20/12/2021
👉ປັດຈຸບັນຄວາມຕຸ້ຍຖືກນັບເປັນພາວະຂອງການເປັນ "ພະຍາດ" ເນື່ອງຈາກວ່າຄວາມຕຸ້ຍສົ່ງຜົນຕໍ່ສຸຂະພາບໂດຍລວມໃຫ້ມີຄວາມສ່ຽງຕໍ່ການເປັນພະຍາດຕ່າງໆເຊັ່ນ: ເບົາຫວານ, ຂໍ້ເຂົ່າເສື່ອມ, ພະຍາດຫຼອດເລືອດໃນສະໝອງ, ພະຍາດຫຼອດເລືອດຫົວໃຈເປັນຕົ້ນ. ຄວາມຕຸ້ຍນັ້ນເບິ່ງຈາກຮູບຮ່າງກໍ່ພໍບອກໄດ້ ແຕ່ກໍ່ມີການວັດຄ່າຢ່າງລະອຽດຈາກ (Body Mass Index) ໂດຍການ: ເອົານໍ້າໜັກໂຕ (ກິໂລ) ຫານໃຫ້ຈໍານວນຍົກກໍາລັງສອງຂອງສ່ວນສູງ (ເມັດ) ຄ່າດັດຊະນີທີ່ເໝາະສົມແມ່ນ 18.50-22.99 ຖ້າຢູ່ໃນລະຫວ່າງ 23.00-24.90 ຖືວ່າເປັນຄົນອວບ ແລະ ຖ້າເກີນ 25 ຂຶ້ນໄປແມ່ນຖືວ່າຕຸ້ຍ.
👉ສາເຫດຂອງໂລກອ້ວນ:
ເກີດຈາກການກິນອາຫານຫຼາຍເກີນຕາມຄວາມຕ້ອງການຂອງຮ່າງກາຍ ເຮັດໃຫ້ເກີດການສະສົມຂອງພະລັງງານໃນຮູບຂອງໄຂມັນຕາມຮ່າງກາຍ ຫຼື ອາດຈະມີພາວະລະບົບເຜົາຜານຂອງຮ່າງກາຍບໍ່ດີຈາກການເປັນໄທຣອຍເຮັດໃຫ້ຕຸ້ຍງ່າຍຂຶ້ນ.
👉ອັນຕະລາຍຈາກໂລກອ້ວນ: ເນື່ອງຈາກໄຂມັນສະສົມໃນຮ່າງກາຍຫຼາຍ ອາດມີໄປເກາະຕາມຜັງຫຼອດເລືອດ, ຂັດຂວາງໃຫ້ເສັ້ນທາງສົ່ງເລືອດແຄບລົງ ສົ່ງຜົນໃຫ້ຫົວໃຈຕ້ອງເຮັດວຽກໜັກຂຶ້ນໃນການສູບສີດເລືອດແຮງຂຶ້ນ ເພື່ອສົ່ງເລືອດໄປລ້ຽງທົ່ວຮ່າງກາຍ ດົນໄປອາດເກີດເປັນພະຍາດຫົວໃຈວາຍໄດ້ ລວມເຖິງເສັ້ນເລືອດໃນສະໝອງແຕກ ຫຼື ຕີບຕັນ, ສ່ຽງຕໍ່ການເປັນອໍາມະພຶກ, ອໍາມະພາດ ເນື່ອງຈາກກ້າມເນື້ອຫົວໃຈຂາດເລືອດສຽບພັນ. ນອກຈາກນີ້ອາດເກີດພາວະຂໍ້ເຂົ່າເສື່ອມ, ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ເກີດຈາກການແບກຮັບນໍ້າໜັກໂຕຫຼາຍໆ ເປັນເວລາດົນ ອາດມີອາການເລີ່ມຈາກປວດເມື່ອຍ, ຂໍ້ເຂົ່າ, ແອວ, ຫຼັງ, ຕີນ ເປັນສັນຍານໄລຍະທໍາອິດ.
👉ຈະຫຼຸດພາວະໂລກອ້ວນໄດ້ແນວໃດ?
✅ຄວບຄຸມອາຫານ: ຈາກການຮັບປະທານອາຫານໃຫ້ຄົບ 5 ໝູ່ ອາຫານແຕ່ລະຄາບຄວນໃຫ້ພະລັງງານທີ່ເໝາະສົມຂອງແຕ່ລະຊ່ວງໄວອາຍຸ, ແຕ່ຖ້າຢ້ານວຸ້ນວາຍຫາກຈະຄໍານວນຫາເຄຣໍລີທີ່ກິນເຂົ້າໄປໃນແຕ່ລະຄາບ, ແນະນໍາໃຫ້ເລືອກກິນອາຫານທີ່ໃຫ້ພະລັງງານຕໍ່າເຊັ່ນ: ອາຫານຕົ້ມ, ໜຶ້ງ ແທນອາຫານຈາກການຈືນທອດ, ເນັ້ນໂປຼຕິນຈາກປາ, ຫຼຸດເຂົ້າໜົມຫວານ, ເຂົ້າໜົມກິນຫຼິ້ນຕ່າງໆ.
✅ອອກກໍາລັງກາຍຄວບຄູ່ໄປກັບການຄວບຄຸມອາຫານ ເພື່ອການເຜົາຜານພະລັງງານຫຼາຍຂຶ້ນ ແລະ ສຸຂະພາບທີ່ດີຂຶ້ນ ໂດຍຄວນອອກກໍາລັງກາຍຢ່າງໜ້ອຍ 30 ນາທີຂຶ້ນໄປ ອາທິດລະ 3-4 ຄັ້ງ.
#ຢາກໃຫ້ທຸກທ່ານມີສຸຂະພາບທີ່ແຂງແຮງ
ອ້າງອີງ:
https://www.chubb.com/th-th/articles/fat.html