03/11/2021
24 ຄຳສອນຈາກໜັງສື "ພໍ່ລວຍສອນລູກ"
-----------------------------------------------
1. ການທີ່ເຮົາບໍ່ຄິດເລື່ອງຄ່າຈ້າງ ເຮັດໃຫ້ເຮົາມີອິດສະຫລະທາງຄວາມຄິດ ແລະສາມາດເບິ່ງຫາໂອກາດອື່ນໆໄດ້.
2. ຈົ່ງພະຍາຍາມເບິ່ງຫາໃນສິ່ງທີ່ຄົນອື່ນເບິ່ງບໍ່ເຫັນ
3. ຢ່າຕິດກັບດັກເລື່ອງຢາກໄດ້ຄວາມໝັ້ນຄົງ, ໂລບ ເພາະວ່າຈະເຮັດໃຫ້ເຮົາບໍ່ກ້າເຕີບໂຕ
4. ເຮົາຊະນະໄດ້ດ້ວຍການເລືອກຄິດໃນສິ່ງທີ່ຖືກຕ້ອງ
5. ຕ້ອງຄວບຄຸມອາລົມ ຢ້ານ, ໂລບ, ຕ້ອງການ, ຄວາມຢ້ານ ຈະເຮັດໃຫ້ເຮົາຕິດກັບດັກ
6. ຖ້າມີຊີວິດຢູ່ກັບຄວາມຢ້ານ ເປັນສິ່ງທີ່ຊົ່ວຮ້າຍຫຼາຍ ແຕ່...ເຮົາຄວນມີຊີວິດຢູ່ດ້ວຍຄວາມຫວັງ, ຄວາມຝັນແລະຄວາມສຸກ.
7. ຄົນລວຍບໍ່ເຮັດວຽກເພື່ອເງິນ
8. ຕອນໃດທີ່ເຮົາຢຸດໃຝ່ຮູ້ ທັງຈາກພາຍນອກແລະພາຍໃນໂຕເຮົາເອງ ນັ້ນແຫຼະ! ຄືຄວາມໂງ່
9. ຖ້າໄດ້ເງິນມາຫລາຍ ແຕ່ຍັງມີຄວາມໂລບ + ຄວາມຢ້ານຈະຕົກເປັນທາດຂອງເງິນຢູ່ດີ
10. ຄວາມຮູ້ສຶກແລະອາລົມເປັນສ່ວນໜຶ່ງຂອງມະນຸດ ເປັນພະລັງທີ່ຊຸກດັນເຮົາໃຫ້ຕໍ່ສູ້
11. ຖ້າເຮົາເຮັດເພື່ອເງິນ ຊີວິດຈະບໍ່ຕ່າງຫຍັງກັບຄົນ 99% ປ່ຽນມາໃຊ້ອຳນາດຂອງເງິນໃຫ້ເຕີມເຕັມອິດສະຫລະພາບ ສ້າງໄປຕໍ່ໃຫ້ຢູ່ເໜືອຊີວີິດ ແລະຈິດວິນຍານ.
12. ຄວາມຮູ້ທາງບັນຊີ = ຖ້າຕ້ອງການສ້າງສິ່ງທີ່ຍິ່ງໃຫຍ່ ເຈົ້າຕ້ອງເຮັດມັນໃຫ້ຖືກຕ້ອງ ບໍ່ດັ່ງນັ້ນ, ຈະຫຼົ້ມຈົມໃນບໍ່ຊ້າ ຕ້ອງເບິ່ງຈຸດອ່ອນຈຸດແຂງ ຈາກງົບທີ່ຕ້ອງເຮັດ ເຊັ່ນ: ງົບການເງິນ.
13. ຄວາມຮູ້ກ່ຽວກັບການລົງທຶນ = ສິລະປະການໃຊ້ເງິນເຮັດວຽກຢ່າງສ້າງສັນ
14. ເຂົ້າໃຈະຫຼາດ = ຄວາມຕ້ອງການຊື້ຄວາມຕ້ອງການຂາຍ
15. ຄວາມຮູ້ເລື່ອງກົດໝາຍ = ຄວາມຮູ້ເລື່ອງພາສີ ແລະບໍລິສັດຈະເຮັດໃຫ້ຄົນເຕີບໂຕຂຶ້ນ
16. ເງິນຄືຄວາມຄິດ ການລົງທຶນກໍເຊັ່ນດຽວກັນ.
17. ສິ່ງທີ່ຢູ່ໃນຫົວເຮົາ ຈະເປັນໂຕກຳນົດວ່າ ອັນໃດຄວນຈະຢູ່ໃນມືເຮົາ
18. ເງິນແຕ່ລະກີບ ທີ່ຄົນໃຊ້ຈະກຳນົດຊີວິດຂອງເຈົ້າ
ໃຊ້ຢ່າງໂງ່ຈ້າ = ເລືອກທີ່ຈະຈົນ
ໃຊ້ຊື້ໜີ້ສິນ = ເລືອກທີ່ຈະເປັນຄົນຊັ້ນກາງ
ໃຊ້ຫາຄວາມຮູ້ສ້າງຊັບສິນ = ເລືອກທີ່ຈະມັ່ງຄັ່ງລ້ຳລວຍ
19. ຊີວິດຂອງເຈົ້າຂຶ້ນຢູ່ກັບສິ່ງທີິ່ເຈົ້າເລືອກໃນມື້ນີ້ ບໍ່ແມ່ນໃນມື້ອື່ນ
20. ຄວາມຮູ້ຄືອຳນາດ ຮູ້ຢ່າງຖືກຕ້ອງຍິ່ງເພີ່ມອຳນາດ
21. ຈົ່ງຮັບຮູ້ຄວາມຮູ້ສຶກທີ່ເກີດຂຶ້ນ ແຕ່ຈົ່ງໃຊ້ສະໝອງກຳນົດການກະທຳ
22. ເຮົາອອກກຳລັງກາຍ ເພື່ອໃຫ້ແຂງແຮງ ແຕ່ເຮົາໃຊ້ສະໝອງເພື່ອໃຫ້ມັ່ງຄັ່ງ
23. ເປັນຫຍັງຄົນລວຍຈຶ່ງລວຍຂຶ້ນ = ລົງທຶນໃນຊັບສິນທີ່ໃຫ້ຜົນຕອບແທນ (ລາຍຮັບ>ລາຍຈ່າຍ>ຊັບສິນ)
24. ເຮົາຄູ່ຄວນກັບຫຍັງ? ຂຶ້ນຢູ່ກັບຄວາມເຕັມໃຈໃນການຮັບຜິດຊອບຊີວິດ
------------------------------------------