ປະຫວັດຫຍໍ້ກ່ຽວກັບ ສູນຄອມພິວເຕີ LD ແຂວງຫຼວງນ້ຳທາ
ສູນຄອມພິວເຕີ LD ແຂວງຫຼວງນ້ຳທາ ເປັນສູນໜື່ງທີສ້າງຕັ້ງຂຶ້ນມາແຕ່ ປີ 2013 ເປັນຕົ້ນມາ ເຊິ່ງໄດ້ຈັດການຮຽນການສອນມາໂດຍຕະຫຼອດ ໂດຍໄດ້ຮັບການອະນຸຍາດຈາກພະແນກສຶກສາແຂວງແລະຄວບຄຸມກວດກາຄຸນນະພາບຈາກສຶກສາແຂວງຢ່າງຖືກຕ້ອງທຸກຂັ້ນຕອນ ໂດຍອອກຊື່ ແລະ ຈັດການໂດຍ ອຈ ວັນສະຫຼີ ຫຼ້າວັນເພັງ ເຊິ່ງເປັນທັງ ເຈົ້າຂອງກິດຈະການ ແລະ ເປັນທັງຄູສອນ ບາງຄັ້ງກໍ່ຈະມີ ອາຈານສອນຮັບເຊີນ ແລະ ສັນຍາຈ້າງມາຊ່ວຍ ສ່ວນຫຼາຍແມ່ນສອນເອງທັງນັ້ນ ຜ່ານມາເຄີຍແຍກອອກເປັນຫຼາຍສາຂາ ເຊັ່ນ ຢູ່ ໜ້າ ຮຮ ວິທະຍາໄລຄູຫຼວງນ້ຳທາ, ຢູ່ບ້ານອຸດົມສິນ, ຢູ່ບ້ານຫຼວງ ສ່ວນປະຈຸບັນນີ້ກັບມາລວມເປັນພຽງສາຂາດຽວ ຄື ສາຂາໃຫຍ່ ບ້ານອຸດົມສິນແຂວງຫຼວງນ້ຳທາ ປັດຈຸບັນມີນັກສຶກສາທີຂຶ້ນທະບຽນຖືກຕ້ອງ ແລະ ສຶກສາແຂວງຫຼວງນ້ຳທາອະນຸມັດອອກໃບຢັ້ງຢືນໃຫ້ແລ້ວຫຼາຍກ່ວາ 800 ນັກສຶກສາ ສ່ວນອີກຈຳນວນຫຼາຍນັ້ນທີ່ບໍ່ໄດ້ອອກໃບໂດຍສຶກສາກໍ່ມີຈຳນວນ ເກືອບ 1000 ກ່ວາຄົນ ເນື່ອງຈາກແມ່ນຫຼັກສູດທີ່ບໍ່ຂຶ້ນກັບສຶກສາຈຶ່ງບໍ່ສາມາດອອກໃບໄດ້ ຈຶ່ງຮຽນເອົາພຽງຄວາມຮູ້ເທົ່ານັ້ນ ລວມໆແລ້ວນັກສຶກສາທີມາຮຽນກັບສູນ ຂອງພວກເຮົາຈະມີປະມານ 1800 ກ່ວຄົນແລ້ວ ສະນັ້ນຫາກນັກສຶກສາທ່ານໃດທີ່ກຳລັງຊອກຫາສູນການຮຽນຄອມບໍ່ວ່າຈະເປັນຫຼັກສູດໃດກໍ່ຕາມທີມີໃນສູນຂອງພວກເຮົາ ທ່ານສາມາດຕັດສິນໃຈດ້ວຍຕົວເອງກໍ່ໄດ້ຫຼືຈະເບິ່ງຕາມປະສົົບການການຮຽນການສອນຂອງພວກເຮົາ ຫຼື ການປະເມີນຈາກສຶກສາກໍ່ໄດ້ເພື່ອທີ່ທ່ານຈະສາມາດ ຊອກບ່ອນຮຽນທີໄດ້ຄຸນນະພາບສົມລາຄາຮຽນໄດ້.
ວັນສະຫຼີ ຫຼ້າວັນເພັງ
ຫົວໜ້າສູນຄອມພິວເຕີ LD ແຂວງຫຼວງນ້ຳທາ
ສອບຖາມ: 020 99700400