Lailao Marketing

Lailao Marketing Lailao Production ຮັບຖ່າຍຮູບ ຖ່າຍວີດີໂອ ລິວິວຮ້ານອາຫານ ຮ້ານເສື້ອຜ້າ ລາຄາຖືກ ຄຸນນະພາບດີ

ສົນໃຈ CF ເລີຍ
17/08/2026

ສົນໃຈ CF ເລີຍ

AI ພາເຮົາໄປໄວຂຶ້ນ 10 ເທົ່າ... ແຕ່ຖ້າຫຼົງທາງມັນກໍພາເຮົາລົ້ມໄວຂຶ້ນ 10 ເທົ່າເຊັ່ນກັນ! 🚀⚠️ຈະດີກວ່າບໍ່? ຖ້າເຮົາຮຽນຮູ້ທີ່ຈະ "ໃ...
29/06/2026

AI ພາເຮົາໄປໄວຂຶ້ນ 10 ເທົ່າ... ແຕ່ຖ້າຫຼົງທາງມັນກໍພາເຮົາລົ້ມໄວຂຶ້ນ 10 ເທົ່າເຊັ່ນກັນ! 🚀⚠️ຈະດີກວ່າບໍ່? ຖ້າເຮົາຮຽນຮູ້ທີ່ຈະ "ໃຊ້" AI ໃຫ້ຖືກທາງ.
5 ເຄັດລັບການສ້າງທີມ ແລະ ອົງກອນໃຫ້ເຕີບໂຕໄປພ້ອມກັບເຕັກໂນໂລຊີໂດຍບໍ່ຖິ້ມຄວາມເປັນມະນຸດໄວ້ທາງຫຼັງ.

1. ສ້າງວັດທະນະທຳ ແຫ່ງຄວາມກ້າ: ສ້າງ Psychological Safety
ດ້ວຍສະພາບແວດລ້ອມທີ່ເຮັດໃຫ້ຄົນບໍ່ຢ້ານຄວາມຜິດພາດແລະ ພ້ອມທີ່ຈະຮຽນຮູ້ທັກສະ ແລະຄວາມຮູ້ໃໝ່ໆຕະຫຼອດເວລາ.
2. ເຕີມເຕັມທຸກຊ່ວງເວລາດ້ວຍ AI ແຕ່ໃຫ້ໃຈເປັນຕົວນຳ :ໃຊ້ AI ໃຫ້ເຮັດວຽກໄວຂຶ້ນ 10 ເທົ່າແຕ່ໃຊ້ຫົວໃຈນຳ ໄປໃນທາງທີ່ຖືກຕ້ອງ ເພາະຖ້າຫຼົງທາງAI ກໍຈະພາໃຫ້ຫຼົງໄວຂຶ້ນ 10 ເທົ່າເຊັ່ນກັນ.
3. ລົງທຶນ ແລະປິດຊ່ອງຫວ່າງໄປພ້ອມກັນຕັ້ງແຕ່ມື້ທຳ ອິດ:ເບິ່ງທີມ Security ເປັນ AI Innovation Teamທີ່ຊ່ວຍໃຫ້ວັດຕະກຳເກີດຂຶ້ນຢ່າງປອດໄພ ແລະຖືກຕ້ອງຕາມກົດລະບຽບ ບໍ່ແມ່ນຄົນທີ່ມຂັດຂວາງ.
4. ເຕີມພະລັງຈາກພາຍນອກ ສ້າງ Ecosystemທີ່ເຕີບໂຕໄປນຳ ກັນ:
ອົງກອນບໍ່ຄວນຮຽນຮູ້ຢູ່ພຽງລຳ ພັງແຕ່ຕ້ອງສ້າງເຄືອຂ່າຍ ຫຼືພັນທະມິດເພື່ອແລກປ່ຽນຄວາມຮູ້ ແລະ ເຂົ້າເຖິງ BestPractices ໄດ້ໄວກວ່າການລອງຜິດລອງຖືກດ້ວຍຕົນເອງທັງໝົດ.
5. ສື່ສານໃຫ້ເຂົ້າໃຈກັນທັງອົງກອນ:ຫຼຸດການໃຊ້ສັບເຕັກນິກທີ່ເຂົ້າໃຈສະເພາະກຸ່ມພະຍາຍາມສື່ສານໃຫ້ທີມລົມກັນດ້ວຍພາສາດຽວກັນເພື່ອໃຫ້ສາມາດຕອບໂຈດເປົ້າໝາຍທາງທຸລະກິດໄດ້ຢ່າງແທ້ຈິງ.

✅ ໃຊ້ຫົວໃຈນຳ ທາງ (Heart-Led AI)
✅ ເຮັດວຽກຮ່ວມກັບ Security ແບບພັນທະມິດ
✅ ສື່ສານດ້ວຍພາສາທີ່ທຸກຄົນ "ເຂົ້າໃຈ"
ຢ່າປ່ອຍໃຫ້ອົງກອນຂອງເຈົ້າຖອຍຫຼັງພຽງເພາະບໍ່ກ້າທີ່ຈະປ່ຽນ.

---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

5️⃣ ເວັບ AI Presentation ທີ່ຄວນລອງໃນປີ 2026 ✨ເມື່ອການເຮັດສະໄລ້ ບໍ່ຈຳເປັນຕ້ອງເລີ່ມຈາກໜ້າຫວ່າງເປົ່າອີກຕໍ່ໄປ, ມື້ນີ້ ມາຮູ້ຈ...
18/06/2026

5️⃣ ເວັບ AI Presentation ທີ່ຄວນລອງໃນປີ 2026 ✨
ເມື່ອການເຮັດສະໄລ້ ບໍ່ຈຳເປັນຕ້ອງເລີ່ມຈາກໜ້າຫວ່າງເປົ່າອີກຕໍ່ໄປ, ມື້ນີ້ ມາຮູ້ຈັກກັບ 5 ເຄື່ອງມື AI ສຳລັບເຮັດ Presentation ທີ່ໜ້າສົນໃຈໃນປີ 2026 ແລະ ແຕ່ລະໂຕເໝາະກັບໃຜແດ່:

1. Decktopus : AI ທີ່ຊ່ວຍສ້າງສະໄລ້ແບບຄົບຈົບໃນບໍ່ກີ່ຄລິກ
Decktopus ເປັນເຄື່ອງມື ທີ່ເໝາະກັບຄົນທີ່ຕ້ອງການເຮັດ Presentation ໃຫ້ແລ້ວໄວທີ່ສຸດ. ພຽງແຕ່ໃສ່ຫົວຂໍ້ທີ່ຕ້ອງການ, ລະບົບຈະຊ່ວຍ ສ້າງໂຄງສະໄລ້ໃຫ້ອັດຕະໂນມັດ, ຂຽນເນື້ອຫາເບື້ອງຕົ້ນໃຫ້, ເລືອກ Layout ແລະ ດີໄຊນ໌ ທີ່ເໝາະສົມ ແລະ ເພີ່ມອົງປະກອບ ເຊັ່ນ: ປຸ່ມ CTA (Call to Action) ຫຼື ແບບຟອມ

ເໝາະສຳລັບ: ນັກຮຽນ, ນັກສຶກສາ, ພະນັກງານ ຫຼື ໃຜກໍຕາມທີ່ຕ້ອງເຮັດສະໄລ້ແບບຮີບດ່ວນ.
ຈຸດເດັ່ນ: ຫຼຸດເວລາການເຮັດສະໄລ້ຈາກຫຼາຍຊົ່ວໂມງ ເຫຼືອພາຍໃນບໍ່ກີ່ນາທີ.
2. Plus AI : ສຳລັບຄົນທີ່ຍັງຢາກໃຊ້ PowerPoint ຫຼື Google Slides ແບບເດີມ
ຫຼາຍຄົນອາດບໍ່ຢາກປ່ຽນໄປໃຊ້ເຄື່ອງມືໃໝ່, Plus AI ຈຶ່ງເປັນຕົວເລືອກທີ່ດີ ເພາະເປັນ AI ທີ່ເຮັດວຽກຮ່ວມກັບໂປຣແກຣມທີ່ພວກເຮົາຄຸ້ນເຄີຍຢູ່ແລ້ວເພາະມັນສາມາດຊ່ວຍ ປ່ຽນຂໍ້ຄວາມເປັນສະໄລ້ອັດຕະໂນມັດ, Rewrite (ຮຽບຮຽງ) ເນື້ອຫາໃຫ້ກະຊັບຂຶ້ນ, ປັບດີໄຊນ໌ສະໄລ້ເກົ່າໃຫ້ເບິ່ງດີຂຶ້ນ ແລະ ສ້າງ Presentation ໃໝ່ຈາກ Prompt (ຄຳສັ່ງ)

ເໝາະສຳລັບ: ຄົນເຮັດວຽກໃນອົງກອນ ຫຼື ທີມທີ່ໃຊ້ Google Slides / PowerPoint ເປັນຫຼັກ.
ຈຸດເດັ່ນ: ເພີ່ມຄວາມສາມາດໃຫ້ AI ໂດຍບໍ່ຕ້ອງປ່ຽນ Workflow (ຂັ້ນຕອນການເຮັດວຽກ) ເດີມ.
3. Tome : ເຄື່ອງມືທີ່ໂດດເດັ່ນເລື່ອງ Storytelling (ການເລົ່າເລື່ອງ)
Tome ບໍ່ໄດ້ເນັ້ນແຕ່ການເຮັດສະໄລ້ເທົ່ານັ້ນ ແຕ່ເນັ້ນການ “ເລົ່າເລື່ອງ” ຜ່ານ Presentation ແລະ AI ຈະຊ່ວຍຈັດໂຄງສ້າງເນື້ອຫາໃຫ້ເບິ່ງເປັນລຳດັບ, ເໝາະກັບການນຳສະເໜີທີ່ຕ້ອງການຄວາມໜ້າສົນໃຈ ແລະ ຄວາມລື່ນໄຫຼ. ຮອງຮັບ ການສ້າງຂໍ້ຄວາມ ແລະ ພາບດ້ວຍ AI, ການຝັງເວັບໄຊທ໌, ວິດີໂອ ຫຼື Prototype (ແບບຈຳລອງ), Layout ທີ່ເບິ່ງທັນສະໄໝແບບ Startup

ເໝາະສຳລັບ: Pitch Deck (ສະໄລ້ນຳສະເໜີແຜນທຸລະກິດ), Portfolio, Case Study ຫຼື Presentation ທີ່ຕ້ອງການສ້າງຄວາມປະທັບໃຈ.
ຈຸດເດັ່ນ: ເຮັດໃຫ້ສະໄລ້ເບິ່ງຄືກັບການເລົ່າເລື່ອງ ຫຼາຍກວ່າການລຽງຂໍ້ມູນທົ່ວໄປ.
4. Storydoc : Presentation ແບບ Interactive ທີ່ເບິ່ງເປັນມືອາຊີບ
Storydoc ປ່ຽນ Presentation ແບບເດີມໆ ໃຫ້ກາຍເປັນເອກະສານທີ່ສາມາດໂຕ້ຕອບໄດ້. ຜູ້ຊົມສາມາດຄລິກ, ເບິ່ງລາຍລະອຽດ ຫຼື ມີປະຕິສຳພັນກັບເນື້ອຫາໄດ້ ແລະ ຍັງມີຟີເຈີເດັ່ນໆ ຄື:

Interactive slides (ສະໄລ້ແບບໂຕ້ຕອບ)
ເບິ່ງສະຖິຕິໄດ້ວ່າຜູ້ຊົມເປີດເບິ່ງຮອດໜ້າໃດ
ເໝາະສຳລັບ Proposal (ເອກະສານສະເໜີໂຄງການ) ຫຼື Sales deck (ສະໄລ້ນຳສະເໜີການຂາຍ)
ເໝາະສຳລັບ: ຝ່າຍຂາຍ, ທຸລະກິດ ຫຼື ບໍລິສັດທີ່ຕ້ອງນຳສະເໜີວຽກໃຫ້ລູກຄ້າ.
ຈຸດເດັ່ນ: ຊ່ວຍໃຫ້ການນຳສະເໜີເບິ່ງໜ້າສົນໃຈ ແລະ ສາມາດຕິດຕາມຜົນໄດ້.
5. Gamma : AI Presentation ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນເວລານີ້
Gamma ເປັນເຄື່ອງມືທີ່ຫຼາຍຄົນເລີ່ມນຳມາໃຊ້ແທນ PowerPoint ເພາະໃຊ້ງານງ່າຍ ແລະ ອອກແບບໄດ້ງາມຫຼາຍ. ພຽງແຕ່ພິມ Prompt ເຊັ່ນ: “Create a presentation about AI trends in 2026” AI ຈະຊ່ວຍສ້າງ: ໂຄງເລື່ອງ, ເນື້ອຫາ, ດີໄຊນ໌ ແລະ ພາບປະກອບ. ສາມາດແກ້ໄຂໄດ້ງ່າຍຄືກັບການໃຊ້ Notion ແລະ ສາມາດ Export ເປັນ PDF ຫຼື PowerPoint ໄດ້.

ເໝາະສຳລັບ: ທຸກຄົນ, ໂດຍສະເພາະຜູ້ທີ່ຕ້ອງການຄວາມໄວ ແລະ ຢາກໄດ້ວຽກທີ່ເບິ່ງງາມທັນທີ.
ຈຸດເດັ່ນ: ໄວ, ใช้ง່າຍ ແລະ ໃຫ້ຜົນລ້ຳທີ່ເບິ່ງເປັນມືອາຊີບຫຼາຍ.
ສິ່ງທີ່ AI ຊ່ວຍໄດ້ ບໍ່ແມ່ນແຕ່ “ເຮັດສະໄລ້ໄວຂຶ້ນ” ແຕ່ມັນຄືການຊ່ວຍໃຫ້ພວກເຮົາໄດ້ໃຊ້ເວລາກັບ “ການຄິດ” ຫຼາຍກວ່າການ “ຈັດໜ້າສະໄລ້”.
ໃນອະນາຄົດ, ການເຮັດ Presentation ອາດບໍ່ແມ່ນທັກສະຂອງການໃຊ້ PowerPoint ອີກຕໍ່ໄປ, ແຕ່ອາດເປັນທັກສະຂອງການ “ສັ່ງ AI ໃຫ້ເຮັດວຽກແທນພວກເຮົາ” ໄດ້ຢ່າງມີປະສິດທິພາບ!


---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

ຢ່າໃຫ້ການຕະຫຼາດຂອງເຈົ້າກາຍເປັນ "ການຖົມເງິນຖິ້ມ" 💸 . 8 ສິ່ງທີ່ຄວນເລີກເຮັດ ຖ້າບໍ່ຢາກໃຫ້ລູກຄ້າກົດ Unfollow! ບໍ່ວ່າຈະເປັນການ...
15/06/2026

ຢ່າໃຫ້ການຕະຫຼາດຂອງເຈົ້າກາຍເປັນ "ການຖົມເງິນຖິ້ມ" 💸 .
8 ສິ່ງທີ່ຄວນເລີກເຮັດ ຖ້າບໍ່ຢາກໃຫ້ລູກຄ້າກົດ Unfollow! ບໍ່ວ່າຈະເປັນການໃຊ້ AI ແບບຂາດສະຕິ, ການປິດບັງລາຄາ ຫຼື ການເມີນເສີຍຕໍ່ຄຳຕິຊົມ. ໂລກປ່ຽນໄປແລ້ວ.

1 AI-Slop ເນັ້ນປະລິມານແຕ່ຂາດຄຸນນະພາບ.
ການໃຊ້ Generative AI ເພື່ອປັ້ມເນື້ອຫາອອກມາເປັນຈຳນວນຫຼວງຫຼາຍ ແຕ່ເນື້ອຫາມີລັກສະນະຊ້ຳໆ, ບໍ່ມີຄວາມໝາຍ ຫຼື ບໍ່ມີປະໂຫຍດຕໍ່ຜູ້ອ່ານ.
2 ການຕະຫຼາດແບບ ຂາດກົນຍຸດທີ່ຊັດເຈນ
ການຖົມເງິນລົງໃນທຸກແພລດຟອມໃໝ່ໆ ພຽງເພາະຢາກຕາມກະແສ ໂດຍບໍ່ມີແຜນການທີ່ເຊື່ອມໂຍງກັນ. ມັນຄືກັບການໂຍນເສັ້ນສະປາເກັດຕີ້ໃສ່ຝາແລ້ວຖ້າເບິ່ງວ່າອັນໃດຈະຕິດ, ເຊິ່ງເຮັດໃຫ້ເສຍງົບປະມານໂດຍບໍ່ຈຳເປັນ.
3 ເພິ່ງພາລະບົບອື່ນຫຼາຍເກີນໄປ
ການຝາກຄວາມຫວັງໄວ້ກັບ Algorithm ຂອງ Facebook ຫຼື TikTok ພຽງຢ່າງດຽວແມ່ນມີຄວາມສ່ຽງສູງ. ທຸລະກິດທີ່ສະຫຼາດຕ້ອງເນັ້ນການເກັບ First-Party Data ເພື່ອໃຫ້ເປັນເຈົ້າຂອງຖານລູກຄ້າຢ່າງແທ້ຈິງ.
4. ສ້າງຂັ້ນຕອນທີ່ຫຍຸ້ງຍາກໃຫ້ລູກຄ້າ
ການເຮັດໃຫ້ລູກຄ້າເຂົ້າເຖິງສິນຄ້າໄດ້ຍາກ ເຊັ່ນ: ຂັ້ນຕອນການຊຳລະເງິນທີ່ຊັບຊ້ອນ, ການປິດບັງລາຄາ (ຕ້ອງໃຫ້ລູກຄ້າ "Inboxed" ຖາມຕະຫຼອດ), ເວັບໄຊໂຫຼດຊ້າ ເຮັດໃຫ້ລູກຄ້າໝົດຄວາມອົດທົນ ແລະ ກົດອອກກ່ອນ.
5. ເມີນເສີຍຕໍ່ຄຳຕິຊົມທາງລົບ
ການລົບຄຳເຫັນ ທີ່ບໍ່ພໍໃຈ ຫຼື ການບໍ່ສົນໃຈຄຳວິຈານໃນແງ່ລົບ ຈະເຮັດໃຫ້ຄວາມເຊື່ອໝັ້ນຂອງຍີ່ຫໍ້ຫຼຸດລົງ. ການຕອບຮັບ ແລະ ແກ້ໄຂບັນຫາຢ່າງຈິງໃຈຈະປ່ຽນ "ວິກິດ" ໃຫ້ເປັນ "ໂອກາດ" ໃນການສ້າງຄວາມປະທັບໃຈໄດ້ດີກວ່າ.
6. ໃຊ້ AI ແທນການໃຊ້ສະໝອງ
ການໃຊ້ AI ເຮັດວຽກອັດຕະໂນມັດທຸກຢ່າງ ຈົນຂາດຄວາມເປັນທຳມະຊາດ. ໂດຍສະເພາະການໃຊ້ Chatbot ຕອບລູກຄ້າ 100% ໃນທຸກບັນຫາ ໂດຍບໍ່ມີພະນັກງານຄອຍຊ່ວຍເຫຼືອ ເມື່ອລູກຄ້າຕ້ອງການຄວາມເຂົ້າໃຈຢ່າງເລິກເຊິ່ງ.
7. ລະເລີຍພື້ນຖານຂອງ Local SEO
ການສ້າງຂໍ້ມູນທຸລະກິດໄວ້ໃນ Google ແລ້ວປ່ອຍຖິ້ມໄວ້ໂດຍບໍ່ມີການອັບເດດ. ການທີ່ບໍ່ລົງຮູບພາບໃໝ່, ບໍ່ຕອບລູກຄ້າ ຫຼື ບໍ່ອັບເດດເວລາເປີດ-ປິດ ຈະເຮັດໃຫ້ທ່ານເສຍໂອກາດໃນການດຶງດູດລູກຄ້າທີ່ຢູ່ໃກ້ຄຽງ.
8. ທີມຂາຍ ແລະ ທີມການຕະຫຼາດບໍ່ປະສານງານກັນ
ບັນຫາຄລາສສິກທີ່ວ່າ: "ຝ່າຍການຕະຫຼາດຫາ Lead ມາໄດ້ ແຕ່ຝ່າຍຂາຍຫາວ່າ Lead ບໍ່ມີຄຸນນະພາບ". ຫາກສອງທີມນີ້ບໍ່ມີເປົ້າໝາຍດຽວກັນ ການເຮັດວຽກກໍຈະເປັນການໂຍນຄວາມຜິດໃຫ້ກັນ ແລະ ກັນ ແທນທີ່ຈະຊ່ວຍກັນປິດການຂາຍ.

ລູກຄ້າສະຫຼາດຂຶ້ນ ແລະ ຕ້ອງການຄວາມ "ຈິງໃຈ" ຫຼາຍກວ່າ "ແຄມເປນ" ທີ່ສວຍງາມ. ✨
📌 ເຊັບໄວ້ເຕືອນສະຕິ ຫຼື ແຊຣ໌ໃຫ້ທີມງານເບິ່ງດ່ວນ!

---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

ເປັນຫຍັງບາງຊ່ອງລົງຄລິບໜ້ອຍ ແຕ່ຄົນຕິດຕາມຫຼາຍ? 🤔 . ຄຳຕອບບໍ່ແມ່ນ "ດວງ" ແຕ່ມັນຄື "ກົນລະຍຸດ". ມື້ນີ້ເຮົາເອົາ 3 ເຄັດລັບການເຕີບ...
12/06/2026

ເປັນຫຍັງບາງຊ່ອງລົງຄລິບໜ້ອຍ ແຕ່ຄົນຕິດຕາມຫຼາຍ? 🤔 . ຄຳຕອບບໍ່ແມ່ນ "ດວງ" ແຕ່ມັນຄື "ກົນລະຍຸດ". ມື້ນີ້ເຮົາເອົາ 3 ເຄັດລັບການເຕີບໂຕໃນ Social Media ທີ່ເອເຈັນຊີ້ສ່ວນໃຫຍ່ບໍ່ຄ່ອຍບອກເຈົ້າ: .
💡 Tip 1: ປ່ຽນແຄັບຊັ່ນໃຫ້ເປັນ "ປ້າຍບອກທາງ" (SSO).
💡 Tip 2: ສ້າງ Content ໃຫ້ມີພາກຕໍ່ ເພື່ອດຶງຄົນໃຫ້ຢູ່ກັບເຮົານານໆ.
💡 Tip 3: ສ້າງສັງຄົມ (Community) ໃຫ້ແຂງແຮງ ເພາະ "ແຟນຕົວຍົງ" ມີຄ່າກວ່າ "ຍອດໄລ້". . ໃຜທີ່ກຳລັງຕັນ ອງເອົາ 3 ຂໍ້ນີ້ໄປປັບໃຊ້ເບິ່ງເດີ ຮັບຮອງເຫັນຜົນ! ✨

---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

ເຮັດຮ້ານອາຫານໃຫ້ "ປັງ" ບໍ່ແມ່ນເລື່ອງບັງເອີນ... 💡 . ຫຼາຍຄົນຄິດວ່າການຕະຫຼາດຄືການອັດສ່ວນຫຼຸດ ຫຼື ເຮັດໃຫ້ Viral ແຕ່ຄວາມຈິງແລ...
09/06/2026

ເຮັດຮ້ານອາຫານໃຫ້ "ປັງ" ບໍ່ແມ່ນເລື່ອງບັງເອີນ... 💡 . ຫຼາຍຄົນຄິດວ່າການຕະຫຼາດຄືການອັດສ່ວນຫຼຸດ ຫຼື ເຮັດໃຫ້ Viral ແຕ່ຄວາມຈິງແລ້ວມັນມີ "ຄວາມລັບ" ທີ່ເລິກເຊິ່ງກວ່ານັ້ນ. ມື້ນີ້ເຮົາສະຫຼຸບ 7 ບົດຮຽນການຕະຫຼາດຮ້ານອາຫານ ທີ່ເຈົ້າຂອງຮ້ານຍຸກໃໝ່ຕ້ອງຮູ້! (ຂໍ້ 1 ຄືເລື່ອງທີ່ຫຼາຍຄົນພາດທີ່ສຸດ 😱) . ອ່ານຈົບແລ້ວຈະຮູ້ວ່າ: ການຕະຫຼາດທີ່ດີ ບໍ່ແມ່ນການໃຊ້ເງິນ ແຕ່ແມ່ນການໃຊ້ "ກົນລະຍຸດ".

1. ສ່ວນຫຼຸດຄືທາງລັດທີ່ອັນຕະລາຍທີ່ສຸດ
ສ່ວນຫຼຸດບໍ່ແມ່ນກົນລະຍຸດແຕ່ມັນເປັນພຽງເຄື່ອງມືແລະ ເປັນເຄື່ອງມືທີ່ຕ້ອງໃຊ້ດ້ວຍຄວາມລະມັດລະວັງທີ່ສຸດ.
2. ແຄມເປນ ທີ່ດີ ຕ້ອງບໍ່ຈົບຕອນທີ່ມັນກຳລັງ Peak
ວັນທີ່ຄົນເວົ້າເຖິງແບຣນຫຼາຍທີ່ສຸດບໍ່ແມ່ນປາຍທາງ ແຕ່ມັນຄືຈຸດເລີ່ມຕົ້ນ. ຄຳຖາມຄື: ຫຼັງຈາກທີ່ມັນ Peak ແລ້ວ ເຈົ້າຈະເຮັດຫຍັງຕໍ່?
3. ເວລາສຳຄັນກວ່າ ງົບປະມານ
ບາງຊ່ວງເວລາບໍ່ຈຳເປັນຕ້ອງໃຊ້ເງິນຫຼາຍ ແຕ່ຕ້ອງໄວ ເພາະຄວາມສົນໃຈ ບໍ່ເຄີຍຖ້າໃຜ.
4. Viral ບໍ່ໄດ້ແປວ່າເຈົ້າຊະນະ
ຖ້າການບໍລິຫານຈັດການຫຼື ໜ້າຮ້ານບໍ່ພ້ອມ, ການຕະຫຼາດທີ່ດີຈະກາຍເປັນໂຕເລັ່ງບັນຫາ ແທນທີ່ຈະເປັນໂຕເລັ່ງຍອດຂາຍ.
5. ເມນູຄືການຕະຫຼາດທີ່ດີທີ່ສຸດໃນຮ້ານອາຫານ
ໃນຮ້ານອາຫານ ເມນູຄືຄອນເທນທີ່ສົ່ງຜົນຕໍ່ຍອດຂາຍ ຫຼາຍກວ່າການໂພສລົງໂຊຊຽວຫຼາຍໆຄັ້ງລວມກັນ.
6. ສິນຄ້າທີ່ບໍ່ດີ ບໍ່ມີແຄມເປນໃດຊ່ວຍໄດ້
ສິນຄ້າຕ້ອງຂາຍໂຕມັນເອງໄດ້ຕັ້ງແຕ່ເລີ່ມຕົ້ນ ແລະ ໂຕສິນຄ້າເອງຈະຕ້ອງເປັນໂຕ "ຮ້ອງບອກ" ຄຸນຄ່າຂອງມັນອອກມາ.
7. ລູກຄ້າບໍ່ໄດ້ສົນໃຈ ແຄມເປນ ຂອງເຈົ້າປານນັ້ນ
ລູກຄ້າຄິດແຕ່ 3 ຢ່າງ: ແຊບບໍ່? ຄຸ້ມຄ່າບໍ່? ຖ້ານານບໍ່? ສຸດທ້າຍແລ້ວຄົນບໍ່ໄດ້ຊື້ ໄອເດຍ ແຕ່ເຂົາຊື້ ຄຸນຄ່າ


---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

ການຍິງ Ads ທີ່ດີ ຕ້ອງເລີ່ມຕົ້ນດ້ວຍ "ການວາງແຜນງົບ" ທີ່ສະຫຼາດ! 📊🚀 . ຢາກປ່ຽນຈາກການຍິງ Ads ແບບ "ສຸ່ມ" ມາເປັນການຍິງແບບ "ວາງແຜ...
04/06/2026

ການຍິງ Ads ທີ່ດີ ຕ້ອງເລີ່ມຕົ້ນດ້ວຍ "ການວາງແຜນງົບ" ທີ່ສະຫຼາດ! 📊🚀 .
ຢາກປ່ຽນຈາກການຍິງ Ads ແບບ "ສຸ່ມ" ມາເປັນການຍິງແບບ "ວາງແຜນ" ບໍ່? ມື້ນີ້ເຮົາເອົາກົນລະຍຸດການແບ່ງງົບປະມານແບບມືອາຊີບມາຝາກ:
✅ Short-term: ໂຟກັດທີ່ Conversion ແລະ Tracking ໃຫ້ແໜ້ນ.
✅ Long-term: ໂຟກັດທີ່ TOFU, MOFU, BOFU ແລະ ການເຮັດ A/B Testing ຢ່າງຕໍ່ເນື່ອງ.
ເພາະການຕະຫຼາດບໍ່ແມ່ນການ "ເດົາ" ແຕ່ມັນຄືການໃຊ້ "ຂໍ້ມູນ" ມາບໍລິຫານເງິນໃຫ້ເກີດຜົນກຳໄລສູງສຸດ.
✨ ໃຜຢາກໃຫ້ເຮົາຊ່ວຍວາງແຜນງົບປະມານໃຫ້ກົງຈຸດ ທັກ Inbox ມາລົມກັນໄດ້ເລີຍ!

---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

"ສະເໜ່" ບໍ່ແມ່ນເລື່ອງຂອງພອນສະຫວັນ... ແຕ່ມັນຄື "ທັກສະ" ທີ່ເຮົາສ້າງໄດ້! ✨ໃນໂລກຂອງການເຮັດວຽກ ບາງເທື່ອຄວາມເກັ່ງຢ່າງດຽວອາດບໍ່...
27/05/2026

"ສະເໜ່" ບໍ່ແມ່ນເລື່ອງຂອງພອນສະຫວັນ... ແຕ່ມັນຄື "ທັກສະ" ທີ່ເຮົາສ້າງໄດ້! ✨
ໃນໂລກຂອງການເຮັດວຽກ ບາງເທື່ອຄວາມເກັ່ງຢ່າງດຽວອາດບໍ່ພໍ ແຕ່ການເຮັດໃຫ້ຄົນ "ຢາກເຮັດວຽກນຳ" ຄືກຸນແຈສຳຄັນທີ່ຈະພາທີມໄປໄດ້ໄກກວ່າເກົ່າ.
ມື້ນີ້ເຮົາມາຖອດລະຫັດ 3 ພະລັງທີ່ຈະຊ່ວຍເພີ່ມສະເໜ່ ແລະ ຄວາມໜ້າເຊື່ອຖືໃຫ້ກັບເຈົ້າ:
1️⃣ Power: ໝັ້ນໃຈໃນສິ່ງທີ່ເວົ້າ ສື່ສານຊັດເຈນ.
2️⃣ Warmth: ສ້າງພື້ນທີ່ປອດໄພ ໃຫ້ຄົນກ້າແບ່ງປັນ.
3️⃣ Presence: ໃຫ້ຄວາມສຳຄັນກັບຄົນຕໍ່ໜ້າ ດ້ວຍການ "ຟັງ" ຢ່າງແທ້ຈິງ.
ລອງເອົາ 3 ຂໍ້ນີ້ໄປປັບໃຊ້ເບິ່ງ ແລ້ວເຈົ້າຈະເຫັນຄວາມປ່ຽນແປງໃນການເຮັດວຽກຮ່ວມກັບຄົນອື່ນ! 🤝

---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

Landing Page ທີ່ດີ ບໍ່ແມ່ນໜ້າເວັບທີ່ "ງາມ" ທີ່ສຸດ ແຕ່ແມ່ນໜ້າເວັບທີ່ "ປິດການຂາຍ" ໄດ້ດີທີ່ສຸດ 🎯ໃນໂລກຂອງການຕະຫຼາດອອນລາຍ Con...
22/05/2026

Landing Page ທີ່ດີ ບໍ່ແມ່ນໜ້າເວັບທີ່ "ງາມ" ທີ່ສຸດ ແຕ່ແມ່ນໜ້າເວັບທີ່ "ປິດການຂາຍ" ໄດ້ດີທີ່ສຸດ 🎯
ໃນໂລກຂອງການຕະຫຼາດອອນລາຍ Conversion ຄືຕົວວັດຜົນທີ່ແທ້ຈິງ.
ມາເຊັກລິສກັນເບິ່ງ ວ່າໜ້າເວັບຂອງທ່ານມີ 5 ຢ່າງນີ້ແລ້ວບໍ່?
1️⃣ Headline: ຢຸດນິ້ວມືຄົນເບິ່ງໃຫ້ໄດ້.
2️⃣ Clear CTA: ບອກໄປເລີຍວ່າໃຫ້ເຮັດຫຍັງຕໍ່.
3️⃣ One Goal: ໜຶ່ງໜ້າ, ໜຶ່ງເປົ້າໝາຍ (ຢ່າໂລບ!).
4️⃣ Social Proof: ເອົາຣີວິວມາຢັ້ງຢືນ ເພີ່ມຄວາມໝັ້ນໃຈ.
5️⃣ Simple Design: ເຂົ້າໃຈງ່າຍ ບໍ່ຕ້ອງຄິດຫຼາຍ.
ໃຜຢາກປ່ຽນ "ຍອດວິວ" ໃຫ້ເປັນ "ຍອດເງິນ" ທັກມາປຶກສາເຮົາໄດ້ເລີຍ! 🤝

---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

ເຮັດການຕະຫຼາດແບບ "ບໍ່ມີເຄື່ອງມື" ກໍຄືກັບການ "ຫຼັບຕາຂັບລົດ"... ⚠️ ຢ່າປ່ອຍໃຫ້ທຸລະກິດຂອງທ່ານຫຼົງທາງ! ມາອັບເກຣດການເຮັດວຽກໃຫ້...
18/05/2026

ເຮັດການຕະຫຼາດແບບ "ບໍ່ມີເຄື່ອງມື" ກໍຄືກັບການ "ຫຼັບຕາຂັບລົດ"... ⚠️
ຢ່າປ່ອຍໃຫ້ທຸລະກິດຂອງທ່ານຫຼົງທາງ! ມາອັບເກຣດການເຮັດວຽກໃຫ້ມີປະສິດທິພາບສູງສຸດ ດ້ວຍ 5 ກຸນແຈສຳຄັນທີ່ນັກການຕະຫຼາດທຸກຄົນຄວນມີ:
1️⃣ Ahrefs: ໃຫ້ເວັບໄຊຕິດອັນດັບ 1
2️⃣ HubSpot: ປ່ຽນຄົນຜ່ານທາງໃຫ້ເປັນລູກຄ້າ.
3️⃣ Hootsuite: ວາງແຜນໂພສລ່ວງໜ້າ (ບໍ່ຕ້ອງນັ່ງເຝົ້າ).
4️⃣ Mailchimp: ສ້າງຄວາມສຳພັນທີ່ດີຜ່ານອີເມວ.
5️⃣ Canva: ສ້າງພາບປະກອບໃຫ້ແບຣນເບິ່ງແພງ.
ໃຜເຄີຍໃຊ້ໂຕໃດ ຫຼື ມີໂຕໃດແນະນຳຕື່ມ ຄອມເມັ້ນບອກກັນແນ່ເດີ! 👇


---------------------------------
ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
020 7819-0368 ຫຼື ທັກຫາ ເພຈ ໄດ້ເລີຍ

Address

Saysettha District, Vientiane Capital, Lao PDR
Vientiane
10010

Opening Hours

Monday 09:00 - 17:30
Tuesday 09:00 - 17:30
Wednesday 09:00 - 17:30
Thursday 09:00 - 17:30
Friday 09:00 - 17:30

Telephone

+8562076971441

Website

Alerts

Be the first to know and let us send you an email when Lailao Marketing posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share