19/07/2026
ເມື່ອກ່ອນ ຂ້ອຍເຄີຍຄິດວ່າ ຖ້າຢາກໃຫ້ສິນຄ້າຂາຍດີ ເຮົາຕ້ອງເຮັດໃຫ້ຕະຫຼາດຄຶກຄື້ນຢູ່ຕະຫຼອດ.
ຢູ່ DeeLight Luang Prabang ຂ້ອຍເຮັດທຸກຢ່າງ.
ເຮັດໂພສ.
ເຮັດຄອນເທນຕ໌.
ຍິງແອັດ.
ເຮັດໂປຣໂມຊັ້ນ.
ຫຼຸດ, ແລກ, ແຈກ ແລະແຖມ.
ເຮົາເຮັດຢ່າງຕໍ່ເນື່ອງ ເພາະຢາກໃຫ້ຄົນເຫັນສິນຄ້າ, ເຂົ້າມາສົນໃຈ ແລະຕັດສິນໃຈຊື້.
ຕ້ອງຍອມຮັບວ່າ ວິທີນີ້ໄດ້ຜົນດີ.
ເວລາມີໂປຣໂມຊັ້ນ ລູກຄ້າໜ້າໃໝ່ຈະເຂົ້າມາຫຼາຍ. ມີທັງລູກຄ້າຜູ້ນ້ອຍ, ຜູ້ໃຫຍ່, ຄົນທີ່ຮູ້ຈັກແບຣນແລ້ວ ແລະຄົນທີ່ຫາກໍເຄີຍເຫັນ DeeLight ເປັນຄັ້ງທຳອິດ.
ກະແສດີ. ຂໍ້ຄວາມເຂົ້າມາຫຼາຍ. ຍອດຂາຍກໍຂຶ້ນ.
ແຕ່ຂ້າງຫຼັງຂອງກະແສນັ້ນ ມັນຕ້ອງໃຊ້ທັງພະລັງງານ ແລະງົບປະມານຈຳນວນຫຼາຍ.
ທີມຕ້ອງຄິດຫົວຂໍ້ໃໝ່.
ຕ້ອງເຮັດພາບໃໝ່.
ຕ້ອງເຮັດໂປຣໃໝ່.
ຕ້ອງຍິງແອັດຕໍ່.
ຕ້ອງຕອບຂໍ້ຄວາມຈຳນວນຫຼາຍ.
ແລະສິ່ງທີ່ທຳໃຫ້ຂ້ອຍຕົກໃຈທີ່ສຸດຄື:
ພໍເຮົາຢຸດເຮັດ ທຸກຢ່າງກໍງຽບລົງທັນທີ.
ພໍບໍ່ມີໂປຣໂມຊັ້ນ ຄົນທັກກໍໜ້ອຍລົງ ພໍຫຼຸດງົບແອັດ Reach ກໍຫຼຸດ. ພໍຢຸດສ້າງກະແສ ຍອດຂາຍກໍຄ່ອຍໆງຽບ.
ຕອນນັ້ນ ຂ້ອຍເລີ່ມຕັ້ງຄຳຖາມກັບຕົນເອງວ່າ:
ຖ້າທຸລະກິດຕ້ອງອາໄສໂປຣໂມຊັ້ນ, ການຍິງແອັດ ແລະການສ້າງກະແສຢູ່ຕະຫຼອດ ມັນຈະສາມາດເຕີບໂຕໄດ້ຢ່າງຍືນຍົງແນວໃດ?
ລູກຄ້າສອງກຸ່ມ ທີ່ເຂົ້າມາເພາະ Promotion
ໃນຊ່ວງທີ່ເຮັດໂປຣໂມຊັ້ນ ຂ້ອຍເລີ່ມສັງເກດເຫັນວ່າ ລູກຄ້າທີ່ເຂົ້າມາມີຢູ່ສອງກຸ່ມ.
ກຸ່ມທຳອິດ ແມ່ນລູກຄ້າເກົ່າ ຫຼືຄົນທີ່ເຄີຍໃຊ້ DeeLight ແລ້ວ.
ລູກຄ້າກຸ່ມນີ້ຮູ້ຈັກສິນຄ້າຢູ່ແລ້ວ. ເຂົາຮູ້ວ່າຄຸນນະພາບເປັນແນວໃດ, ໃຊ້ແລ້ວໄດ້ຜົນແນວໃດ ແລະຮູ້ວ່າຈະຊື້ຢູ່ໃສ.
ພໍເຫັນໂປຣໂມຊັ້ນ ລູກຄ້າກຸ່ມນີ້ຈຶ່ງດີໃຈ.
ບາງຄົນຊື້ເກັບໄວ້. ບາງຄົນຊື້ເພີ່ມ. ບາງຄົນບອກເພື່ອນ.
ລາຄາພິເສດເປັນພຽງຕົວກະຕຸ້ນ ເພາະຄວາມໄວ້ໃຈມີຢູ່ກ່ອນແລ້ວ.
ແຕ່ກຸ່ມທີສອງ ແມ່ນລູກຄ້າໃໝ່.
ພວກເຂົາອາດເຫັນໂປຣໂມຊັ້ນ ຫຼືເຫັນແອັດແລ້ວສົນໃຈ ແຕ່ພວກເຂົາຍັງບໍ່ຮູ້ຈັກເຮົາ.
ເຂົາຈຶ່ງມີຄຳຖາມຫຼາຍ.
ສິນຄ້ານີ້ດີແທ້ບໍ?
ເໝາະກັບຜິວຂ້ອຍບໍ?
ຜິວແພ້ໃຊ້ໄດ້ບໍ?
ປົກປິດໄດ້ດີບໍ?
ໃຊ້ແລ້ວມັນບໍ?
ມີສີໃດເໝາະກັບຂ້ອຍ?
ມີໃຜເຄີຍໃຊ້ແລ້ວບໍ?
ສິນຄ້າແທ້ບໍ?
ສົ່ງແນວໃດ?
ຊື້ແລ້ວມີຄົນແນະນຳບໍ?
ຄຳຖາມເຫຼົ່ານີ້ບໍ່ແມ່ນບັນຫາ.
ມັນເປັນທຳມະດາຂອງຄົນທີ່ກຳລັງຈະຊື້ສິນຄ້າຈາກແບຣນທີ່ຕົນຍັງບໍ່ຮູ້ຈັກ.
ບັນຫາຄື ໃນຕອນນັ້ນ ເຮົາຍັງບໍ່ມີຄອນເທນຕ໌ທີ່ຄົບຖ້ວນພຽງພໍໃຫ້ລູກຄ້າສາມາດສຶກສາດ້ວຍຕົນເອງ.
ດັ່ງນັ້ນ ທຸກຄຳຖາມຈຶ່ງຖືກຖາມເຂົ້າມາທາງ Inbox.
ເຮົາຕ້ອງຕອບຄຳຖາມເກົ່າໃຫ້ລູກຄ້າຄົນໃໝ່ຊ້ຳແລ້ວຊ້ຳອີກ.
ຕອບຄົນນີ້ແລ້ວ ອີກຄົນກໍຖາມໃໝ່. ຕອບມື້ນີ້ແລ້ວ ມື້ອື່ນກໍມີຄົນຖາມຄຳຖາມຄືເກົ່າ.
ຍິ່ງ Promotion ດຶງຄົນໃໝ່ເຂົ້າມາຫຼາຍ ທີມຍິ່ງຕ້ອງໃຊ້ເວລາຕອບຫຼາຍຂຶ້ນ.
ມື້ໜຶ່ງ ຂ້ອຍຈຶ່ງຄິດວ່າ:
ຖ້າມື້ນີ້ເຮົາຕອບຄຳຖາມໃຫ້ 100 ຄົນ ມື້ອື່ນເຮົາກໍຍັງຕ້ອງຕອບອີກ 100 ຄົນ. ແລ້ວຖ້າມື້ໜຶ່ງເຮົາບໍ່ຢູ່ ໃຜຈະຕອບ?
ຈາກນັ້ນ ຂ້ອຍເລີ່ມເຂົ້າໃຈວ່າ ບັນຫາບໍ່ແມ່ນເຮົາໂພສໜ້ອຍເກີນໄປ ຫຼືຍິງແອັດບໍ່ພໍ.
ບັນຫາຄື ຄອນເທນຕ໌ຂອງເຮົາຍັງບໍ່ໄດ້ຊ່ວຍຕອບຄຳຖາມ ແລະລົດຄວາມກັງວົນຂອງລູກຄ້າກ່ອນທີ່ລາວຈະທັກເຂົ້າມາ.
ຈາກ Content ເອົາກະແສ ສູ່ Content ທີ່ສ້າງຄວາມເຊື່ອຖື
ຕອນນັ້ນ ຂ້ອຍຕັ້ງສອງຄຳຖາມໃຫຍ່ຂຶ້ນມາ.
ຄຳຖາມທຳອິດຄື:
ຈະເຮັດແນວໃດ ໃຫ້ລູກຄ້າທີ່ມີຢູ່ ຍັງຢູ່ກັບເຮົາໄປເລື້ອຍໆ?
ແລ້ວຂ້ອຍກໍຖາມຕໍ່ວ່າ:
ຍ້ອນຫຍັງຄົນໜຶ່ງຈຶ່ງຍັງຮັກແບຣນເຮົາ?
ຍ້ອນຫຍັງລາວຈຶ່ງກັບມາຊື້ຊ້ຳ?
ສິ່ງໃດເຮັດໃຫ້ລາວເຊື່ອໝັ້ນ?
ສິ່ງໃດເຮັດໃຫ້ລາວກ້າບອກຕໍ່?
ຄຳຖາມທີສອງຄື:
ຈະເຮັດແນວໃດ ໃຫ້ລູກຄ້າໃໝ່ເຂົ້າມາ ແລ້ວກ້າຕັດສິນໃຈຊື້?
ຄຳຖາມນີ້ພາຂ້ອຍໄປຄິດເຖິງລູກຄ້າໃນມຸມທີ່ລຶກກວ່າເກົ່າ.
ລາວມີບັນຫາຜິວແບບໃດ?
ລາວກັງວົນເລື່ອງຫຍັງ?
ລາວຢ້ານແພ້ບໍ?
ລາວກັງວົນວ່າສິນຄ້າຈະບໍ່ເໝາະກັບຕົນບໍ?
ລາວຕ້ອງເຫັນຫຼັກຖານຫຍັງ ຈຶ່ງຈະເຊື່ອ?
ກ່ອນຈະຊື້ ລາວມີຄຳຖາມຫຍັງຢູ່ໃນຫົວ?
ຈາກນັ້ນ ພວກເຮົາຄ່ອຍໆປັບການສື່ສານ.
ແທນທີ່ຈະເຮັດແຕ່ໂພສຂາຍ ຫຼືໂພສໂປຣໂມຊັ້ນ ພວກເຮົາເລີ່ມເຮັດຄອນເທນຕ໌ທີ່ມີເປົ້າໝາຍຫຼາຍຂຶ້ນ.
ບາງໂພສອະທິບາຍບັນຫາຜິວ.
ບາງໂພສສອນວິທີເລືອກສິນຄ້າ.
ບາງໂພສອະທິບາຍຄຸນນະພາບ.
ບາງໂພສບອກວິທີໃຊ້.
ບາງໂພສນຳສະເໜີ Review ແລະຄຳບອກເລົ່າຈາກລູກຄ້າຈິງ.
ບາງໂພສສະແດງຄວາມເອົາໃຈໃສ່ ແລະວິທີທີ່ເຮົາດູແລລູກຄ້າ.
ບໍ່ມີໂພສໃດໂພສໜຶ່ງທີ່ເຮັດໃຫ້ທຸກຢ່າງປ່ຽນໃນທັນທີ.
ມັນເປັນການຄ່ອຍໆສື່ສານ ແລະຄ່ອຍໆສະສົມຫຼັກຖານ.
ເຮົາຕ້ອງໃຊ້ເວລາ ໃຫ້ລູກຄ້າເຫັນຊ້ຳໆວ່າ:
ສິນຄ້າເຮົາມີຄຸນນະພາບ
ແບຣນເຮົາມີຄວາມຈິງໃຈ
ເຮົາເຂົ້າໃຈບັນຫາຂອງລູກຄ້າ
ເຮົາເອົາໃຈໃສ່ຫຼັງການຂາຍ
ມີລູກຄ້າຄົນອື່ນໃຊ້ແລ້ວໄດ້ຜົນຈິງ
ຈົນມື້ໜຶ່ງ ຂ້ອຍເລີ່ມສັງເກດເຫັນການປ່ຽນແປງ.
ລູກຄ້າທັກເຂົ້າມາໃໝ່ຫຼາຍຂຶ້ນ. ຫຼາຍຄົນຖາມໜ້ອຍລົງ. ບາງຄົນບໍ່ຖາມຫາໂປຣໂມຊັ້ນ.
ບາງຄົນຕັດສິນໃຈຊື້ຫຼັງຈາກສົນທະນາພຽງບໍ່ດົນ. ແລະ ບາງຄົນ ທັກເຂົ້າມາແລ້ວບອກພຽງວ່າ: “ຈັດສົ່ງໃຫ້ເລີຍ.”
ເມື່ອຖາມກັບວ່າ ບໍ່ຢາກຮູ້ລາຍລະອຽດສິນຄ້າກ່ອນບໍ ລູກຄ້າຕອບວ່າ: “ຂ້ອຍສຶກສາຈາກໂພສຕ່າງໆຂອງເພິ່ນມາແລ້ວ.”
ປະໂຫຍກນັ້ນເຮັດໃຫ້ຂ້ອຍເຂົ້າໃຈຢ່າງຊັດເຈນວ່າ: ລູກຄ້າບໍ່ໄດ້ຊື້ເພາະໂພສດຽວ. ລາວຊື້ຫຼັງຈາກເຫັນຫຼັກຖານຫຼາຍຄັ້ງ ຈົນຄວາມກັງວົນຄ່ອຍໆຫາຍໄປ.
ກ່ອນລູກຄ້າຈະຊື້ ລາວຕ້ອງໝົດກັງວົນ 5 ເລື່ອງ
1. ສິນຄ້ານີ້ດີແທ້ບໍ?
ຢ່າບອກພຽງວ່າ “ດີ”.
ຕ້ອງອະທິບາຍວ່າດີແນວໃດ, ມີຄຸນສົມບັດຫຍັງ, ໃຊ້ກັບໃຜ ແລະມີຫຼັກຖານຫຍັງຮອງຮັບ.
2. ມັນເໝາະກັບຂ້ອຍບໍ?
ລູກຄ້າບໍ່ຢາກຮູ້ພຽງວ່າ ສິນຄ້າເຮັດຫຍັງໄດ້.
ລາວຢາກຮູ້ວ່າ ມັນຊ່ວຍບັນຫາຂອງລາວໄດ້ບໍ.
3. ແບຣນນີ້ໄວ້ໃຈໄດ້ບໍ?
ຄວາມໄວ້ໃຈເກີດຈາກຫຼາຍຢ່າງປະກອບກັນ:
ພາບລັກຂອງແບຣນ, ຄວາມສະໝ່ຳເສມ, ຄວາມຈິງໃຈ, ຄຸນນະພາບຂອງຂໍ້ມູນ ແລະການບໍ່ໂຄສະນາເກີນຄວາມຈິງ.
4. ຊື້ແລ້ວຈະມີຄົນເບິ່ງແຍງບໍ?
ລູກຄ້າບໍ່ໄດ້ຊື້ພຽງສິນຄ້າ.
ລາວຊື້ຄວາມໝັ້ນໃຈວ່າ ຫາກມີຄຳຖາມ ຫຼືພົບບັນຫາ ຈະມີຄົນຮັບຟັງ ແນະນຳ ແລະເບິ່ງແຍງ.
5. ຄົນອື່ນໃຊ້ແລ້ວເປັນແນວໃດ?
Review, Testimonial, ປະສົບການຈິງ ແລະຄຳບອກເລົ່າຈາກລູກຄ້າ ຊ່ວຍໃຫ້ຄົນໃໝ່ເຫັນວ່າ ຄຳເວົ້າຂອງແບຣນມີຄົນອື່ນຢືນຢັນ.
Content ທີ່ຂາຍໄດ້ ບໍ່ແມ່ນ Content ທີ່ຂາຍທຸກໂພສ
ຫຼາຍທຸລະກິດຄິດວ່າ ຖ້າຢາກຂາຍໄດ້ ທຸກໂພສຕ້ອງມີລາຄາ, Promotion ແລະ CTA ໃຫ້ຄົນຊື້.
ແຕ່ Content ທີ່ຂາຍໄດ້ໃນລະຍະຍາວ ຄື Content ທີ່ຊ່ວຍໃຫ້ລູກຄ້າ:
ເຫັນ
↓
ເຂົ້າໃຈ
↓
ເຊື່ອ
↓
ໝົດກັງວົນ
↓
ຕັດສິນໃຈຊື້
ບາງໂພສມີໜ້າທີ່ດຶງຄວາມສົນໃຈ. ບາງໂພສມີໜ້າທີ່ໃຫ້ຄວາມຮູ້. ບາງໂພສມີໜ້າທີ່ຕອບຄຳຖາມ. ບາງໂພສມີໜ້າທີ່ສ້າງ Trust. ບາງໂພສມີໜ້າທີ່ສະແດງຜົນງານ ຫຼືປະສົບການຈິງ ແລະ ບາງໂພສຈຶ່ງມີໜ້າທີ່ຂາຍ.
ເມື່ອ Content ທຸກປະເພດເຮັດວຽກຮ່ວມກັນ ລູກຄ້າຈະບໍ່ໄດ້ມາຮອດ Inbox ໃນສະພາບທີ່ບໍ່ຮູ້ຫຍັງເລີຍ.
ລາວຈະມາພ້ອມຄວາມເຂົ້າໃຈ, ຄວາມໄວ້ໃຈ ແລະຄວາມພ້ອມຕັດສິນໃຈທີ່ສູງຂຶ້ນ.
Business Reflection
ລອງເບິ່ງ 10 ໂພສຫຼ້າສຸດຂອງທຸລະກິດທ່ານ ແລ້ວຖາມຕົນເອງວ່າ:
ໂພສຂອງທ່ານກຳລັງຂາຍຢ່າງດຽວ ຫຼືກຳລັງຕອບຄຳຖາມໃນໃຈລູກຄ້າ?
ຖ້າລູກຄ້າໃໝ່ເຂົ້າມາທີ່ Page ມື້ນີ້ ລາວສາມາດສຶກສາສິນຄ້າດ້ວຍຕົນເອງໄດ້ບໍ?
ທ່ານມີຄອນເທນຕ໌ທີ່ຕອບຄວາມກັງວົນຫຼັກຂອງລູກຄ້າຄົບແລ້ວບໍ?
ໃນແຕ່ລະມື້ ທີມຂອງທ່ານຕ້ອງຕອບຄຳຖາມເກົ່າຊ້ຳໆຈັກຄັ້ງ?
ຖ້າຢຸດ Promotion ແລະຫຼຸດງົບ Ads ໃນອາທິດນີ້ ລູກຄ້າຍັງຈະເຂົ້າມາເພາະໄວ້ໃຈແບຣນຂອງທ່ານບໍ?
ຖ້າ Content ຂອງທ່ານຍັງເຮັດໜ້າທີ່ພຽງສ້າງ Reach ແລະ Promotion ທ່ານອາດບໍ່ໄດ້ຂາດຄອນເທນຕ໌.
ທ່ານອາດກຳລັງຂາດ Content System ທີ່ຄ່ອຍໆພາຄົນຈາກການຮູ້ຈັກ ໄປສູ່ຄວາມໄວ້ໃຈ ແລະການຊື້.
_____________________________
ຫາກທ່ານກຳລັງມີແຜນຢາກພັດທະນາວຽກການຕະຫຼາດ
ເພື່ອໃຫ້ທຸລະກິດເຕີບໂຕໄດ້ແບບຍືນຍົງ
ສາມາດປຶກສາເຮົາໄດ້ ຫຼື ເບິ່ງລາຍລະອຽດເພີ່ມຕື່ມໄດ້ທີ່ຄອມເມ້ນກ້ອງໂພສນີ້