23/04/2026
Congratulations to Xang, our current IBM Year 3 Gen 3 👏🏻👏🏻👏🏻👏🏻
👏 ບໍ່ແມ່ນທຸກຄົນທີ່ຈາກ ສປປ ລາວ ຈະໄດ້ຮັບໂອກາດກ້າວຂຶ້ນໄປຢືນຢູ່ເວທີນັ້ນ, ແຕ່ທ້າວ ທະວີໄຊ ວົງມຸນຕີ, ນັກສຶກສາຈາກ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ພິສູດໃຫ້ເຫັນວ່າ "ມັນເປັນໄປໄດ້".
ທ້າວ ທະວີໄຊ ວົງມຸນຕີ, ນັກສຶກສາ ຈາກ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໄດ້ອອກເດີນທາງໄປ ສາທາລະນະລັດ ເກົາຫຼີ (Republic of Korea) ເພື່ອເຂົ້າຮ່ວມໂຄງການແລກປ່ຽນນັກສຶກສາ ໄລຍະ 1 ສົກຮຽນ 2026-2027 ທີ່ ມະຫາວິທະຍາໄລແຫ່ງຊາດເຊອຸນ (Seoul National University) ມະຫາວິທະຍາໄລອັນດັບ 1 ຂອງ ສາທາລະນະລັດເກົາຫຼີ ພາຍໃຕ້ສັນຍາການແລກປ່ຽນນັກສຶກສາ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລແຫ່ງຊາດເຊອຸນ ໂດຍການສະໜັບສະໜູນຂອງ Asian Universities Network Scholarship (AUNS).
ການໄປຄັ້ງນີ້ ບໍ່ແມ່ນການທ່ອງທ່ຽວ. ທ້າວ ທະວີໄຊ ຈະໄດ້ ນັ່ງຮ່ວມຫ້ອງຮຽນ, ຄິດຮ່ວມ ແລະ ແຂ່ງຂັນໃນລະດັບດຽວກັນ ກັບນັກສຶກສາ ຈາກທົ່ວໂລກ !
ຖ້າທ່ານ ເປັນນັກສຶກສາລາວທີ່ກໍາລັງອ່ານຢູ່ຕອນນີ້ ແລະ ມີຄວາມຝັນ ຢາກໄປສຶກສາຕໍ່ ຢູ່ຕ່າງປະເທດ, ຢ່າປະລະ ຄວາມຝັນນັ້ນ.
ໂອກາດແບບນີ້ ມີຢູ່, ແຕ່ຈະໄດ້ ຫຼື ບໍ່ໄດ້ ຂຶ້ນຢູ່ກັບວ່າທ່ານ "ພ້ອມ" ຫຼືຍັງ.
ທ້າວ ທະວີໄຊ ບໍ່ໄດ້ລໍຖ້າໃຫ້ຄວາມໂຊກດີເຂົ້າມາ, ລາວຕັ້ງໃຈ ທຸ້ມເທ ແລະ ລົງທຶນໃສ່ຕົນເອງ ຈົນໂຄງການລະດັບສາກົນ ເຫັນໄດ້ເຖິງສັກກະຍາພາບ ແລະ ເລືອກລາວ ເຂົ້າຮ່ວມ. ຜູ້ຕໍ່ໄປ ອາດເປັນທ່ານ!
ທາງ Lao Youth Radio ຂໍສະແດງຄວາມຍິນດີ ທ້າວ ທະວີໄຊ ວົງມຸນຕີ, ຂໍໃຫ້ນ້ອງ ປະສົບຜົນສໍາເລັດ ສ້າງຊື່ສຽງໃຫ້ຄອບຄົວ, ຄະນະ ແລະ ປະເທດລາວ ຢ່າງພາກພູມໃຈ! 🇱🇦✈️🇰🇷