອນກໍໄດ້ເນີ້ 😘

___________________________________
ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Tel & Whatsapp: wa.me/+8562028996929

#ກຸມພານີ້ຕ້ອງມີຄູ່ #ແຕ່ຖ້າບໍ່ມີຄູ່ກໍມີQubitSoft
#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

🤗ໃນຍຸກດິຈິຕອນນີ້ທີ່ເຕັກໂນໂລຢີມີບົດບາດໃນທຸກໆດ້ານຂອງຊີວິດ, ພວກເຮົາກໍາລັງເຂົ້າສູ່ໄລຍະທີ່ ປັນຍາປະດິດ (AI) ໄດ້ກາຍເປັນເຄື່ອງມື...
07/02/2025

🤗ໃນຍຸກດິຈິຕອນນີ້ທີ່ເຕັກໂນໂລຢີມີບົດບາດໃນທຸກໆດ້ານຂອງຊີວິດ, ພວກເຮົາກໍາລັງເຂົ້າສູ່ໄລຍະທີ່ ປັນຍາປະດິດ (AI) ໄດ້ກາຍເປັນເຄື່ອງມືທີ່ສໍາຄັນ ບໍ່ພຽງແຕ່ສໍາລັບນັກວິທະຍາສາດຫຼືນັກເຕັກໂນໂລຢີເທົ່ານັ້ນ.😁
🤨ແຕ່ມັນຍັງເປັນເຄື່ອງມືທີ່ທຸກຄົນສາມາດໃຊ້ໃນຊີວິດປະຈໍາວັນຂອງເຂົາເຈົ້າ ທັງ​ດ້ານ​ການ​ເຮັດ​ວຽກ, ການ​ສຶກ​ສາ, ການ​ດູ​ແລ​ສຸ​ຂະ​ພາບ, ການ​ດໍາ​ລົງ​ຊີ​ວິດ​ປະ​ຈໍາ​ວັນ​ ແລະ​ອື່ນໆ​ຈໍາ​ນວນ​ຫຼາຍ ​ແຕ່​ຄໍາ​ຖາມ​ທີ່​ຫຼາຍ​ຄົນ​ອາດ​ຈະ​ສົງ​ໃສ​ແມ່ນ​ ເປັນຫຍັງ❓ ພວກເຮົາຈໍາເປັນຕ້ອງຮຽນຮູ້ທີ່ຈະໃຊ້ AI ແລະລວມເອົາມັນເຂົ້າໄປໃນຊີວິດປະຈໍາວັນຂອງພວກເຮົາ?😀

📝ໃນບົດຄວາມນີ້, Qubit Soft ຈະມາເວົ້າເຖິງເຫດຜົນທີ່ສໍາຄັນວ່າ “ເປັນຫຍັງການຮຽນຮູ້ ແລະ ການນໍາໃຊ້ AI ເປັນສິ່ງຈໍາເປັນໃນຍຸກນີ້” ລວມທັງຕົວຢ່າງຂອງວິທີທີ່ AI ສາມາດຊ່ວຍເຮັດໃຫ້ຊີວິດຂອງເຮົາງ່າຍຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນອີກດ້ວຍ.✨
______________________________
✏️1. AI ຊ່ວຍເພີ່ມປະສິດທິພາບການເຮັດວຽກ.
📍ຫນຶ່ງໃນເຫດຜົນຫຼັກທີ່ AI ໄດ້ກາຍເປັນເຄື່ອງມືທີ່ຄົນຕ້ອງຮຽນຮູ້ ແລະ ນໍາໃຊ້ແມ່ນ “ເພື່ອເພີ່ມປະສິດທິພາບການເຮັດວຽກ”. ບໍ່ວ່າຈະເປັນວຽກງານທີ່ຕ້ອງການການວິເຄາະຂໍ້ມູນທີ່ຊັບຊ້ອນ ຫຼື ການເຮັດວຽກທີ່ຕ້ອງການຄວາມແມ່ນຍໍາສູງ, AI ກໍສາມາດຊ່ວຍພວກເຮົາໄດ້ຫຼາຍ.

📍ຕົວຢ່າງເຊັ່ນ ໃນວຽກງານທຸລະກິດ, AI ສາມາດຊ່ວຍວິເຄາະຂໍ້ມູນ ແລະ ຄາດຄະເນແນວໂນ້ມຕ່າງໆ. ເຊິ່ງສາມາດຊ່ວຍໃຫ້ຜູ້ປະກອບການຕັດສິນໃຈໄດ້ຢ່າງຫມັ້ນໃຈຫຼາຍຂຶ້ນ. ໂດຍບໍ່ຕ້ອງໃຊ້ເວລາຫຼາຍໃນການວິເຄາະຂໍ້ມູນຕົວເອງ. ນອກຈາກນີ້, ການໃຊ້ AI ໃນວຽກການຂາຍ ຍັງສາມາດຊ່ວຍຈັດການຄໍາສັ່ງຊື້, ວິເຄາະພຶດຕິກໍາຂອງລູກຄ້າ ຫຼື ແນະນໍາຜະລິດຕະພັນທີ່ລູກຄ້າສົນໃຈ ເຮັດໃຫ້ສາມາດເພີ່ມຍອດຂາຍແລະ ຫຼຸດຕົ້ນທຸນໄດ້.

📍ໃນຂະແຫນງທຸລະກິດດ້ານການເງິນ, AI ຍັງມີບົດບາດສໍາຄັນໃນການກວດສອບການສໍ້ໂກງທາງດ້ານການເງິນ. ຫຼື ການກວດສອບຂໍ້ມູນການເຮັດທຸລະກໍາໄດ້ຢ່າງແມ່ນຍຳ ມັນສາມາດເຮັດໄດ້ໃນເວລາສັ້ນໆ ເຊິ່ງເຮົາບໍ່ສາມາດເຮັດໄດ້ໃນກໍລະນີທີ່ເຮັດວຽກດ້ວຍມື.
______________________________
✏️2. AI ຊ່ວຍປະຫຍັດເວລາແລະເພີ່ມຄວາມສະດວກ.
📍ທຸກຄົນລ້ວນມີເວລາຈຳກັດໃນແຕ່ລະມື້ ການໃຊ້ AI ເພື່ອຈັດການວຽກບາງຢ່າງສາມາດປະຫຍັດເວລາໃຫ້ທ່ານໄດ້ຫຼາຍຢ່າງເຊັ່ນ ໃຊ້ເປັນຜູ້ຊ່ວຍດິຈິຕອນ (Virtual Assistant) ເຊັ່ນ Siri, Google Assistant ຫຼື Alexa ເຊິ່ງສາມາດຕັ້ງການແຈ້ງເຕືອນ, ສົ່ງຂໍ້ຄວາມ ຫຼື ຊອກຫາຂໍ້ມູນຕ່າງໆ ໃຫ້ກັບພວກເຮົາໂດຍບໍ່ຈໍາເປັນຕ້ອງຈັບໂທລະສັບ ຫຼື ເປີດຄອມພິວເຕີ.

📍AI ຍັງຊ່ວຍໃນດ້ານການ ບໍລິຫານຈັດການວຽກຕ່າງໆ ເຊັ່ນ: ແອັບພລິເຄຊັ່ນຕ່າງໆທີ່ໃຊ້ AI ເພື່ອຊ່ວຍເຮົາຈັດການເວລາ ຫຼື ຕັ້ງເປົ້າໝາຍ ເຊັ່ນ Todoist ຫຼື Trello ທີ່ໃຊ້ AI ເພື່ອແນະນຳວຽກທີ່ສຳຄັນ ຫຼື ຈັດລຳດັບຄວາມສຳຄັນໃຫ້ເຮົາຮູ້.
______________________________
✏️3. AI ເຮັດໃຫ້ຊີວິດປະຈໍາວັນງ່າຍຂຶ້ນ ແລະ ປອດໄພກວ່າ.
📍ໃນຊີວິດປະຈໍາວັນຂອງພວກເຮົາ AI ມີບົດບາດສໍາຄັນທີ່ຈະເຮັດໃຫ້ພວກເຮົາສະດວກສະບາຍຫຼາຍຂຶ້ນ ບໍ່ວ່າຈະເປັນ: ການນໍາໃຊ້ AI ເພື່ອຂັບລົດ. ເຊິ່ງໄດ້ເລີ່ມມີການພັດທະນາໃນຍານພາຫະນະອັດຕະໂນມັດ (Autonomous Vehicles )ຫຼື ການນໍາໃຊ້ລະບົບຄວາມປອດໄພໃນບ້ານເຊັ່ນ CCTV ຫຼື ເຊັນເຊີກວດຈັບການເຄື່ອນໄຫວ ທີ່ສາມາດເຮັດວຽກອັດຕະໂນມັດ ແລະ ຊ່ວຍປ້ອງກັນອາດຊະຍາກໍາ.

📍ອີກອັນຫນຶ່ງກໍແມ່ນ AI ໃນດ້ານສຸຂະພາບເຊັ່ນ: ແອັບພລິເຄຊັ່ນກວດສຸຂະພາບ. ທີ່ສາມາດກວດຫາຄວາມຜິດປົກກະຕິໃນຮ່າງກາຍໄດ້ຈາກຂໍ້ມູນທີ່ພວກເຮົາບັນທຶກເຂົ້າໄປເຊັ່ນ: ການຕິດຕາມອັດຕາການເຕັ້ນຂອງຫົວໃຈ, ລະດັບນໍ້າຕານໃນເລືອດ ຫຼື ແມ່ນແຕ່ການໃຊ້ AI ເພື່ອກວດຫາໂຣກມະເຮັງຈາກການສະແກນຮູບພາບທາງການແພດເຊັ່ນ X-rays ຫຼື MRI ເຊິ່ງສາມາດຊ່ວຍພວກເຮົາກວດຫາພະຍາດໄດ້ໄວຂຶ້ນ ແລະ ສາມາດປິ່ນປົວໄດ້ທັນເວລາ
___________________________
✏️4. AI ຊ່ວຍໃນການຮຽນຮູ້ ແລະ ການສຶກສາທີ່ມີປະສິດທິພາບ.
📍ການສຶກສາແມ່ນອີກຂະແໜງໜຶ່ງທີ່ AI ສາມາດເຂົ້າມາຊ່ວຍພັດທະນາວິທີການສອນໃຫ້ມີປະສິດທິພາບຫຼາຍຂຶ້ນ, AI ສາມາດປັບແຕ່ງການສອນໃຫ້ເໝາະສົມກັບຜູ້ຮຽນແຕ່ລະຄົນ. ໂດຍການວິເຄາະຜົນການຮຽນ ແລະ ຮູບແບບການຮຽນຮູ້ຂອງນັກຮຽນແຕ່ລະຄົນ, ຕົວຢ່າງເຊັ່ນ AI Tutor ທີ່ໃຊ້ສໍາລັບການຮຽນພາສາ ຫຼື ຄະນິດສາດ. ເຊິ່ງສາມາດປັບເນື້ອໃນການຮຽນຮູ້ໃຫ້ເໝາະສົມກັບຄວາມສາມາດຂອງນັກຮຽນ.

📍ການນໍາໃຊ້ AI ເພື່ອສ້າງເນື້ອຫາການສຶກສາ ມັນຍັງສາມາດຊ່ວຍໃຫ້ຄູອາຈານ ໃນການກຽມພ້ອມສໍາລັບການສອນ. ເຊັ່ນ: ການສ້າງສື່ການຮຽນການສອນ, ການກວດສອບການສອບເສັງອັດຕະໂນມັດ ແລະ ​ໃຫ້​ຄໍາ​ຄິດເຫັນແກ່​ນັກ​ຮຽນ​ທັນທີ.
____________________________
✏️5. AI ຊ່ວຍຫຼຸດຜ່ອນຄວາມຜິດພາດ ແລະ ການຕັດສິນໃຈທີ່ຜິດພາດ.
📍AI ຍັງມີບົດບາດສໍາຄັນໃນການຫຼຸດຜ່ອນຂໍ້ຜິດພາດ ທີ່ອາດເກີດຂື້ນຈາກການຕັດສິນໃຈທີ່ບໍ່ຖືກຕ້ອງ ໂດຍສະເພາະໃນອຸດສາຫະກໍາທີ່ຕ້ອງການຄວາມແມ່ນຍຳສູງເຊັ່ນ: ໃນວົງການແພດ ທີ່ການນໍາໃຊ້ AI ໃນການວິເຄາະຂໍ້ມູນສຸຂະພາບ ສາມາດຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການວິນິດໄສທີ່ຜິດພາດ ຫຼື ໃນອຸດສາຫະກໍາການຜະລິດ ເຊິ່ງ AI ຖືກນໍາໃຊ້ເພື່ອກວດກາຄຸນນະພາບຂອງຜະລິດຕະພັນ. ມັນຊ່ວຍໃຫ້ເຮົາສາມາດກວດຈັບຂໍ້ບົກພ່ອງທີ່ອາດຈະເກີດຂື້ນໃນຂະບວນການຜະລິດຢ່າງທັນເວລາ.
___________________________
✏️6. AI ຊ່ວຍກະກຽມຄວາມພ້ອມສໍາລັບອະນາຄົດ
📍ໃນອະນາຄົດ AI ຈະມີບົດບາດຫຼາຍຂຶ້ນໃນຫຼາຍໆດ້ານ ຂອງຊີວິດປະຈໍາວັນ ການຮຽນຮູ້ການນໍາໃຊ້ AI ຕັ້ງແຕ່ມື້ນີ້ຈະຊ່ວຍໃຫ້ເຮົາກຽມຄວາມພ້ອມໃນການຮັບມືກັບການປ່ຽນແປງໃນອະນາຄົດ ບໍ່ວ່າຈະເປັນການປ່ຽນແປງໃນຕະຫຼາດແຮງງານ, ການປະກົດຕົວຂອງເຕັກໂນໂລຢີໃຫມ່ໆ ຫຼື ການປ່ຽນແປງໃນດ້ານອື່ນໆທີ່ອາດຈະເກີດຂຶ້ນໃນອະນາຄົດ.
____________________________
📌ສະຫຼຸບ
👉ການຮຽນຮູ້ການໃຊ້ AI ໃນຊີວິດປະຈໍາວັນບໍ່ພຽງແຕ່ເປັນການເຮັດໃຫ້ຊີວິດງ່າຍຂຶ້ນ ຫຼື ໄວຂຶ້ນເທົ່ານັ້ນ, ແຕ່ຍັງຊ່ວຍເພີ່ມຄວາມຖືກຕ້ອງ, ຫຼຸດຜ່ອນຄວາມຜິດພາດ, ປະຢັດເວລາ, ແລະ ກະກຽມຄວາມພ້ອມສໍາລັບອະນາຄົດ ທີ່ເຕັມໄປດ້ວຍການປ່ຽນແປງຈາກເຕັກໂນໂລຢີໃຫມ່ໆ. ດັ່ງນັ້ນ, ການຮຽນຮູ້ທີ່ຈະໃຊ້ AI ຈຶ່ງເປັນສິ່ງສໍາຄັນ ແລະ ຈໍາເປັນຫຼາຍໃນຍຸກນີ້.

🤗ເນື່ອງຈາກວ່າໃນເວລາທີ່ເຕັກໂນໂລຊີກ້າວຫນ້າຢ່າງໄວວາ ການບໍ່ຮຽນຮູ້ ແລະບໍ່ໃຊ້ AI ອາດຈະເຮັດໃຫ້ເຮົາພາດໂອກາດໃນການພັດທະນາຕົນເອງ ແລະ ບໍ່ສາມາດແຂ່ງຂັນໃນໂລກເຕັມໄປດ້ວຍການປ່ຽນແປງນີ້ໄດ້.
ຢ່າລໍຖ້າ! ເລີ່ມການຮຽນຮູ້ ແລະລວມເອົາ AI ເຂົ້າໃນຊີວິດປະຈຳວັນຂອງທ່ານຕັ້ງແຕ່ມື້ນີ້. ກຽມຕົວສູ່ໂລກແຫ່ງອະນາຄົດ!✨🥰

___________________________________
ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Tel & Whatsapp: wa.me/+8562028996929
#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

💻✨ຖ້າທ່ານຢາກມີເວັບໄຊທ໌ສຸດປັງ! ໃຫ້ເຮົາຊ່ວຍສ້າງໃຫ້ທ່ານ🚀Qubit Soft ຮັບເຮັດ ແລະ ອອກແບບເວັບໄຊທ໌ແບບຄົບວົງຈອນ ດີຊາຍງາມ ທັນສະໄໝ ...
04/02/2025

💻✨ຖ້າທ່ານຢາກມີເວັບໄຊທ໌ສຸດປັງ! ໃຫ້ເຮົາຊ່ວຍສ້າງໃຫ້ທ່ານ🚀

Qubit Soft ຮັບເຮັດ ແລະ ອອກແບບເວັບໄຊທ໌ແບບຄົບວົງຈອນ ດີຊາຍງາມ ທັນສະໄໝ ໃຊ້ງານງ່າຍ ຮອງຮັບໄດ້ທັງໂທລະສັບມືຖື ແລະ ທຸກອຸປະກອນ📱💻
✅ຊ່ວຍໃຫ້ SEO ຕິດອັນດັບ 🔍 ເພີ່ມໂອກາດໃຫ້ລູກຄ້າຄົ້ນຫາເຈິງ່າຍ
✅E-Commerce ພ້ອມຂາຍ 🛒 ເຊື່ອມຕໍ່ລະບົບຈ່າຍເງິນ
✅Corporate Website 🏢 ສ້າງແບຣນໃຫ້ໂດດເດັ່ນ ໜ້າເຊື່ອຖື
✅Landing Page 🎯 ໂປຣໂມດສິນຄ້າ ຍິງແອັດງ່າຍ ປິດການຂາຍໄວ

🔥ແພັກເກຈລາຄາສຸດປັງ! ລາຄາດີ ບໍລິການຄົບ ຈົບໃນທີ່ດຽວ 🎁
___________________________________
ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Tel & Whatsapp: wa.me/+8562028996929

#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

🥰ການມີເວັບໄຊທ໌ ບໍ່ແມ່ນແຕ່ເປັນການເພີ່ມຄວາມສະດວກສະບາຍໃຫ້ກັບທ່ານ ແຕ່ຍັງເປັນການເພີ່ມໂອກາດໃນການຂະຫຍາຍຕົວຂອງທຸລະກິດຂອງທ່ານພ້ອມ...
30/01/2025

🥰ການມີເວັບໄຊທ໌ ບໍ່ແມ່ນແຕ່ເປັນການເພີ່ມຄວາມສະດວກສະບາຍໃຫ້ກັບທ່ານ ແຕ່ຍັງເປັນການເພີ່ມໂອກາດໃນການຂະຫຍາຍຕົວຂອງທຸລະກິດຂອງທ່ານພ້ອມ💹🏢💰

📲ຂະຫຍາຍທຸລະກິດຜ່ານລະບົບອອນລາຍ ໃຫ້ເວັບໄຊທ໌ຊ່ວຍທ່ານເຕີບໂຕໄປອີກກ້າວ✨

👉ພວກເຮົາບໍລິການສ້າງເວັບໄຊທ໌-ແອັບພລິເຄຊັ່ນ ໃຫ້ກັບທຸລະກິດທຸກປະເພດແບບຄົບວົງຈອນ✅️
👉ມີທີມຊ່ຽວຊານທີ່ມີປະສົບການຫຼາຍກວ່າ 8 ປີສາມາດໃຫ້ຄຳແນະນຳທ່ານ🥰
👉ສາມາດຮັບຄຳປຶກສາໄດ້ກ່ອນການຕັດສິນໃຈ✨️
________________________________
📍ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
📱Tel & Whatsapp: wa.me/+8562028996929
#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

ຫຼາຍຄົນອາດຈະເຄີຍເຫັນ Deepseek  ແລະ ລອງໃຊ້ມັນມາແນ່ແລ້ວ😀ມື້ນີ້ Qubit Soft ເລິຍຈະມາລວບລວມສາລະເນື້ອຫາສຳຄັນທີ່ພາໃຫ້ທຸກຄົນໄດ້ມ...
30/01/2025

ຫຼາຍຄົນອາດຈະເຄີຍເຫັນ Deepseek ແລະ ລອງໃຊ້ມັນມາແນ່ແລ້ວ😀ມື້ນີ້ Qubit Soft ເລິຍຈະມາລວບລວມສາລະເນື້ອຫາສຳຄັນທີ່ພາໃຫ້ທຸກຄົນໄດ້ມາຮູ້ຈັກກັບ AI ໂຕໃໝ່ທີ່ຊື່ວ່າ “Deepseek” ຫຼາຍຂຶ້ນ🥰

[ Deepseek ແມ່ນຫຍັງ❓ ]
📍Deepseek ເປັນໂມເດລພາສາ (Language Model) ທີ່ພັດທະນາຂຶ້ນໂດຍບໍລິສັດ Deepseek AI ເຊິ່ງເປັນສະຕາດອັບຈາກປະເທດຈີນ ກໍ່ຕັ້ງໂດຍ Liang Wenfeng ໃນປີ 2023 ໂດຍມີເປົ້າໝາຍໃນການພັດທະນາ AI ທີ່ເຂົ້າເຖິງໄດ້ງ່າຍ ແລະ ລາຄາຖືກ. ເຊິງໂມເດລນີ້ໃຊ້ໃນການຮຽນຮູ້ເຊິງເລິກ (Deep Learning) ແລະ ເຄືອຂ່າຍປະສາດທຽມ (Neural Networks) ເພື່ອສ້າງຂໍ້ຄວາມທີ່ມີຄວາມໝາຍ ແລະ ເປັນທຳມະຊາດໂດຍມຸ່ງເນັ້ນໃນການໃຊ້ງານທີ່ຫຼາກຫຼາຍພາສາ ໂດຍສະເພາະພາສາຈີນ.

[ ຈຸດເດັ່ນຂອງ Deepseek ແມ່ນຫຍັງ❓ເປັນຫຍັງຄືມາແຮງກວ່າ ChatGPT❓ ]
📍ດ້ວຍຄວາມທີ່ເປັນ AI ແບບ OpenSource ຄືກັນ ແຕ່ Deepseek ກໍມີຈຸດເດັ່ນຫຼາຍໆຢ່າງພໍສົມຄວນເມື່ອທຽບກັບ ChatGPT ເພາະ Deepseek ມີການໃຊ້ຕົ້ນທຶນທີ່ຕ່ຳຫຼາຍ ພຽງແຕ່ປະມານ 6 ລ້ານໂດລາ ໃນຂະນະທີ່ ChatGPT ໃຊ້ງົບປະມານສູງເຖິງ 100 ລ້ານໂດລາ ແລະ Deepseek ຍັງມີຄ່າບໍລິການທີ່ຕ່ຳກວ່າ AI ຈາກສະຫະລັດຫຼາຍ ເນື່ອງຈາກໃຊ້ຊັບພະນາກອນທີ່ຕ່ຳ.

📍ສຳລັບການປະມວນຜົນຂອງ Deepseek ຖືວ່າສາມາດປະມວນຜົນໄດ້ຢ່າງແມ່ນຢຳ ແລະ ວ່ອງໄວ ໂດຍສະເພາະດ້ານການໃຫ້ເຫດຜົນ ແລະ ການແກ້ໄຂບັນຫາ. ນອກຈາກນັ້ນ, ມັນຍັງສາມາດຮອງຮັບໄດ້ຫຼາຍພາສາ ເຮັດໃຫ້ການໂຕ້ຕອບເປັນເລື່ອງທີ່ງ່າຍສຳລັບຜູ້ໃຊ້ຈາກຫຼາຍພູມພາກ. ປັດຈຸບັນຖືວ່າ Deepseek ເປັນແອັບພລິເຄຊັ່ນທີ່ໄດ້ຮັບຄວາມນິຍົມຫຼາຍພໍສົມຄວນ ໂດຍກາຍເປັນແອັບທີ່ຖືກດາວໂຫລດຫຼາຍທີ່ສຸດໃນ App Store ຂອງສະຫະລັດໃນຊ່ວງໜຶ່ງ ເຊິ່ງແຊງນຳໜ້າ ChatGPT.

[ ເປັນຫຍັງ Deepseek ຄືມາແຮງໃນຊ່ວງນີ້❓ ]
📍ຍ້ອນຜົນສຳເລັດຈາກການດາວໂຫລດແອັບ Deepseek ຫຼາຍທີ່ສຸດໃນ App Store ເຊິ່ງແຊງໜ້າ ChatGPT ໄປ ໂດຍຂຶ້ນຊື່ວ່າເປັນແອັບຟຣີທີ່ມີຍອດນິຍົມສູງ ເຊິ່ງກໍເປັນຜົນລັບທີ່ໜ້າອັດສະຈັນໃຈ ແລະ ສ້າງຄວາມສົນໃຈໃນວົງການ AI ຢ່າງກະຕືລືລົ້ນ. ດ້ວຍການທີ່ Deepseek ໃຊ້ງົບປະມານສຳລັບຕົ້ນທຶນທີ່ຂ້ອນຂ້າງຕ່ຳ ແລະ ເປີດໃຫ້ໃຊ້ງານຟຣີແບບ Open-Source ຊ່ວຍເຮັດໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງ ແລະ ພັດທະນາຕໍ່ຍອດໄດ້ຢ່າງງ່າຍດາຍ. ນອກຈາກນັ້ນ, ການນຳໃຊ້ Deepseek ກໍຖືວ່າເປັນເລື່ອງທີ່ງ່າຍ ເພາະສາມາດຕອບສະໜອງໃນການສ້າງເນື້ອຫາ ແລະ ຕອບຄຳຖາມໄດ້ດີ ພ້ອມຍັງສາມາດໃຊ້ໄດ້ທັງເວັບໄຊທ໌ ແລະ ແອັບພລິເຄຊັ່ນເທິງມືຖື.

📍ຍ້ອນການມາແຮງແຊງທາງໂຄ້ງຂອງ Deepseek ໄດ້ເຮັດໃຫ້ເກີດການສັ່ນສະເທືອນທົ່ວວົງການ AI ໂດຍທ້າທາຍຄວາມເປັນຜູ້ນຳຂອງຄ່າຍຍັກໃຫຍ່ຫຼາຍໆຄ່າຍ ເຮັດໃຫ້ກະຕຸ້ນເກີດການແຂ່ງຂັນກັນໃນຕະຫຼາດໄປໃນທີ່ສຸດ.

[ ບັນຫາທີ່ພົບເຈິໃນປັດຈຸບັນ❓ ]
📍ໃນຊ່ວງໜຶ່ງທີ່ Deepseek ກຳລັງຮິດໃນໝູ່ຜູ້ໃຊ້ງານ OpenAI ກໍໄດ້ມີບັນຫາຕາມມາບໍ່ວ່າຈະເປັນເລື່ອງການຖືກການໂຈມຕີທາງໄຊເບີຂະໜາດໃຫຍ່ ທີ່ເຮັດໃຫ້ການໃຊ້ງານຢຸດຊະງັກ ແລະ ດ້ວຍຄວາມທີ່ການແຂ່ງຂັນສຸດດຸເດືອດຂອງຕະຫຼາດ AI ກໍໄດ້ມີການເປີດໂຕໂມເດລໃໝ່ໆຈາກຄູ່ແຂ່ງເຊັ່ນ Qwen 2.5 ຂອງ Alibaba ອາດເຮັດໃຫ້ Deepseek ຕ້ອງປັບໂຕ ແລະ ອາດໄດ້ມີການຢຸດການໃຫ້ບໍລິການຊົ່ວຄາວເພື່ອປັບປຸງລະບົບ.

📍Deepseek ຍັງຖືກກ່າວຫາວ່າລະເມີດຂໍ້ຕົກລົງການໃຫ້ການບໍລີການຂອງ OpenAI ແລະ ອາດມີບັນຫາດ້ານການລະເມີດຂໍ້ມູນສ່ວນຕົວເຊິ່ງອາດເຮັດໃຫ້ແອັບຖືກບລັອກໃນບາງປະເທດ. ນອກນັ້ນ, Deepseek ອາດມີການຈຳກັດການເຂົ້າເຖິງໃນບາງພູມພາກ ຍ້ອນມີຂໍ້ກ່າວຫາວ່າ Deepseek ອາດໃຊ້ຂໍ້ມູນຂອງ OpenAI ໂດຍບໍໄດ້ຮັບອະນຸຍາດເພື່ອຝຶກໂມເດລ AI ຂອງຕົນເອງ ເຊິ່ງຖືກວ່າເປັນການລະເມີດຂໍ້ຕົກລົງການໃຊ້ງານຂອງ OpenAI. ໃນປັດຈຸບັນກອງທັບເຮືອສະຫະລັດໄດ້ສັ່ງແບນການໃຊ້ງານ Deepseek ໄປເປັນທີ່ຮຽບຮ້ອຍແລ້ວ ເນື່ອງຈາກກັງວົນເລື່ອງຄວາມໝັ້ນຄົງ.

[ 📝ສະຫລຸບ ]
📍Deepseek ຖືວ່າເປັນ OpenAI ທີ່ມີຟັງຊັ່ນການໃຊ້ງານທີ່ຄ້າຍຄືກັບ ChatGPT ແຕ່ມີການໃຊ້ງົບ ແລະ ໃຫ້ຄ່າບໍລິການທີ່ໜ້ອຍກວ່າ. ນອກນັ້ນ, ການມາຂອງ Deepseek ຍັງຊ່ວຍໃຫ້ເກີດແຮງກະຕຸ້ນສຳລັບວົງການ AI ກັນອີກຄັ້ງນັບຕັ້ງແຕ່ໄດ້ມີການເປີດໂຕການໃຊ້ງານຂອງ ChatGPT ແລະ OpenAI ຄ່າຍໆອື່ນໆ.

🤗ຕໍ່ໄປຈະມີ AI ໂຕໃດມາໃໝ່ອີກ Qubit Soft ກໍຈະລວບລວມ ແລະ ນຳສາລະດີໆແບບນີ້ມາໃຫ້ທ່ານນຳກັນ❗

___________________________________
ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
Tel & Whatsapp: wa.me/+8562028996929

#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

✨Happy Lunar New Year! ຂໍໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກສົມຫວັງ🧧🎆=========== =======📍ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້...
28/01/2025

✨Happy Lunar New Year! ຂໍໃຫ້ທຸກທ່ານຈົ່ງມີແຕ່ຄວາມສຸກສົມຫວັງ🧧🎆
=========== =======
📍ສະຖານທີ່ບໍລິສັດຕັ້ງຢູ່: ຖະໜົນຫນອງບອນ, ບ້ານ ທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
📱Tel & Whatsapp: wa.me/+8562028996929
#ສ້າງເວັບໄຊ້ #ສ້າງແອັບພລິເຄຊັ່ນ #ຮັບເຮັດເວັບແອັບ #ປຶກສາກ່ອນໄດ້ #ລະບົບຊອຟແວຣ໌

Address

Nongbone Road, Thatluang Square, 4th Floor
Vientiane
0100

Opening Hours

Monday 09:00 - 17:30
Tuesday 09:00 - 17:30
Wednesday 09:00 - 17:30
Thursday 09:00 - 17:30
Friday 09:00 - 17:30

Alerts

Be the first to know and let us send you an email when Qubit Soft Co., Ltd posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category