10/06/2026
Hellooo! everyone Jumpaa creative ມາເປີດໂອກາດ ໃຫ້ທຸກຄົນໄດ້ມາລົງເຝິກງານເເລ້ວເດີ້ ~
ລົງສະໝັກໄດ້ເເລ້ວມື້ນີ້!💚💛 ເເຊຮ໌ເພື່ອສະກິດໝູ່ຂອງທ່ານມາສ້າງສັນຄວາມຫຼາກຫຼາຍຂອງສິລະປະ ເເລະ ເພິ່ມສີສັນໃຫ້ໄວໜຸ່ມເຮົາ🥰
ໃຜທີ່ກໍາລັງຫາປະສົບການໃໝ່ໆ ສາມາດລອງມາລົງສະໝັກນຳພວກເຮົາໄດ້ເນີ້
ມີຫຼາຍຕໍາເເໜ່ງໃຫ້ເລືອກ ຫຼາຍກວ່າ20 ຕໍາເເໜ່ງ!!!⭐️
#ເປີດສະໝັກຝຶກງານ
🚀 ເປີດຮັບສະໝັກນັກສຶກສາຝຶກງານ Jumpaa Creative Internship 2026 (ຮອບທີ 2)
Jumpaa Creative ເປີດໂອກາດໃຫ້ນ້ອງໆນັກສຶກສາ ຫຼື ຜູ້ທີ່ສົນໃຈ ຢາກຮຽນຮູ້ວຽກຕົວຈິງ, ລົງມືເຮັດຈິງ ແລະ ສ້າງຜົນງານລະດັບມືອາຊີບ. ຮອບນີ້ເຮົາເປີດຮັບແບບຈັດເຕັມທັງໝົດ 26 ຕຳແໜ່ງ ໃນສາຂາຕໍ່ໄປນີ້:
🔎 ຕຳແໜ່ງທີ່ເປີດຮັບ (Positions):
🎨 ສາຍອອກແບບ ແລະ ສິລະປະ (Visual & Art)
- Graphic Design: 2 ຕຳແໜ່ງ (ອອກແບບ Content ແລະ ວຽກການສື່ສານ)
- 2D Illustrator: 4 ຕຳແໜ່ງ (ວຽກແຕ້ມກາຕູນ ເເລະ Artwork)
🎬 ສາຍແອນິເມຊັນ ແລະ ພາບເຄື່ອນໄຫວ (Motion & Animation)
- Motion Graphic: 2 ຕຳແໜ່ງ (ອອກເເບບ Motion ສຳລັບວິດີໂອຄອນເທັນ)
- 2D Animator: 2 ຕຳແໜ່ງ (ສ້າງຊີວິດໃຫ້ຕົວລະຄອນ 2D)
- 3D Animator: 2 ຕຳແໜ່ງ (ສ້າງການເຄື່ອນໄຫວໃນໂລກ 3D)
📹 ສາຍວິດີໂອ ແລະ ໂປຣດັກຊັນ (Video & Production)
- Video Editor: 2 ຕຳແໜ່ງ (ເນັ້ນຕັດຕໍ່ວິດີໂອສັ້ນ, Reels ແລະ ຄອນເທັນໂຄສະນາ)
🎮 ສາຍພັດທະນາເກມ (Game Development)
- Boardgame Designer (Project Lanxang): 2 ຕຳແໜ່ງ (ອອກແບບລະບົບເກມ ແລະ ເນື້ອເລື່ອງ)
- Game Developer: 2 ຕຳແໜ່ງ (ຊ່ວຍພັດທະນາເກມ Indie ເຊັ່ນ Godot/Ren'py, Python)
📈 ສາຍບໍລິຫານ ແລະ ການຕະຫຼາດ (Business & Management)
- Project Manager Assistant: 1 ຕຳແໜ່ງ (ຊ່ວຍບໍລິຫານໂຄງການ ແລະ ປະສານງານ)
- Marketing: 2 ຕຳແໜ່ງ (ວາງແຜນການຕະຫຼາດສຳລັບວຽກງານສາຍ Creative)
🎓 ສາຍສອນ ແລະ ວິຊາການ (Education & Academy)
- Art and Creative Teacher: 4 ຕຳແໜ່ງ (ສອນ, ຖ່າຍທອດຄວາມຮູ້ ແລະ ຮ່ວມພັດທະນາຫຼັກສູດ)
- Academy Assistant: 1 ຕຳແໜ່ງ (ຊ່ວຍຈັດການກິດຈະກຳ Workshop ແລະ Event ຕ່າງໆ)🚀
=====================================
💛 ເງື່ອນໄຂ ແລະ ຮູບແບບການຝຶກງານ:
ຮູບແບບ Hybrid: Work From Home 3 ມື້ (ເລືອກມື້ໄດ້) ແລະ ເຂົ້າຫ້ອງການວັນສຸກ-ເສົາ.
ໄລຍະເວລາການຝຶກງານຢ່າງຕໍ່າ 2 ເດືອນ.
ມີຄວາມມັກໃນສາຍງານ Creative, ພ້ອມຮຽນຮູ້ສິ່ງໃໝ່ໆ ແລະ ມີຄວາມຮັບຜິດຊອບ.
⚠️ ຂັ້ນຕອນການຄັດເລືອກ (ສຳຄັນ):
ທີມງານຈະພິຈາລະນາ CV ແລະ Portfolio ຂອງທ່ານກ່ອນ.
ຫາກຜ່ານເກນ, ເຮົາຈະຕິດຕໍ່ກັບພາຍໃນ 2-3 ວັນ ເພື່ອສົ່ງບົດທົດສອບ (Test Assignment) ໃຫ້.
ຖ້າຜ່ານບົດທົດສອບ, ທ່ານຈະຖືກເຊີນເຂົ້າມາສຳພາດ ເພື່ອຮັບເຂົ້າຝຶກງານ (ກໍລະນີບໍ່ຜ່ານ ຈະມີອີເມວແຈ້ງກັບພາຍໃນ 1 ອາທິດ).
=====================================
🎁 ສິ່ງທີ່ຈະໄດ້ຮັບ:
- ປະສົບການເຮັດວຽກຈິງ ກັບທີມງານມືອາຊີບ
- ໄດ້ຮຽນຮູ້ຂະບວນການຜະລິດສື່ຕັ້ງແຕ່ຕົ້ນຈົນຈົບ
- ໃບຢັ້ງຢືນການຝຶກງານ (Certificate) ເມື່ອຝຶກຈົບ
📅 ກໍານົດການຮັບສະໝັກ: ຕັ້ງແຕ່ ວັນທີ 10 ມິຖຸນາ 2026 - 22 ມິຖຸນາ 2026 (ປິດຮັບເວລາ 24:00 ໂມງ 🌃)
📍 ສະຖານທີ່: Jumpaa Creative, ນະຄອນຫຼວງວຽງຈັນ
📩 ສົ່ງຜົນງານ ແລະ ສະໝັກໄດ້ທີ່ Google Form:
https://forms.gle/DnG3r2rU79gmJdbQ7
ແຕ້ມ, ອອກແບບ, ມາສານຝັນໂຕເອງ ແລະ ເຕີບໃຫຍ່ໄປນຳກັນ! ສະໝັກເລີຍ! ✨
#ຈໍາປາອາຄາເດມີ