Talad Design

Talad Design Premium Brand Building Dynamic Tarad Design ຄ່ຽງຄູ່ກັບຄວາມສຳເລັດຂອງທ່ານ

ສ້າງສັນ 🧑‍🌾
13/02/2026

ສ້າງສັນ 🧑‍🌾

สาย 3D Printing ห้ามพลาด! อยากเปลี่ยนเครื่องพิมพ์ 3 มิติที่บ้านให้กลายเป็น "ฟาร์ม" ที่สร้างรายได้แบบยั่งยืนต้องทำอย่างไร? มาหาคำตอบได้ในงาน LayerUp! Thailand 2026 พบกับทริคและเทคนิคการจัดการ Scale-up ธุรกิจจากมุมมองของเจ้าของ Talad Design Lab ที่จะช่วยให้คุณมองเห็นโอกาสใหม่ๆ ในอุตสาหกรรมการผลิตยุคใหม่

📅 15 ก.พ. 2026 | บรรยายภาษาไทย
⏱️ 15:00 - 15:50 น
📍 Fortune Town พระราม 9 (ชั้น 4 – Fortune Event Space)
!

"ສ້າງສັນສ້າງຊາດ" EP.01  🇱🇦ໃນວັນທີ 5/12/2025ຕິດຕາມໄດ້ທີ່ຊ່ອງທາງTT: TALAD DESIGN FB: TALAD DESIGN FB: Ning Luang
30/11/2025

"ສ້າງສັນສ້າງຊາດ" EP.01 🇱🇦

ໃນວັນທີ 5/12/2025

ຕິດຕາມໄດ້ທີ່ຊ່ອງທາງ

TT: TALAD DESIGN
FB: TALAD DESIGN
FB: Ning Luang

[ENGLISH TEXT BELOW]ເປີດໂຕ ໂຄມໄຟທາດຫຼວງ "ແສງແຫ່ງສັດທາ" 💛ພຣະທາດຫຼວງ ສູງສຽດຟ້າງາມສະຫງ່າ ສັນຍາລັກແຫ່ງຄວາມສັດທາຂອງປະຊາຊົນລາວ...
16/09/2024

[ENGLISH TEXT BELOW]

ເປີດໂຕ ໂຄມໄຟທາດຫຼວງ "ແສງແຫ່ງສັດທາ" 💛

ພຣະທາດຫຼວງ ສູງສຽດຟ້າງາມສະຫງ່າ ສັນຍາລັກແຫ່ງຄວາມສັດທາຂອງປະຊາຊົນລາວ

ສໍາລັບຜູ້ສັດທາ 10 ທ່ານທຳອິດ ຮັບໂຄມໄຟໃນລາຄາ 750,000₭ ຈາກປົກກະຕິລາຄາ 850,000₭
ສົ່ງຟຣີທົ່ວນະຄອນຫຼວງວຽງຈັນ ພ້ອມໃຫ້ທ່ານ ເປັນຜູ້ສັດທາທີ່ແຮງກ້າໄດ້ແລ້ວມື້ນີ້!

ຮັບໄຟແຫ່ງສັດທາ, ຕິດຕໍ່ຫາເຮົາ:
WhatsApp: +856 20 29998214; +856 20 55577989

ຊຸດໄໝງາມໆຈາກຮ້ານ Me-Orla Design

******************

Grand Opening The Thatluang Lamp
"Light of Faith" 💛

Gorgeously rising sky-high, That Luang is the symbol of Lao people's faith.

Available now! The first 10 believers get Thatluang Lamp in a special discounted price of 750,000₭ (originally 850,000₭).
Free Delivery in Vientiane Capital!
Order your Thatluang Lamp today and
bring a piece of Lao heritage into your home.

WhatsApp:
+856 20 29998214 (Lao)
+856 20 55577989 (English)

[ENGLISH TEXT BELOW]ສູງສຽດຟ້າງາມສະຫງ່າ ສັນຍາລັກແຫ່ງຄວາມສັດທາຂອງປະຊາຊົນລາວໃຜຮູ້ແນ່ວ່າ ໂຄມໄຟ collection ລໍາດັບຕໍ່ໄປ "ແສງແຫ...
06/09/2024

[ENGLISH TEXT BELOW]

ສູງສຽດຟ້າງາມສະຫງ່າ ສັນຍາລັກແຫ່ງຄວາມສັດທາຂອງປະຊາຊົນລາວ

ໃຜຮູ້ແນ່ວ່າ ໂຄມໄຟ collection ລໍາດັບຕໍ່ໄປ "ແສງແຫ່ງສັດທາ" ແມ່ນໂຄມໄຟຫຍັງ?

ກຽມພົບກັບສິລະປະດ້ານສັນຍາລັກທີ່ລໍ້າສະໄໝ ໃນໄວໄວນີ້

********

Gorgeously rising sky-high, the symbol of Lao people's faith.

The next collection's lamp, "Light of Faith," is a mystery. Can anyone guess what this lamp represents?

Get ready to be amazed by the high-tech symbolic art soon.

#ແສງແຫ່ງຄວາມຫວັງ #ແສງແຫ່ງສັດທາ

ຟິກເກີໂຄມໄຟປະຕູໄຊໄດ້ໄປເຊີດສາຍປະກາຍແສງທີ່ ໂຮງແຮມ Sunbeam Hotel - ໂຮງແຮມ ຊັນບີມ ໂຮງແຮມໜ້າຮັກ-ໜ້າພັກໃຈກາງຈຸດທ່ອງທ່ຽວຂອງນະຄອ...
27/08/2024

ຟິກເກີໂຄມໄຟປະຕູໄຊໄດ້ໄປເຊີດສາຍປະກາຍແສງທີ່ ໂຮງແຮມ Sunbeam Hotel - ໂຮງແຮມ ຊັນບີມ ໂຮງແຮມໜ້າຮັກ-ໜ້າພັກໃຈກາງຈຸດທ່ອງທ່ຽວຂອງນະຄອນຫຼວງ, ຫຼັງວັດອົງຕື້ ແລະໃກ້ກັບແຄມຂອງ ຂໍຂອບໃຈທີ່ສະໜັບສະໜູນຜະລິດຕະພັນລາວເຮົາ 🙏🤍

[ENGLISH TEXT BELOW]ໂຄມໄຟອະນຸສາວະລີ ຫຼື ໂຄມໄຟປະຕູໄຊ“ແສງໄຟແຫ່ງຄວາມຫວັງ” 🕊ມີ 5 ສີໃຫ້ເລືອກຂາວ | ເທົາ | ເຫຼືອງ | ຂຽວ🕊 ຮັບໄຟແ...
15/07/2024

[ENGLISH TEXT BELOW]
ໂຄມໄຟອະນຸສາວະລີ ຫຼື ໂຄມໄຟປະຕູໄຊ
“ແສງໄຟແຫ່ງຄວາມຫວັງ” 🕊
ມີ 5 ສີໃຫ້ເລືອກ
ຂາວ | ເທົາ | ເຫຼືອງ | ຂຽວ
🕊 ຮັບໄຟແຫ່ງຄວາມຫວັງໄປຕັ້ງປະດັບຫ້ອງຂອງທ່ານໃຫ້ເປັນເອກະລັກ, ບໍ່ວ່າຈະເປັນ ໂຮງແຮມ, ຮ້ານອາຫານ, ຫ້າງຮ້ານ, ເຮືອນຊານ, ເປັນຂອງທີ່ລະນຶກໃຫ້ ແຂກ ພີ່ນ້ອງຕ່າງເມືອງ.
ລາຄາ 770,000₭
ສົ່ງຟຣີທົ່ວລາວ!
ຢາກມີໄຟແຫ່ງຄວາມຫວັງ, ໂທສັ່ງຈອງ:
WhatsApp: 020 55 577 989
ຮັບຊົມຜົນງານ 3D PRINTING ຂອງພວກເຮົາໄດ້ທີ່ TIKTOK
https://www.tiktok.com/?_t=8o3ewDjffWy&_r=1

********************
*PATUXAY TABLE LAMP* : light of hope 🕊
5 Elegant color options:
* White
* Grey
* Yellow
* Green
🕊 Bring a touch of Laos home or add a unique accent to your hotel room, restaurant, or souvenir collection with the Patuxay Lamp.
Price: 770,000₭
Free Delivery in Laos!
Looking to brighten your space? Get your Patuxay Lamp, a symbol of hope and Lao style.
WhatsApp: +856 20 55577989
Check out our works on TIKTOK
https://www.tiktok.com/?_t=8o3ewDjffWy&_r=1

Talad Design ຂໍສະເໜີການແກ້ໄຂບັນຫາສະເພາະໜ້າ 3 ພາລະກິດໃນວິກິດນ້ຳມັນຂາດຕະຫຼາດ1. ແກ້ບັນຫາການສັນຈອນຕິດຂັດ ຈົນໄປເຖິງການສັນຈອນບ...
10/05/2022

Talad Design ຂໍສະເໜີການແກ້ໄຂບັນຫາສະເພາະໜ້າ 3 ພາລະກິດໃນວິກິດນ້ຳມັນຂາດຕະຫຼາດ

1. ແກ້ບັນຫາການສັນຈອນຕິດຂັດ ຈົນໄປເຖິງການສັນຈອນບອດສະນິດ

ເຈົ້າຂອງປ້ຳ ແຕ່ງຕັ້ງພະນັກງານ ຫຼື ມອບໝາຍໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກຳກັບດູແລການສັນຈອນ 1 ເລນແບ່ງອອກເປັນ 3 ແຖວ

ແຖວທີ 1: ເປີດທາງສັນຈອນໃຫ້ຍານພາຫະນະເດີນທາງຄ່ອງໂຕ ອຳນວຍຄວາມສະດວກໃຫ້ຜູ້ຄ້າຂາຍ, ພະນັກງານ, ພໍ່ແມ່ປະຊາຊົນ ມີການເດີນທາງຄ່ອງໂຕ, ຈົນໄປເຖິງ ເຫດສຸດວິໄສ ມີສິ່ງກີດຂວາງຕັນລົດດັບເພີງ, ລົດໂຮງໝໍ, ລົດສຸກເສີນເປັນຕົ້ນ
ແຖວທີ 2: ສຳລັບຍານພາຫະນະຂະໜາດໃຫຍ່ ກຳກັບຄວາມຮຽບຮ້ອຍ ແກ້ບັນຫາຄວາມບໍ່ເປັນລະບົບລະບຽບຂອງແຖວ ອາດເກີດເຫດໂຕ້ຖຽງກັນຈາກການລັດຄິວ ຈົນໄປເຖິງການໃຊ້ຄວາມຮຸນແຮງຕາມມາ
ແຖວທີ 3: ແຖວສຳລັບຍານພາຫະນະຂະໜາດນ້ອຍ (ເວັ້ນໄລຍະຫ່າງພໍໃຫ້ຫຼົມລົດ)

2. ແກ້ບັນຫາລະບົບຊື້ຂາຍນ້ຳມັນພາຍໃນປ້ຳໃຫ້ຢູ່ໃນລະບຽບ

ສຳລັບຄິວພາຍໃນປ້ຳ ຈັດວາງແນວກັ້ນໃຫ້ແໜ້ນໜາຂຶ້ນ ອອກແບບແນວກັ້ນໃຫ້ເປັນແຖວຍາວ 5-10m ເພື່ອຈັດລະບຽບຄົນ, ຍານພາຫະນະໃຫ້ຢູ່ໃນລະບົບການຕໍ່ຄິວ ພ້ອມທັງຈັດຕັ້ງ 1 ຄົນ ດູແລແຖວໃຫ້ເຂົ້າທີ່ ແກ້ບັນຫາຊອມບີ້ ຫຸ້ມຍາດຊື້ນ້ຳມັນ ຈົນສ້າງຄວາມວຸ້ນວາຍຕາມມາ ແລະ ສົ່ງຜົນຕໍ່ການເສຍເວລາໄດ້

3. ແກ້ບັນຫາຍານພາຫະນະຫຼາຍພັນຄັນ ລໍຖ້າເກີ້ ແຕ່ບໍ່ໄດ້ເຕີມນ້ຳມັນ ຈົນສົ່ງຜົນຕໍ່ການສັນຈອນທີ່ບໍ່ເກີດປະໂຫຍດ

ເຈົ້າຂອງປ້ຳ ປະສານງານກັບ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຄຸມໜ້າແຖວ ກາງແຖວ ຈົນໄປເຖິງທ້າຍແຖວ ໃຊ້ເຄື່ອງມືສື່ສານ (Talky Walky) ເພາະເປັນການປະສານງານໃຫ້ລົດທ້າຍແຖວໄດ້ຮູ້ວ່ານ້ຳມັນໝົດກ່ອນຄິວລົດ (ແກ້ບັນຫາການເສຍເວລາຕໍ່ຄິວຫຼາຍຊົ່ວໂມງແຕ່ຜິດຫວັງຕອນເຂົ້າເສັ້ນໄຊ ຖືກບອກວ່ານ້ຳມັນໝົດແລ້ວ ຖືວ່າຊ່ວຍໄດ້ຫຼາຍພັນຄັນທີ່ລໍຖ້າເກີ້ ໃນສະຖານະການແບບນີ້ ແລະ ຖືເປັນການຊ່ວຍລະບາຍລົດອອກຈາກແຖວໄດ້ໃນເວລາທີ່ເໝາະສົມ)​ ພຽງໃຊ້ກຳລັງຄົນ 2-3 ຄົນກໍສາມາດແກ້ໄຂບັນຫາ ທີ່ສົ່ງຜົນຕໍ່ການເສຍເວລາໄດ້ຫຼາຍຮ້ອຍ ຫຼາຍພັນຊີວິດ ທີ່ນັ່ງເບື່ອໜ່າຍຢູ່ໃນລົດ

ຖ້າໃຜມາລຽນຄິວຕອນເຊົ້າ ແນະນຳໃຫ້ຖືເຂົ້າສວາຍຕິດມືໄປກິນນຳເດີ້. 😁

03/03/2022

ບົດສະຫຼຸບຈາກການເຝິກວິຊາຊີບໄລຍະສັ້ນ ກ່ຽວກັບການເຂົ້າໃຈພື້ນຖານຂອງງານ 3D animation ເພື່ອສາມາດໄປຕໍ່ຍອດເອງໄດ້

ນ້ອງເວົ້າພາສາລາວບໍ່ເກັ່ງ ເລີຍໃຫ້ນ້ອງສື່ສານພາສາ/ສຳນຽງໃດກໍໄດ້ ທີ່ນ້ອງຖະນັດແທນ

(ຂໍອະໄພທີ່ບໍ່ມີສັບພາສາລາວ)

ນ້ອງແມ່ນໄວໜຸ່ມລາວ, ພຽງຄວາມເຄີຍຊິນໃນການໃຊ້ພາສາລາວມີໜ້ອຍກວ່າພາສາອື່ນ

ນ້ອງເປັນຄົນໜຶ່ງທີ່ມັກຮັກງານ Art ທີ່ເກີດມາຈາກຄວາມບໍລິສຸດ

ບໍລິສັດ Talad Design ຂໍປະກອບສ່ວນຊ່ວຍສົ່ງເສີມຄົນຫນຸ່ມສາວໃນບ້ານເຮົາ ເຂົ້າເຖິງເຄື່ອງມື ແລະ ຫຍໍ້ເວລາການຮຽນຮູ້ໄດ້ໄວຂຶ້ນ (ຄວາມຊັດເຈນຕໍ່ສິ່ງທີ່ສຳຄັນຕ້ອງຮູ້ ແລະ ພື້ນຖານທີ່ດີ ທີ່ຖືກຕ້ອງ) ນີ້ຄືຈຸດປະສົງຂອງທາງເຮົາ.

Talad Design ຂຶ້ນຊື່ໃນເລື່ອງງານ Creative ທີ່ໃສ່ໃຈລາຍລະອຽດສູງ ທັງສື່ພາບນິ້ງ ແລະ ສື່ພາບເຄື່ອນໄຫວ ພວກເຮົາມີຈຸດມຸ່ງໝາຍພັກດັນ...
27/01/2022

Talad Design ຂຶ້ນຊື່ໃນເລື່ອງງານ Creative ທີ່ໃສ່ໃຈລາຍລະອຽດສູງ ທັງສື່ພາບນິ້ງ ແລະ ສື່ພາບເຄື່ອນໄຫວ ພວກເຮົາມີຈຸດມຸ່ງໝາຍພັກດັນ CGI-VFX ໃຫ້ເປັນສື່ສ້າງສິນທີ່ສ້າງປະໂຫຍດສູງສຸດໃຫ້ກັບອຸດສາຫະກຳທີ່ກ່ຽວຂ້ອງ ທັງໃນພາກເສດຖະກິດ ແລະ ພາກສັງຄົມ ເພື່ອໃຫ້ງານຄວາມຄິດສ້າງສັນເປັນສະພານເຊື່ອມຕໍ່ເສດຖະກິດເຂົ້າກັບຫົວໃຈຂອງສັງຄົມທີ່ພົບເຫັນຜົນງານຊິ້ນນັ້ນໄດ້ດີຍິ່ງຂຶ້ນ.

ຖ້າການສື່ສານເຂົ້າເຖິງຫົວໃຈຂອງສັງຄົມເປັນຈຳນວນຫຼາຍໄດ້ ໂຄງການ ຫຼື ທຸລະກິດນັ້ນໆ ກໍມີໄຊໄປກວ່າເຄິ່ງ.

24/01/2022

ຖາມຫາທີ່ປຶກສາສື່ໂຄສະນາພາຍໃນປະເທດລາວ ທີ່ເຂົ້າໃຈຄຸນະພາບສື່ສ້າງສັນ Talad Design ຊ່ວຍທຸລະກິດຂອງທ່ານໄດ້.

Address

Vientane

Telephone

+8562029998214

Website

Alerts

Be the first to know and let us send you an email when Talad Design posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Talad Design:

Share