24/06/2026
ເຈົ້າໜ້າທີ່ສະເພາະກິດ ລົງຕັດ ນໍ້າປະປາ-ໄຟຟ້າ ອາຄານທີ່ລະເມີດລະບຽບຜັງເມືອງ ພາຍໃນເມືອງສີໂຄດຕະບອງ.........
ເພື່ອຜັນຂະຫຍາຍຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງລົງວັນທີ 20 ທັນວາ 2017 ໃນວັນທີ 24 ມິຖຸນາ 2026 ທ່ານ ຄໍາໝອນ ຈອມມະນີວົງ ຫົວໜ້າຂະແໜງ ເຄຫາຜັງເມືອງ ນໍ້າປະປາ ແລະ ສຸຂະພິບານ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອບໃນຕົວເມືອງ ແລະ ຊານເມືອງນະຄອນຫຼວງວຽງຈັນ ໄດ້ສົມທົບ ກັບ ລັດວິສາຫະກິດນໍ້າປະປາ ແລະ ລັດວິສາຫະກິດ ໄຟຟ້າ ນະຄອນຫຼວງວຽງຈັນ, ຄະນະຈັດສັນ ແລະ ອົງການປົກຄອງ ບ້ານ ອຸມົງ ແລະ ບ້ານ ປາກທ້າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ລົງແກ້ໄຂ ການປຸກສ້າງ ເທີບ-ເງີບ ກວມເຂດສະຫງວນຂອງທາງ ໂດຍໄດ້ລົງຕັດ ນໍ້າປະປາ ແລະ ຕັດໄຟຟ້າ ຕໍ່ອາຄານທີ່ລະເມີດຂອບເຂດສະຫງວນທາງໃນບ້ານດັ່ງກ່າວ,
ຈາກນັ້ນ ຄະນະ ໄດ້ລົງຕັດນໍ້າ-ຕັດກະແສໄຟຟ້າ ພາຍໃນຕືກອາຄານອາພັດເມັ້ນ ຢູ່ບ້ານ ອຸມົງ (ຖະໜົນ ເຕ 2) ເມືອງສີໂຄດຕະບອງ ທີ່ ເຈົ້າຂອງອາຄານ ບໍ່ປະຕິບັດລະບຽບ ມີການຕໍ່ເຕີມອາຄານເອົາຝາກໍາແພງເປັນຜາເຮືອນ, ເຮັດໃຫ້ ນໍ້າຫຼັງຄາຕົກລົງໃສ່ດີນເຮືອນປະຊາຊົນອ້ອມຂ້າງ, ມີການປ່ອຍນໍ້າເສຍ ໄປໃສ່ຜູ້ຢູ່ຂ້າງຄຽງ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ມີຄວາມສ່ຽງທີ່ເກີດການແຜ່ລະບາດຂອງພະຍາດ ບໍ່ຖືກສຫຼັກສຸຂະອະນາໄມ້, ນອກນັ້ນ ເວລາເຈົ້າໜ້າທີ່ກ່ຽວຂ້ອງສົມທົບກັບເມືອງ, ບ້ານ ລົງມາເອົາຂໍ້ມູນ ເຈົ້າຂອງອາຄານບໍ່ເຂົ້າຮ່ວມໃຫ້ການຮ່ວມມື ມີບົດກ່າວເຕື່ອນຫຼາຍຄັ້ງ ບໍ່ໃຫ້ການຮ່ວມມື ລະເມີດ, ບໍ່ປະຕິບັດລະບຽບຜັງເມືອງ, ມີການກໍ່ສ້າງອາຄານ ທີ່ບໍ່ໄດ້ຜ່ານຜັງເມືອງ, ປ່ອຍນໍ້າເປື້ອນ ໂດຍບໍ່ມີການບໍາບັດ ແລະ ອື່ນໆ
ຫຼັງຈາກນັ້ນ ກໍໄດ້ລົງຕັດກະແສໄຟຟ້າ ແລະ ນໍ້າປະປາ ຢູ່ບ້ານປາກທາງ ໃນຂອບເຂດໂຄງການກໍ່ສ້າງອາພັດເມັ້ນແຫ່ງໜຶ່ງ ໂດຍລະເມີດລະບຽບຜັງເມືອງ, ມີການປຸກສ້າງທີ່ບໍ່ໄດ້ຮັບອະນຸຍາດ, ບໍ່ມີຄວາມຮັບຜິດຊອບຕໍ່ສັງຄົມ, ສ້າງຜົນກະທົບຕໍ່ ລະບົບຄົມມະນາຄົມ, ບໍ່ມີການຈັດການຮ່ອງລະບາຍນໍ້າ ອັນສ້າງຜົນກະທົບຕໍ່ຊຸມຊົນໂດຍສະເພາະເວລາຝົນຕົກ ນໍ້າ ບໍ່ມີຮ່ອງລະບາຍ.
ໃນໄລຍະຜ່ານມາຄະນະສະເພາະກິດ ລົງກວດກາ, ກ່າວເຕື່ອນຫຼາຍຄັ້ງ ແຕ່ເຈົ້າຂອງຕຶກອາຄານ ບໍ່ທັນຕື່ນຕົວເປັນເຈົ້າການໃນການຮ່ວມມື, ບໍ່ສະແດງຕົວ ພ້ອມທັງຍັງ ມີການລະເມີດຄຳສັ່ງບໍ່ປະຕິບັດຕາມແຈ້ງການ, ເມື່ອເປັນແນວນັ້ນ ມື້ນີ້ຄະນະສະເພາະກິດ ລົງມາປະຕິບັດມາດຕະການເດັດຂາດ ຕັດນໍ້າ - ຕັດກະແສໄຟຟ້າ ທັງ 3 ຈຸດ ເພື່ອໃຫ້ເຈົ້າຂອງອາຄານທັງ 3 ແຫ່ງເຂົ້າໄປພົວພັນ ໃຫ້ການຮ່ວມມືນໍາເຈົ້າໜ້າທີ່ກ່ຽວຂ້ອງ ແກ້ໄຂຜົນກະທົບທີ່ເກີດຂຶ້ນຕໍ່ສັງຄົມ ພາຍຫຼັງທີ່ ຜູ້ລະເມີດ ສາມາດແກ້ໄຂແລ້ວ ເຈົ້າໜ້າທີ່ຈະໄດ້ລົງມາກວດກາ ແລະ ຕິດຕາມຖ້າປະຕິບັດຖືກຕ້ອງຕາມລະບຽບແລ້ວ ຈຶ່ງຈະອະນຸຍາດ ນໍາໃຊ້ ນໍ້າປະປາ ແລະ ກະແສໄຟຟ້າໄດ້.
ຂໍ້ມູນ: ຂ່າວເສດຖະກິດການຄ້າ