Huk Media ຮັກມີເດຍ

Huk Media ຮັກມີເດຍ ບໍລິການເສີມດາຕ້າ ແລະ ໂທເວລາສຸກເສີນ

💵 ມື້ນີ້ອັດຕາແລກປ່ຽນ ເງິນຢວນປັບຂຶ້ນ 7 ກີບ, ເງິນເອີໂຣປັບລົງ 29 ກີບ💰ລາຄາຄຳປັບຂຶ້ນ 570,000 ກີບ 🌟
11/12/2024

💵 ມື້ນີ້ອັດຕາແລກປ່ຽນ ເງິນຢວນປັບຂຶ້ນ 7 ກີບ, ເງິນເອີໂຣປັບລົງ 29 ກີບ💰ລາຄາຄຳປັບຂຶ້ນ 570,000 ກີບ 🌟

ພະຍາກອນອາກາດ ປະຈໍາເຊົ້າວັນທີ 11 ທັນວາ 2024   ຄວາມກົດດັນສູງຂອງອາກາດເຢັນ ຍັງສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາ...
11/12/2024

ພະຍາກອນອາກາດ ປະຈໍາເຊົ້າວັນທີ 11 ທັນວາ 2024
ຄວາມກົດດັນສູງຂອງອາກາດເຢັນ ຍັງສືບຕໍ່ປົກຄຸມຢູ່ທົົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ ສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ໂດຍສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ຈະມີ ຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ.
ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 11/12/2024 ຫາ ເວລາ 07 ໂມງ ຂອງວັນທີ 12/12/2024
ພາກເໜືອດ້ານຕາເວັນອອກ (ແຂວງຜົົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົົ້າ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົົ່າກັບ 10% ອຸນຫະພູມໃນລະຫວ່າງ 13-25 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມ ຢູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 17-31 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົົ້າ, ພ້ອມມີໝອກບາງ ປົກຫຸ້ມຢູ່ທົົ່ວໄປ ອຸນຫະພູມໃນລະຫວ່າງ 19-31 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມໃນລະຫວ່າງ 18-31 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມ ຢູ່ໃນຕອນເຊົົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 14-30 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນໃນຕອນເຊົົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 15% ອຸນຫະພູມໃນລະຫວ່າງ 18-33 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົົ່າກັບ 20%. ອຸນຫະພູມໃນລະຫວ່າງ 11-25 ອົງສາ.

💪 ຢ່າລືມ...!!! ມາເປັນກໍາລັງໃຈໃຫ້ທີມຊາດລາວ ນໍາກັນ ໃຫ້ເຕັມສະຫນາມ  🇱🇦‘’ ຮ່ວມໃຈກັນເປັນຫນຶ່ງດຽວ ‘’ 🏆 ມາຮ່ວມກັນສົ່ງແຮງໃຈໃຫ້ທີມ...
09/12/2024

💪 ຢ່າລືມ...!!! ມາເປັນກໍາລັງໃຈໃຫ້ທີມຊາດລາວ ນໍາກັນ ໃຫ້ເຕັມສະຫນາມ 🇱🇦
‘’ ຮ່ວມໃຈກັນເປັນຫນຶ່ງດຽວ ‘’
🏆 ມາຮ່ວມກັນສົ່ງແຮງໃຈໃຫ້ທີມຊາດລາວ ເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP™ 2024
📅 ວັນທີ 09/12/2024
⏰ ເວລາ 20:00
ລາວ 🇱🇦 ພົບ ຫວຽດນາມ 🇻🇳
🏟️ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16
ຂ່າວ+ຮູບ: ສຕລ

💵 ມື້ນີ້ອັດຕາແລກປ່ຽນ ເງິນໂດລາປັບຂຶ້ນ 2 ກີບ, ເງິນຢວນປັບລົງ 5 ກີບ, ເງິນເອີໂຣປັບລົງ 37 ກີບ💰ລາຄາບໍ່ເໜັງຕີງ🌟
09/12/2024

💵 ມື້ນີ້ອັດຕາແລກປ່ຽນ ເງິນໂດລາປັບຂຶ້ນ 2 ກີບ, ເງິນຢວນປັບລົງ 5 ກີບ, ເງິນເອີໂຣປັບລົງ 37 ກີບ💰ລາຄາບໍ່ເໜັງຕີງ🌟

ພະຍາກອນອາກາດ ປະຈໍາເຊົ້າວັນທີ 09 ທັນວາ 2024   ມວນອາກາດເຢັນທີີ່ປະເທດຈີນ ໄດ້ເພີ່ມກໍາລັງແຮງຂື້ນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່...
09/12/2024

ພະຍາກອນອາກາດ ປະຈໍາເຊົ້າວັນທີ 09 ທັນວາ 2024
ມວນອາກາດເຢັນທີີ່ປະເທດຈີນ ໄດ້ເພີ່ມກໍາລັງແຮງຂື້ນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບລົມຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນສ່ວນໃຫຍ່. ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນລົງ 1 ຫາ 2 ອົງສາ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ຈະມີຝົນຕົກ ໃນລະດັບຄ່ອຍຢູ່ບາງທ້ອງຖິີ່ນແຂວງພາກເໜືອ ແລະ ມີລົມພັດແຮງ ເປັນບາງໂອກາດຢູ່ໃນແຕ່ລະພາກ.
ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 09/12/2024 ຫາ ເວລາ 07 ໂມງ ຂອງວັນທີ 10/12/2024
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ລົມພັດແຮງຢູ່ບາງທ້ອງຖິີ່ນ ຫລື ເນື້ອທີີ່ ການປົກຫຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 12-24 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ພ້ອມມີຝົນຕົກຄ່ອຍ ແລະ ລົມພັດແຮງເປັນບາງໂອກາດ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມ ໃນລະຫວ່າງ 17-33 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 20-32 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ, ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 19-32 ອົງສາ.
ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີີ່ການ ປົກຫຸ້ມຂອງຝົນເທົ່າກັບ 15%. ອຸນຫະພູມໃນລະຫວ່າງ 13-30 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ພ້ອມມີລົມ ພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 19-34 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົ່າກັບ 15%. ອຸນຫະພູມໃນລະຫວ່າງ 11-25 ອົງສາ.

ສະພາບຝຸ່ນລະອອງ ທີ່ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM 2.5) ປະຈຳວັນທີ 07 ທັນວາ 2024.
07/12/2024

ສະພາບຝຸ່ນລະອອງ ທີ່ມີຂະໜາດນ້ອຍກວ່າ 2.5 ໄມຄຣອນ (PM 2.5) ປະຈຳວັນທີ 07 ທັນວາ 2024.

ພະຍາກອນອາກາດ ປະຈໍາເຊົ້າວັນທີ 07 ທັນວາ 2024   ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ...
07/12/2024

ພະຍາກອນອາກາດ ປະຈໍາເຊົ້າວັນທີ 07 ທັນວາ 2024
ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ຢູ່ແຂວງ ພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງ ເປັນບາງໂອກາດຢູ່ໃນແຕ່ລະພາກ.
ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 07/12/2024 ຫາ ເວລາ 07 ໂມງ ຂອງວັນທີ 08/12/2024
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 15-24 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດ ແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 17-33 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 22-32 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມູ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 19-32 ອົງສາ.
ແຂວງໄຊສົມບູນ: ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 15%. ອຸນຫະພູມໃນລະຫວ່າງ 15-30 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 19-34 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 11-25 ອົງສາ.

ພະຍາດເອດ ຍັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງທຸກຄົນພະແນກສາທາລະນະສຸກແຂວງສະຫວັນນະເຂດ ຮ່ວມກັບ ອົງການມູນນິທິດູແລປິ່ນປົວພະຍາດເອດ (AH...
06/12/2024

ພະຍາດເອດ ຍັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງທຸກຄົນ
ພະແນກສາທາລະນະສຸກແຂວງສະຫວັນນະເຂດ ຮ່ວມກັບ ອົງການມູນນິທິດູແລປິ່ນປົວພະຍາດເອດ (AHF Laos) ຈັດກິດຈະກຳສະເຫລີມສະຫລອງວັນສາກົນຕ້ານເອດ ໃນວັນທີ 4 ທັນວາ 2024 ທີ່ນະຄອນໄກສອນ ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມ ທ່ານ ດຣ. ແສງດາວ ສີດາໄລ ຫົວໜ້າ ພະແນກສາທາລະນະສຸກແຂວງ, ທ່ານ ນາງ ດຣ. ປານີນາ ພູມສະຫວັນ ຫົວໜ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ (ພຕພ) ພ້ອມດ້ວຍຂະແໜງການຕ່າງໆ ແລະ ນັກສາສຶກຈາກບັນດາວິທະຍາໄລ ວິທະຍາສາດ ສຸຂະພາບ ສະຫວັນນະເຂດເຂົ້າຮ່ວມ.
ຈຸດປະສົງ ກໍເພື່ອສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານຄວາມເຂົ້າໃຈທີ່ວ່າ “ພະຍາດເອດ (AIDS) ຍັງເປັນໄພຂົ່ມຂູ່ຕໍ່ກັບສຸຂະພາບຂອງໝົດທຸກຄົນ” ເພື່ອພ້ອມກັນຕໍ່ສູ້ລົບລ້າງພະຍາດເອຈໄອວີ/ເອດ (HIV/AIDS), ກິດຈະກຳໃນງານຄັ້ງນີ້ ແມ່ນເນັ້ນໃສ່ການໂຄສະນາເຜີຍແຜ່ຂ່າວສານ, ໃຫ້ຄໍາແນະນຳວິທີການປ້ອງກັນ, ບໍລິການກວດເລືອດຫາເຊື້ອ HIV, ໃຫ້ຄໍາແນະນຳວິທີການດູແລປິ່ນປົວທີ່ເໝາະສົມຖືກຕ້ອງ ແລະ ການສະໜັບສະໜູນບຸກຄົນທີ່ໄດ້ຮັບຜົນກະທົບຈາກພະຍາດ HIV/AIDS ໃນ ສປປ ລາວ ແລະ ໃນສາກົນ.
ທ່ານ ດຣ. ສຸລິວັນ ເພັງໄຊ ຫົວໜ້າອົງການມູນນິທິ AHF ປະຈຳ ສປປ ລາວໄດ້ກ່າວວ່າ: ໃນຫລາຍທົດສະວັດທີ່ຜ່ານມາ ມີຄົນຕິດເຊື້ອ HIV ປະມານ 40 ລ້ານຄົນໃນທົ່ວໂລກ ໃນນີ້, ຫລາຍກວ່າເຄິ່ງໜຶ່ງແມ່ນແມ່ຍິງ ແລະ ເດັກຍິງ. ໃນແຕ່ລະປີມີລາຍງານຈາກອົງການສະຫະປະຊາຊາດຕ້ານເອດ (UNAIDS) ມີຈໍານວນຄົນທີ່ຕິດເຊື້ອໃໝ່ປະມານ 1,3 ລ້ານຄົນ, ບັນຫາການຈໍາແນກລັງກຽດຍັງເປັນສາຍເຫດເຮັດໃຫ້ຄົນຕິດເຊື້ອມີຄວາມຫຍຸ້ງຍາກໃນການເຂົ້າການບໍລິການທີ່ຈຳເປັນ ໂດຍສະເພາະ ໃນບັນດາກໍລະນີການຕິດເຊື້ອ HIV ສູງໃນກຸ່ມຊາວໜຸ່ມທີ່ມີອາຍຸລະຫວ່າງ 18 ຫາ 39 ປີ, ຊຶ່ງເລີ່ມມາຕັ້ງແຕ່ປີ 1990 ໃນປັດຈຸບັນພະຍາດ HIV/AIDS ຍັງຄົງເປັນບັນຫາຕໍ່ສຸຂະພາບຂອງຄົນລາວ (ເຊັ່ນ: ກຸ່ມຊາຍຮັກຊາຍ, ກຸ່ມສາວຂາຍບໍລິການທາງເພດ, ກຸ່ມແຮງງານເຄື່ອນຍ້າຍ ແລະ ອື່ນໆ) ຕາມຂໍ້ມູນການລາຍງານຈາກບັນດາໂຄງການ ແລະ ການລາຍງານຂອງແຜນການແຫ່ງຊາດ, ຊຶ່ງລັດຖະບານກໍໄດ້ໃຫ້ຄວາມສຳຄັນຕໍ່ກັບບັນຫານີ້.
ໃນປີ 2024 ລັດຖະບານເຫັນດີຮັບຮອງການກົດໝາຍເອດສະບັບປັບປຸງ ເພື່ອເປັນເຄື່ອງມືສະໜັບສະໜູນການຈັດຕັ້ງປະຕິບັດແຜນງານ ໃຫ້ມີຄວາມສະດວກ ແລະ ມີປະສິດທິພາບ ເພື່ອສາມາດບັນລຸເປົ້າໝາຍສາກົນ ໃນການລົບລ້າງກໍລະນີຕິດເຊື້ອໃໝ່ ໃນປີ 2030 ເພື່ອບັນລຸເປົ້າໝາຍດັ່ງກ່າວ ຈຳເປັນຕ້ອງໄດ້ຮັບການຮ່ວມມືປະກອບສ່ວນຈາກທຸກພາກສ່ວນ ແລະ ທຸກຄົນ ໂດຍເນັ້ນໃສ່ການຫລຸດຜ່ອນ ຫລື ຢຸດຕິທຸກພຶດຕິກຳທີ່ມີຄວາມສ່ຽງຕໍ່ການຕິດຕໍ່ ຫລື ສົ່ງເຊື້ອ HIV/AIDS ໂດຍເນັ້ນການສົ່ງເສີມການໃຊ້ຖົງຢາງອະນາໄມ ທີ່ເປັນທາງເລືອກທີ່ສະດວກ ລາຄາບໍ່ແພງ ແລະ ມີປະສິດທິພາບສູງ ໃນການປ້ອງກັນການຕິດເຊື້ອໃນກໍລະນີທີ່ຈະມີເພດສຳພັນທີ່ມີຄວາມສ່ຽງຈາກພະຍາດ HIV/AIDS ພາຍໃນປະເທດ ແລະ ໃນລະດັບສາກົນ.
ທີ່ມາ: LNR

💵 ມື້ນີ້ອັດຕາແລກປ່ຽນ ເງິນໂດລາປັບລົງ 16 ກີບ, ເງິນເອີໂຣປັບຂຶ້ນ 340 ກີບ💰ລາຄາຄຳປັບລົງ 210,000 ກີບ 🌟
06/12/2024

💵 ມື້ນີ້ອັດຕາແລກປ່ຽນ ເງິນໂດລາປັບລົງ 16 ກີບ, ເງິນເອີໂຣປັບຂຶ້ນ 340 ກີບ💰ລາຄາຄຳປັບລົງ 210,000 ກີບ 🌟

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 19 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ເພື່ອ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາ​ມ​ມ...
06/12/2024

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 19 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ເພື່ອ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາ​ມ​ມະ​ທຳ​ຂອງ​ອົງ​ການ​ ການ​ສຶກ​ສາວິ​ທະ​ຍາ​ສາດ ​ແລະ​ ວັດ​ທະ​ນະ​ທຳ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫຼື UNESCO ທີ່​ຈັດ​ຂຶ້ນ​ຢູ່​ ນະ​ຄ​ອນ​ຫຼວງ​ອາ​ຊູງ​ຊັນ, ​ປະ​ເທດ​​ປາ​ຣາ​ໄກວ​ເມື່ອ​ວັນ​ທີ 4 ທັນ​ວາ​ 2024ນີ້​ ໄດ້​ຜ່ານ​​ການຮັບ​ຮອງ​ເອົາ​ “ບຸນ​ກຸດ​ຈີນ: ພຶດ​ຕິ​ກຳ​ສັງ​ຄົມ​ດ້ານ​ການ​ສະ​ຫຼອງ​ບຸນ​ປີ​ໃໝ່​ ປະ​ເພ​ນີ​ຄົນ​ຈີນ” ທີ່​ສະ​ເໜີ​ຄຳ​ຮ້ອງ ​ໂດຍ​ປະ​ເທດ​ຈີນ​ນັ້ນ​​​ເຂົ້າ​ໃນ​ບັນ​ຊີ​​ລາຍ​ຊື່​ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງມວນ​ມະ​ນຸດ​ຂອງ​ອົງ​ການ UNESCO ແລ້ວ. ​ຜ່ານ​ຈາກ​ການ​ຮັບ​ຮອງ​ໃນ​ຄັ້ງ​ນີ້, ​ເຮັດ​ໃຫ້ຈີນ​ ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ທັງ​ໝົດ 44 ລາຍ​ການທີ່​ໄດ້​ຖືກ​ຮອງ​ຮັບ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳຂອງ​ອົງ​ການ UNESCO ເຊິ່ງ​ເປັນ​ຈຳ​ນວນ​ຫຼາຍ​ອັນ​ດັບ​ໜຶ່ງ​ຢູ່​ໃນ​ໂລກ.
ບຸນ​ກຸດ​ຈີນ ເປັນ​ບຸນ​ປະ​ເພ​ນີ​ຂອງ​ຈີນ​ທີ່​ມີພື້ນ​ຖານ​ອັນ​ໜັກ​ແໜ້ນ​ທີ່​ສຸດ ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ທີ່​ສຸດ, ມີ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ ແລະ ​ມີ​ຊື່​ສຽງ​ອິດ​ທິ​ພົນ​ກວ້າງ​ຂວາງ​ທີ່​ສຸດ. ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ແຕ່​ລະ​ປີ, ຊາວ​ຈີນ​ໃນ​ທົ່ວ​ໂລກ​ຕ່າງ​ກໍ​ຈະ​ສະ​ເຫຼີມ​ສະຫຼອງ​ບຸນ​ປະ​ເພ​ນີ​ນີ້​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ “ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່, ຂໍ​ພອນ​ຮັບ​ໂຊກ, ເຕົ້າ​ໂຮມ​ສາ​ມັກ​ຄີ​ຢ່າງ​ກົມ​ກຽວ​ປອງດອງ​ກັນ.”
ທີ່ມາ:CRI

ພະຍາກອນອາກາດ ປະຈໍາເຊົ້າວັນທີ 06 ທັນວາ 2024   ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ...
06/12/2024

ພະຍາກອນອາກາດ ປະຈໍາເຊົ້າວັນທີ 06 ທັນວາ 2024
ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບລົມຕາເວັນອອກ ສ່ຽງເໜືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄູ່ອຍຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູູ່ໃນແຕູ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 06/12/2024 ຫາ ເວລາ 07 ໂມງ ຂອງວັນທີ 07/12/2024
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 15-24 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມ ພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 25% ຂອງພາກ. ອຸນຫະພູມໃນລະຫວ່າງ 17-31 ອົງສາ.
ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມ ໃນລະຫວ່າງ 22-33 ອົງສາ.
ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-33 ອົງສາ.
ແຂວງໄຊສົມບູນ: ອາກາດເຢັນ ຫາ ໜາວເຢັນ, ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 15-30 ອົງສາ.
ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-34 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ, ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 12-27 ອົງສາ.

ກຳປູເຈຍກວດຢຶດຢາເສບຕິດຫລາຍກວ່າ 10.000 ເມັດຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 4 ທັນວາ, ສຳນັກງານຕຳຫລວດ ແຫ່ງຊາດ ກຳປູເຈຍ ລາຍ...
05/12/2024

ກຳປູເຈຍກວດຢຶດຢາເສບຕິດຫລາຍກວ່າ 10.000 ເມັດ
ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 4 ທັນວາ, ສຳນັກງານຕຳຫລວດ ແຫ່ງຊາດ ກຳປູເຈຍ ລາຍງານວ່າ: ເຈົ້າໜ້າທີ່ຕຳຫລວດ ກຳປູເຈຍ ສາມາດຈັບກຸມ ຜູ້ຕ້ອງສົງໄສ ໄດ້ຈຳນວນ 10 ຄົນ ຖານລັກລອບຄ້າ-ຂາຍຢາເສບຕິດ ທີ່ຜິດກົດໝາຍ ພ້ອມທັງ ກວດຢຶດ ຢາເສບຕິດ ປະເພດ ຢາເມທແອມເຟຕາມິນ ຫລືຢາບ້າ ແບບເມັດທັງໝົດ 10.748 ເມັດ. ລວມມີ ຜູ້ຕ້ອງສົງໄສ ເປັນຜູ້ຊາຍ 6 ຄົນ ແລະ ຜູ້ຍິງ 4 ຄົນ ອາຍຸລະຫວ່າງ 25-41 ປີ ຖືກຈັບກຸມພ້ອມຢາເສບຕິດ ແລະເຄື່ອງຊັ່ງອີກ 3 ໜ່ວຍ ລະຫວ່າງການກວດຄົ້ນ ໝູ່ບ້ານ ໂອຊະຣໍຟ ເມືອງປອຍເປດ ແຂວງບັນຕຽມມຽນເຈີຍ ຊຶ່ງມີຊາຍແດນ ຕິດກັບໄທ. ຜູ້ຕ້ອງສົງໄສນີ້ ຖືກຕັ້ງຂໍ້ຫາວ່າ ຄອບຄອງ, ລັກລອບຄ້າ-ຂາຍ ແລະ ໃຊ້ຢາເສບຕິດຜິດກົດໝາຍ. ສຳລັບ ຜູ້ລັກລອບ ຄ້າຢາເສບຕິດ ຜິດກົດໝາຍ ຫລາຍກວ່າ 80 ກຣາມ ອາດຕ້ອງໂທດ ຖືກຄຸກ ຕະຫລອດ ຊີວິດ ໃນກົດໝາຍ ປະເທດນີ້./.

Address

Vientiane

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00
Saturday 09:00 - 12:00

Telephone

+856305669697

Website

Alerts

Be the first to know and let us send you an email when Huk Media ຮັກມີເດຍ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share