ໄປເບາະ "paiboc"

ໄປເບາະ "paiboc" ເຮົາຈະພາທຸກທ່ານໄປຮູ້ຈັກສະຖານທີ່ ຮ້ານອາຫານ ທີ່ພັກ ແລະ ວັດທະນາທຳ ຖານອາດຈະບໍ່ເຄີຍຮູ້ມາກ່ອນ

ນ້ຳລາຍໄຫລເລີຍ
06/09/2020

ນ້ຳລາຍໄຫລເລີຍ

ແມ່ນຫຍັງຈະຮູ້ສຶກດີໄປກ່ວາ | ບັນຍາກາດຟ້າຫຼັງຝົນ.😊🍃  ໝູ່,ແຟນຫຼືເພື່ອນຄູ່ໃຈ ມາຜ່ອນຄາຍອາລົມກັບພື້ນທີ່ສີຂຽວທີ່ກວ້າງສຸດສາຍຕາ ຫຼ...
23/08/2020

ແມ່ນຫຍັງຈະຮູ້ສຶກດີໄປກ່ວາ | ບັນຍາກາດຟ້າຫຼັງຝົນ.😊🍃

ໝູ່,ແຟນຫຼືເພື່ອນຄູ່ໃຈ ມາຜ່ອນຄາຍອາລົມກັບພື້ນທີ່ສີຂຽວທີ່ກວ້າງສຸດສາຍຕາ ຫຼຽວເຫັນເສັ້ນທາງຕັດໃໝ່,ອາຫານບ້ານໆ,ເຄື່ອງດື່ມເຢັນໆ,ສຽງເພງມ່ວນໆ.🌿🌾

📌ບ້ານໄຊມຸງຄຸນ, ເມືອງນາຊາຍທອງ, ຮ່ອມ1(ຮ່ອມໂຮງຮຽນ ມສ ບຸນເກີດ)ຂີ່ເຂົ້າໄປປະມານ800ແມັດ.🛵🚗
#ໄປບໍ່ຮອດຈອດບໍ່ເຖິງຕິດຕໍ່ທີ່ເບີ:020 97940697

ເວລາເປີດ: 9ໂມງເຊົ້າ-22:00 ຈັນ-ອາທິດ

ປີ້ງຈີນຂ້າງຫໍພັກຊີເກມດົງໂດກທີ່ເດັກຫໍຮູ້ຈັກດີ🌶🌶ສູດແຈ່ວຮ້ານເພິ່ນຈະເປັນສູດຫມາກເຜັດດິບທີ່ບໍ່ຄືໃຜ ບໍ່ຄ່ອຍເຜັດຫລາຍແຕ່ຖ້າຢາກໄດ້...
19/08/2020

ປີ້ງຈີນຂ້າງຫໍພັກຊີເກມດົງໂດກທີ່ເດັກຫໍຮູ້ຈັກດີ🌶🌶

ສູດແຈ່ວຮ້ານເພິ່ນຈະເປັນສູດຫມາກເຜັດດິບທີ່ບໍ່ຄືໃຜ ບໍ່ຄ່ອຍເຜັດຫລາຍແຕ່ຖ້າຢາກໄດ້ເຜັດໆເພິ່ນກໍຈັດໃຫ້ ລຸງປ້າເຈົ້າຂອງຮ້ານໃຈດີສຸດໆເລີຍເວົ້າມ່ວນໆ ເຖິງຄິວຈະຍາວແຕ່ກໍໄດ້ໄວຢູ່ເດີ້😍

📍ສະຖານທີ່ຕັ້ງຢູ່ຂ້າງຫໍພັກຊີເກມຂີ່ມາທາງຕະຫລາດເຂດມຊແລ້ວລ້ຽວຂວາຂື້ນມາຫນ້ອຍຫນຶ່ງກໍຈະເຫັນຮ້ານຕັ້ງຢູ່3ແຍກ
⏰ເປີດທຸກມື້ 4:00-21:00

ຕາດຊ່ວງ ຫຼື ຕາດນໍ້າຊ່ວງ ເປັນຕາດທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດພູພະນັງ, ສະຖານທີ່ພັກຜ່ອນກິນເຂົ້າປ່າທີ່ງຽບສະຫງົບ ບັນຍາກາດດີ ທຳມ...
16/08/2020

ຕາດຊ່ວງ ຫຼື ຕາດນໍ້າຊ່ວງ ເປັນຕາດທີ່ຢູ່ໃນເຂດປ່າສະຫງວນແຫ່ງຊາດພູພະນັງ, ສະຖານທີ່ພັກຜ່ອນກິນເຂົ້າປ່າທີ່ງຽບສະຫງົບ ບັນຍາກາດດີ ທຳມະຊາດສວຍງາມ ແລະທີ່ສຳຄັນແມ່ນຢູ່ບໍ່ໄກຈາກຕົວເມືອງ !!

ຖ້າເຮົາເດີນທາງຈາກຕະຫຼາດເຊົ້າຂື້ນໄປຕາມເສັ້ນທາງເລກທີ 13ເໜືອ ແມ່ນຈະມີໄລຍະທາງຢູ່ 56KM, ພໍເຮົາຮອດເຂດບ້ານນາງ່າ (40KM ທຳອິດ) ໃຫ້ສັງເກດປ້າຍຮ່ອມເຂົ້າບ້ານຖໍ້າ (ປ້າຍຢູ່ຂວາມື ຮ່ອມຈະຢູ່ຊ້າຍມື) ຈາກປາກຮ່ອມ ຮອດຕາດແມ່ນຕ້ອງເຂົ້າໄປອີກ 16KM ໂດຍທີ່ທາງຈະເປັນທາງດິນແດງ ຖ້າເປັນລົດເກງນ້ອຍຈະໄປລຳບາກໜ້ອຍໜຶ່ງໃນຍາມຝົນນີ້ ແຕ່ເຫັນມີຄັນໜຶ່ງໄປຮອດເສີຍ ໃຈລາວໄດ້.

ຂໍ້ມູນເພີ່ມເຕີມກ່ຽວກັບສະຖານທີ່ທ່ອງທ່ຽວນີ້ແມ່ນຢູ່ບ່ອນນໍ້າຕົກຕາດ ຈະບໍ່ມີຮ້ານອາຫານ ແຕ່ຖ້າຂີ່ລົດຫຍັບຂື້ນໄປອີກໜ້ອຍໜຶ່ງເພິ່ນຈະຈັດເປັນຕູບແຄມນໍ້າໃຫ້ ອາລົມປະມານຕາດມູນ ແຕ່ຈະງຽບສະຫງົບກວ່າ ເພາະຄົນໜ້ອຍ ມັນເລິກຄົນເລີຍເຂົ້າມາບໍ່ຮອດ. ຢູ່ນີ້ເພິ່ນຈະມີເຄື່ອງດື່ມ, ອາຫານປິ້ງ, ຈືນລູກຊີ້ນ ແລະ ຕຳເສັ້ນຕ່າງໆຂາຍໃຫ້.
ອີກອັນໜຶ່ງທີ່ສຳຄັນພໍໆກັບເລື່ອງກິນຢູ່ຄື ເຂດນັ້ນບໍ່ມີສັນຍານໂທລະສັບ ແລະ ບໍ່ມີໄຟຟ້າ ສະນັ້ນຖ້າທ່ານໃດຈະອອກໄປທ່ຽວໃຫ້ກຽມໂຕດີໆເດີ້ ແລ້ວຢ່າລືມຮັກສາຄວາມສະອາດຊ່ວຍກັນພ້ອມ ທ່ຽວກັນແບບມີຄວາມຮັບຜິດຊອບ.

- ພິກັບສຳລັບ Google Maps : maps.app.goo.gl/nDtLwx8jmKmZiesb9

- ພິກັດສຳລັບ Maps me : http://ge0.me/00sL6Ra-Fx/Unknown_Place

ຂອບໃຈຂໍ້ມູນຈາກPosted ໂດຍ Sommixay Boutchanthalath

ມີຕິໃໝ່ແຫ່ງປາກແບ່ງ ກັບຣີຊອດ ເລີ ແກຼຮນ ປາກແບງ #ທ່ອງທ່ຽວເມືອງລາວທ່າມກາງທໍລະນີສາດແລະທັດສະນີຍະພາບທີ່ສວຍສົດງົດງາມ ມີສາຍນໍ້າຂອ...
14/08/2020

ມີຕິໃໝ່ແຫ່ງປາກແບ່ງ ກັບຣີຊອດ ເລີ ແກຼຮນ ປາກແບງ
#ທ່ອງທ່ຽວເມືອງລາວ

ທ່າມກາງທໍລະນີສາດແລະທັດສະນີຍະພາບທີ່ສວຍສົດງົດງາມ ມີສາຍນໍ້າຂອງໄຫຼຜ່ານ...ແບ່ງທໍາມະຊາດເຂດນີ້ໃຫ້ເປັນສອງຝາກ, ສອງໜວ່ຍພູ ລຽບຕາມລໍາແມ່ນໍ້າຂອງ.

ນີ້ຄື ປາກແບງ, ແຂວງອຸດົມໄຊ! ປາກແບງ ແມ່ນຈຸດພັກຜອ່ນນອນຄືນທີ່ສໍາຄັນທີ່ສຸດຂອງສາຍເດີນເຮືອຫ້ວຍຊາຍ-ຫຼວງພະບາງ ຕາມລໍາແມ່ນໍ້າຂອງ.

ຖ້າລໍາເຮືອພົ້ນອອກມາຈາກສອງໜວ່ຍພູ ມຸ້ງໜ້າເຂົ້າສູ່ທ່າເຮືອປາກແບງ, ສີ່ງທີ່ໂດດເດັ່ນໃຫ້ເຫັນຢ່າງບາດຕາກວ່າໝູ່ໃນຂົງເຂດນີ້ກໍ່ຄືບັນດາວີນລາສີຂາວ ນອ້ຍ ໜ້າຮັກ, ປະມານ 45 ຫຼັງທີ່ຕັ້ງຢັງຢາຍຢູ່ເທີງເນີນພູ (ເບື້ອງຊາຍມືຂອງຜູ້ເບີ່ງ). ຍີ່ງເຂົ້າໃກ້ ຍີ່ງສໍາພັດຄວາມງາມຂອງບັນດາວິນລາຂາວເຫຼົ່ານີ້ໄດ້ຢ່າງລະອຽດລະອອນແລະຖີ່ເທືອນ...ເໝືອນບັນດາສາວໆສະໜົມຮົ່ມຜ້າຂາວລໍຖ້າຮັບໃຊ້ແຂກທ້າວນາງຄົນບົນພູເຂົາ. ນີ້ຄືຣີຊອດ Le Grand Pakbeng!

Le Grand Pakbeng ແມ່ນຣີຊອດລູລາລະດັບ 5 ດາວແຫ່ງທໍາອິດໃນເມືອງລາວ,ຖືກເປີດໃຊ້ເປັນທາງການໃນເດືອນ 12.2018.

(ເພື່ອເປັນການສົ່ງເສີມທຸລະກິດການທອ່ງທ່ຽວ ຄົນລາວເຮົາຄວນສະໜັບສະໜູນທຸລະກິດການທອ່ງທ່ຽວພາຍໃນຂອງພວກເຮົາໃຫ້ຫຼາຍຂື້ນ. ບໍ່ຄວນພາກັນລັ່ງໄຫຼໄປຈ່າຍເງີນໃຫ້ປະເທດອື່ນເຂົາ ທີ່ເງື່ອນໄຂເສດຖະກິດເຂົາດີກວ່າພວກເຮົາ), ກອງປະຊຸມ, ງານປະກວດ...ກໍ່ສາມາດຊົມໃຊ້ ເລີ ກຣັນ ເປັນສະຖານທີ່ໆເມາະສົມທີ່ສຸດ ເພື່ອໃຫ້ວັນດັ່ງກ່າວຂອງຜູ້ຊົມໃຊ້ມີຄວາມໝາຍແລະຄວາມຊົງຈໍາໄປຊົ່ວນິຣັນ.

ນີ້ກໍ່ເປັນຄວາມພູມໃຈໜື່ງທີ່ເມືອງລາວມີນໍ້າຂອງໄຫຼ່ຜ່ານ ຍາວຢຽບໄປໄກກວ່າໝູ່. ນໍ້າຂອງກໍ່ເປັນສາຍນໍ້າທີ່ຄົນຕ່າງປະເທດຮູ້ຫຼາຍກວ່າປະເທດເຮົາ (ຄົນເອີຣົບສວ່ນຫຼາຍຈະບໍ່ຮູ້ວ່າ ປະເທດລາວຢູ່ໃສ, ແຕ່ເຂົາຮູ້ວ່າ ຊື່ນໍ້າຂອງແລະຮູ້ວ່າມັນໄຫຼມາແຕ່ໃສ?). ການທີ່ຄົນເອີຣົບມາສໍາພັດກັບນໍ້າຂອງດວ້ຍຕົນເອງໄດ້ ພໍປານຂອງຂວັນອັນລໍາຄ່າໃຫ້ຊີວິດເຂົາເຈົ້າແລະທຸກສີ່ງທຸກຢ່າງທີ່ມະນຸດສ້າງຂື້ນຕາມລໍາແມ່ນໍ້າຂອງກໍ່ລວ້ນແຕ່ສໍາຄັນແລະມີຄ່າແກ່ທຸລະກິດການທອ່ງທ່ຽວ, ເພາະມັນມີແຕ່ສະຖານທີ່ນີ້ທີ່ດຽວເທົ່ານັ້ນໃນໂລກ. ເລີ ກຣັນ ເໝືອນກັນ...ທີ່ປະດັບປະດາດວ້ຍທໍາມະຊາດ, ສາຍນໍ້າຂອງ, ຮີດຄອງປະເພນີຄົນແຖວນີ້, ສະຖາປານິກແລະສີລະປະການຕົບແຕ່ງຣີຊອດ...ມີແຕ່ແຫ່ງດຽວແຫ່ງນີ້ເທົ່ານັ້ນໃນໂລກ. ສະນັ້ນ ການມາຜັກຜອ່ນຢອນອາລົມ, ການມາເພີ່ມພະລັງກາຍແລະຈິດໃນອະນາຈັກ ເລີ ກຣັນ ຈື່ງເປັນສີ່ງພິເສດທີ່ສຸດໃຫ້ຜູ້ມາທອ່ງທ່ຽວ.

ຖ້າທ່ານໃດສົນໃຈ ຕິດຕໍ່ຫາເພີ່ນຕາມນີ້ https://www.facebook.com/LeGrandPakbengResort/
#ໄປເບາະ

ຕຳເສສວນແດງໆເຜັດໆລົດຈັດໂຄດສະໃຈ😚 ກິນແລ້ວຕ້ອງກິນອີກຄົກ1ພ້ອມດ້ວຍສົດນຳ້ຕົ້ມເລືອດກັບຈືນລູກຊີ້ນ ຟິນ~~~😍
13/08/2020

ຕຳເສສວນແດງໆເຜັດໆລົດຈັດໂຄດສະໃຈ😚 ກິນແລ້ວຕ້ອງກິນອີກຄົກ1
ພ້ອມດ້ວຍສົດນຳ້ຕົ້ມເລືອດກັບຈືນລູກຊີ້ນ ຟິນ~~~😍

ຢາກຫນີຮັກ ໄປພັກຢູ່ປາຍນາ🍃ບັນຍາກາດບ້ານນາສົດຊື່ໆ💆🏻‍♀️ ສຳຜັດໄດ້ເຖິງຄວາມເປັນທຳມະຊາດອອ້ມໄປດ້ວຍທົ່ງນາສີຂຽວ ພ້ອມອາຫານແຊບໆທີ່ຄ່ອຍ...
11/08/2020

ຢາກຫນີຮັກ ໄປພັກຢູ່ປາຍນາ🍃
ບັນຍາກາດບ້ານນາສົດຊື່ໆ💆🏻‍♀️ ສຳຜັດໄດ້ເຖິງຄວາມເປັນທຳມະຊາດອອ້ມໄປດ້ວຍທົ່ງນາສີຂຽວ ພ້ອມອາຫານແຊບໆທີ່ຄ່ອຍໄວ້ບໍ່ລິການຢ່າງສະດວກສະບາຍ🍃
#ສວນອາຫານປາຍນາ #ສໍາລັບມື້ພັກຜ່ອນທໍາມະດາໃຫ້ກາຍເປັນມື້ສຸດພິເສດ
📍ບ້ານທ່ານາກ ເມືອງໄຊທານີ ນະຄອນຫລວງວຽງຈັນ ທາງ13ໄຕ້ ຮ່ອມເຂົ້າແມ່ນຂ້າງວິທະຍາຄານເຕັກນິກການທະຫານ ຫລັກ21 ຕໍ່ຫນ້າຮ້ານຂາຍເຄື່ອງກໍ່ສ້າງແກ້ວມີໄຊ ເຂົ້າມາປະມານ 1 ກິໂລແມັດ
📲ໂທ 020 56666517 😍😍😍

ຮ້ອນແບບນີ້ດັບຮ້ອນດ້ວຍປັ່ນໂຢເກິດສຕໍເບີ່ລີ່ສົ້ມໆຫວານໆເຢັນ🥤🍓
09/08/2020

ຮ້ອນແບບນີ້ດັບຮ້ອນດ້ວຍປັ່ນໂຢເກິດສຕໍເບີ່ລີ່ສົ້ມໆຫວານໆເຢັນ🥤🍓

ຊ່ວງນີ້ແອດມິນຢາກວ່າພາເລາະເກັ່ງໂດຍສະເພາະສະຖານທີ່ແບບທຳມະຊາດຫລົງຮັກເລີຍ🚘🍃🍃ວັນເສົາແລ້ວໃດ໋ວັນແຫ່ງການພັກສະຫມອງ ໄປພັກຜ່ອນຢ່ອນໃຈ...
08/08/2020

ຊ່ວງນີ້ແອດມິນຢາກວ່າພາເລາະເກັ່ງໂດຍສະເພາະສະຖານທີ່ແບບທຳມະຊາດຫລົງຮັກເລີຍ🚘🍃

🍃ວັນເສົາແລ້ວໃດ໋ວັນແຫ່ງການພັກສະຫມອງ ໄປພັກຜ່ອນຢ່ອນໃຈກັນກ່ອນທີ່ສວນອາຫານມານາເດີ້ ສວນອາຫານ ມານາເດີ້ Manader Restuarant

🌴ບັນຍາກາດເຢັນສະບາຍຊາວນາອ້ອມຮອບໄປດ້ວຍທົ່ງນາແນມໄປທົ່ງນາສີຂຽວແລ້ວສະບາຍຕາ ພ້ອມອາຫານແຊບໆຄົບຊຸດໄວ້ຄ່ອຍບໍລິການທຸກທ່ານ ນັ່ງຊິວໆ ບັນຍາກາດສົດຊື່ນ ຕ້ອງຈັດແລ້ວ🍃
Go!!!!
ພິກັດ 📍ບ້ານໂພນຄຳ ເມືອງນາຊາຍທອງ (ໃກ້ຕະຫລາດສົງເປືອຍ)
ເບີໂທຕິດຕໍ່ 020 5426 5465
ແຜນທີ່ຢູ່ໃນຮູບເລີຍ🗺

🎈🎈ເຄບັບພິດຊ່າທີ່ເຕີມເຕັມດ້ວຍຊີສ 😊😊🌮🌮ນຸ້ມແປ້ງ ຫ້ອມຊີສ ລົດຊາດແຊັບ ບໍ່ຢາກໃຫ້ເຊຶ່ອແຕ່ຢາກໃຫ້ມາລອງດ້ວຍຕົວທ່ານເອງທີ່ Siam kabab...
06/08/2020

🎈🎈ເຄບັບພິດຊ່າທີ່ເຕີມເຕັມດ້ວຍຊີສ 😊😊
🌮🌮ນຸ້ມແປ້ງ ຫ້ອມຊີສ ລົດຊາດແຊັບ
ບໍ່ຢາກໃຫ້ເຊຶ່ອແຕ່ຢາກໃຫ້ມາລອງດ້ວຍຕົວທ່ານເອງ
ທີ່ Siam kabab cheese ສະຍາມເຄບັບຊິສສາຂາ1ໂພນທັນ
(ຊ່ວງນີ້ມີໂປຣໂມຊັ່ນຖ້າເຊັກອິນຢູ່ຮ້ານແມ່ນຈະແຖມແປັບຊີຟຣີ)
ຮ້ານຕັ້ງຢູ່ໂພນທັນ ຕໍ່ໝ້າໂຮງຮຽນຣັດຕະນະ
☎️☎️02029888099

ບັນຍາກາດດີ,ມຸມຖ່າຍຮູບຫລາຍ,ອາຫານແຊບ,ນັ່ງຕູບຊິວໆຊຸມແຊວ ບໍ່ຕ້ອງໄປໄກເຖິງເຂດນອກ ຢາກໄປນຳໃຜແທັກຜູ້ນັ້ນມາເບິ່ງໄວໆ ທີ່ສວນອາຫານບານ...
05/08/2020

ບັນຍາກາດດີ,ມຸມຖ່າຍຮູບຫລາຍ,ອາຫານແຊບ,ນັ່ງຕູບຊິວໆຊຸມແຊວ ບໍ່ຕ້ອງໄປໄກເຖິງເຂດນອກ ຢາກໄປນຳໃຜແທັກຜູ້ນັ້ນມາເບິ່ງໄວໆ ທີ່ສວນອາຫານບານານາ ກາເດັນ
______________________________
Banana Garden ສວນອາຫານ ບານານ້າກາເດັ່ນ
ສະຖານທີ່ຕັ້ງຢູ່: ບ້ານ ສະພານທອງ, ກົງກັນຂ້າມໂຮງໝໍ 103, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ ( ຢູ່ໃນໃຈກາງເມືອງ )
ເປີດເວລາ 10:00 am - 09:00 pm
#ສອບຖາມຂໍ້ມູນເພີ່ມເຕີມໂທຣ:
030 588 7555
020 5909 5995
ຂໍອະນຸຍາດເຈົ້າຂອງຮູບພາບຂອງທາງຮ້ານ🙏🏻

ນຳ້ເຜັດໆຈັດໆນົວເຜັດ🌶🍜ໃສ່ຖ້ວຍພົກພາແສນສະດວກບໍ່ຖ້າລ້າງຖ້ວຍ❤️ຮັກເລີຍມີກ້ຽວໝາລ້າສູດຕົ້ນຕຳລັບຈີນໂດຍແທ້
04/08/2020

ນຳ້ເຜັດໆຈັດໆນົວເຜັດ🌶🍜ໃສ່ຖ້ວຍພົກພາແສນສະດວກບໍ່ຖ້າລ້າງຖ້ວຍ❤️ຮັກເລີຍມີກ້ຽວໝາລ້າສູດຕົ້ນຕຳລັບຈີນໂດຍແທ້

Address

Vientiane

Website

Alerts

Be the first to know and let us send you an email when ໄປເບາະ "paiboc" posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share