04/09/2026
ກອງປະຊຸມ
ເຊື່ອມຊຶມ ແລະ ເຜີຍແຜ່ ກົດລະບຽບພັກ ແລະ ຄໍາແນະນໍາ ຂອງ ຄະນະຈັດຕັ້ງສູນກາງພັກ
ກ່ຽວກັບການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII
ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເພັງ ສີວົງພອນ ກໍາມະການປະຈໍາພັກ, ປະທານກວດກາພັກ-ລັດ ນະຄອນຫຼວງວຽງຈັນ, ມີຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບວຽກງານເຊື່ອມຊຶມ ແລະ ເຜີຍແຜ່ກົດລະບຽບພັກ ຂັ້ນນະຄອນຫຼວງວຽງຈັນ, ຄະນະໜ່ວຍພັກຮາກຖານ ລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນ ແລະ ສະມາຊິກພັກສໍາຮອງ, ສະມາຊິກພັກສົມບູນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
**ຈຸດປະສົງຂອງກອງປະຊຸມ**
-----------------------
ເພື່ອເປັນການເຊື່ອມຊຶມ, ເຜີຍແຜ່ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວສະໄໝ ທີ XII ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ໃຫ້ແກ່ບັນດາສະມາຊິກພັກຮັບຮູ້ໃນກົດລະບຽບ ແລະ ນຳໄປປະຕິບັດໃຫ້ຖືກຕ້ອງຕາມແນວທາງຂອງພັກ-ລັດວາງອອກ;
📖ໃຫ້ການເຜີຍແຜ່ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວສະໄໝ ທີ XII ໃນຄັ້ງນີ້ໂດຍ ທ່ານ ວິລະພົງ ອິນທິລາດ ກໍາມະການພັກ, ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ແລະ ໃຫ້ກຽດເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ໂດຍທ່ານໄຊຍາ ໄຊມຸງຄຸນ ເລຂາໜ່ວຍພັກຮາກຖານ ລັດວິສາຫະກິດ ນໍ້າປະປາ ນະຄອນຫຼວງວຽງຈັນ.
------------------------------------------------------------------------------
📍ກອງປະຊຸມຈັດຂຶ້ນຢູ່ທີ່: ສຳນັກງານໃຫຍ່ ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ;
ວັນພະຫັດ ວັນທີ 03 ກັນຍາ 2026 (ຂອງມື້ວານນີ້)