Yakhuyakhen-ຢາກຮູ້ຢາກເຫັນ

Yakhuyakhen-ຢາກຮູ້ຢາກເຫັນ Contact information, map and directions, contact form, opening hours, services, ratings, photos, videos and announcements from Yakhuyakhen-ຢາກຮູ້ຢາກເຫັນ, Advertising agency, Xienggneun Village; Chanthabuly District, Vientiane.

20/02/2026
ເມືອງບົວລະພາ ຕ້ອນຮັບຄະນະຜູ້ສະໜັກ  ສສຊ ເຂດ12 ແຂວງຄໍາມ່ວນຢ່າງອົບອຸ່ນ------     ວັນທີ 16 ກຸມພາ 2026 ປະຊາຊົນບັນດາເຜົ່າຊາວເມື...
17/02/2026

ເມືອງບົວລະພາ ຕ້ອນຮັບຄະນະຜູ້ສະໜັກ ສສຊ ເຂດ12 ແຂວງຄໍາມ່ວນຢ່າງອົບອຸ່ນ
------
ວັນທີ 16 ກຸມພາ 2026 ປະຊາຊົນບັນດາເຜົ່າຊາວເມືອງບົວລະພາໄດ້ພ້ອມໃຈກັນຕ້ອນຮັບຄະນະຜູ້ສະໝັກຮັບເລືອກຕັ້ງ (ສສຊ) ຊຸດທີ X ເຂດເລືອກຕັ້ງທີ12 ແຂວງຄໍາມ່ວນ, ໂດຍລວມແລ້ວແມ່ນເຕັມໄປດ້ວຍຄວາມຟົດຟື້ນ, ອົບອຸ່ນ ດ້ວຍບັນຍາກາດແຫ່ງຄວາມສາມັກຄີຮັກແພງ ດີອົກດີໃຈ ຄຽງຄູ່ກັບຄວາມສະຫງົບປອດໄພ
ໃນຕອນເຊົ້າການເຄື່ອນໄຫວແນະນໍາຕົວໄດ້ແບ່ງອອກເປັນ 2 ຄະນະ. ຄະນະທີ1 ເຄື່ອນໄຫວຢູ່ ບ້ານ ຫຼັງຄັງ ໃຫ້ກຽດນໍາພາທາງໂດຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ຮອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີຜູ້ສະໜັກນໍ້າເບີ1, ນໍ້າເບີ 3, ເບີ 4, ເບີ 6, ເບີ 7; ເບີ 10 ແລະ ເບີ 14. ໂອກາດນີ້, ທ່ານ ປອ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົງ, ຜູ້ສະໝັກນໍ້າເບີ 1 ແລະ ບັນດາຜູ້ຮັບສະໝັກແຕ່ລະທ່ານ ກໍ່ໄດ້ຜັດປ່ຽນກັນຂື້ນແນະນໍາຕົວ ແລະ ສະເໜີປະຫວັດຄວາມເປັນມາຂອງຕົນ, ພ້ອມທັງຍົກໃຫ້ເຫັນຜົນງານການເຄື່ອນໄຫວທີ່ຜ່ານມາ ໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້.
ຄະນະທີ 2 ເຄື່ອນໄຫວແນະນໍາຕົວຢູ່ບ້ານຂະຍຸ ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກແຂວງຜູ້ສະໝັກນໍ້າເບີ 2 ເປັນຜູ້ນໍາພາ ພ້ອມຜູ້ສະໝັກນໍ້າເບີ 5, 8, 9, 11, 12 ແລະ 13. ບັນດາຜູ້ສະໝັກໄດ້ແນະນໍາຕົວ ນໍາສະເໜີວິໄສທັດ ແລະ ແນວທາງການປະຕິບັດວຽກງານ ດ້ວຍຄວາມໃກ້ຊິດ ເປັນກັນເອງ ສ້າງບັນຍາກາດທີ່ຄຶກຄື້ນ ແລະ ເປີດໂອກາດໃຫ້ປະຊາຊົນສະແດງຄວາມເຫັນ.
ໂອກາດນີ້ອໍານາດການປົກຄອງບ້ານຂະຍຸ ຍັງໄດ້ສະເໜີບັນຫາ ແລະ ຄວາມຫຍຸ້ງຍາກຂອງປະຊາຊົນ ໂດຍສະເພາະການພັດທະນາ ແລະ ສ້ອມແປງໂຄງສ້າງພື້ນຖານ ເສັ້ນທາງຄົມມະນາຄົມພາຍໃນບ້ານ ເພື່ອໃຫ້ຄະນະຜູ້ສະໝັກໄດ້ນໍາໄປພິຈາລະນາ.
ໃນຕອນບ່າຍຂອງວັນດຽວກັນ ໄດ້ຈັດຕັ້ງພົບປະຫາສຽງ ແລະ ນໍາສະເໜີຕົວຕໍ່ພະນັກງານ, ກໍາລັງ ປກຊ-ປກສ ພາຍໃນເມືອງ ຢູ່ທີ່ສະໂມສອນຂອງເມືອງ ບົວລະພາ ທ່າມກາງການເຂົ້າຮ່ວມຢ່າງພ້ອມພຽງ. ພິເສດມີ ທ່ານ ທັນຕາ ກອງຜາລີ ຄະນະກໍາມະການເລືອກຕັ້ງລະດັບຊາດຮ່ວມຕິດຕາມ.
ປັດຈຸບັນ ເມືອງ ບົວລະພາ ມີທັງໝົດ 73 ບ້ານ, 11 ກຸ່ມ, 6 ຈຸດສຸມ, ມີພົນລະເມືອງ 39,737 ຄົນ, ຍິງ 19,804 ຄົນ. ຜູ້ມີສິດປ່ອນບັດມີ 23,843 ຄົນ, ຍິງ 11,750 ຄົນ ແລະ ມີຈຸດປ່ອນບັດ 25 ຈຸດ ແລະ ໃນວັນທີ 17 ກຸມພາ ຈະໄດ້ສືບຕໍ່ພົບປະຫາສຽງນໍາສະເໜີຕົວຕໍ່ປະຊາຊົນ ເມືອງ ໄຊບົວທອງ.
#ຢາກຮູ້ຢາກເຫັນ #ຄຳມ່ວນ

ໃນວັນທີ 9 ກຸມພາ 2026 ນີ້, ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເມືອງໄຊຍະບູລີ ໄດ້ລົງໂຄສະນາຫາສຽງຜູ້ມີສິດ...
12/02/2026

ໃນວັນທີ 9 ກຸມພາ 2026 ນີ້, ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເມືອງໄຊຍະບູລີ ໄດ້ລົງໂຄສະນາຫາສຽງຜູ້ມີສິດເລືອກຕັ້ງ ຢູ່ກອງບັນຊາການທະຫານແຂວງໄຊຍະບູລີ ເຊິ່ງນໍາໂດຍທ່ານ ຄໍາຫຼ້າ ຜິວວັນນາ ຄະນະປະຈໍາພັກແຂວງ ເລຂາພັກເມືອງໄຊຍະບູລີ ພ້ອມດ້ວຍຜູ້ລົງສະໜັກເລືອກຕັ້ງ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ປອ ບຸນຍອງ ດວງດີ ຄະນະປະຈຳພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄຊຍະບູລີ, ມີຄະນະປະຈໍາພັກແຂວງ,ກໍາມະການພັກແຂວງ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຜູ້ທີມີສິດເລືອກຕັ້ງມາຈາກ ອົງການ 5 ຫ້ອງ, ກົມກອງອ້ອມຂ້າງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີທ່ານ ນາງ ຄໍາຜິວ ພັນທະວົງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ໄດ້ຂຶ້ນສະເໜີລາຍຊື່ ແລະ ປະຫວັດການເຄື່ອນໄຫວຂອງຜູ້ທີ່ລົງສະໜັກຮັບເລື່ອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ເຊິ່ງມີຜູ້ສະໜັກ 13 ທ່ານ ຍິງ 4 ທ່ານ, ຈາກນັ້ນຜູ້ຮັບສະໜັກເລືອກຕັ້ງສະຊິກສະພາປະຊາຊົນແຂວງ ຊຸດທີ V ເມືອງໄຊຍະບູລີ ຈຳນວນ 8 ທ່ານ ຍິງ 3 ທ່ານ ໄດ້ຂຶ້ນສະເໜີປະຫວັດການເຄື່ອນໄຫວ ແລະ ຜົນງານດີເດັ່ນໃນແຕ່ລະໄລຍະຜ່ານມາ. ຈຸດປະສົງໃນການລົງໂຄສະນາຫາສຽງຄັ້ງນີ້ ກໍ່ເພື່ອໃຫ້ຜູ້ມີສິດເລື່ອກຕັ້ງໄປໃຊ້ສິດ, ໃຊ້ສຽງຂອງຕົນເພື່ອເລື່ອກເອົາ ຜູ້ລົງສະໜັກ ສສຊ ແລະ ສສຂ ຜູ້ທີ່ມີຄວາມຮູ້, ຄວາມສາມາດ ທີ່ຈະນໍາເອົາແນວທາງຂອງພັກແຜນນະໂຍບາຍຂອງລັດ ນໍາເອົາຄວາມມຸ້ງມາດປາດຖະໜາຂອງປະຊາຊົນ, ຄວາມຂັດຂ້ອງໝອງໃຈ ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນລາວບັນດາເຜົ່າພາຍໃນແຂວງ ເວົ້າລວມເວົ້າສະເພາະກໍ່ຄືເມືອງໄຊຍະບູລີ.
#ຢາກຮູ້ຢາກເຫັນ #ເມືອງໄຊຍະບູລີ #

ປະທານບໍລິສັດ PSC GROUP ຈຳກັດຜູ້ດຽວ ປະກອບສ່ວນອຸປະຖັມງານມະຫະກຳບຸນຊ້າງ ຄັ້ງທີ 19 ປະຈຳປີ 2026 ຈຳນວນ 100 ລ້ານກີບ.ໃນວັນທີ 11 ກ...
12/02/2026

ປະທານບໍລິສັດ PSC GROUP ຈຳກັດຜູ້ດຽວ ປະກອບສ່ວນອຸປະຖັມງານມະຫະກຳບຸນຊ້າງ ຄັ້ງທີ 19 ປະຈຳປີ 2026 ຈຳນວນ 100 ລ້ານກີບ.
ໃນວັນທີ 11 ກຸມພາ 2026 ,ທີ່ຫ້ອງວ່າການປົກຄອງແຂວງໄຊຍະບູລີ , ທ່ານ ສີວິໄຊ ພົນທະຈັກ ປະທານບໍລິສັດ PSC GROUP ຈຳກັດຜູ້ດຽວ,ທັງເປັນຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ,ປະທານສະມາຄົມນັກທຸລະກິດໜຸ່ມແຂວງ,ທັງເປັນຜູ້ສະໝັກຮັບເລືອກຕັ້ງ ສສຂ ເຂດເລືອກຕັ້ງເມືອງໄຊຍະບູລີ ຫມາຍເລກ 6 ໄດ້ປະກອບສ່ວນອຸປະຖັມໃນງານມະຫະກຳບຸນຊ້າງ ຄັ້ງທີ 19 ປະຈຳປີ 2026 ເປັນຈຳນວນເງິນ 100 ລ້ານກີບ,ໂດຍໃຫ້ກຽດຮັບຂອງທ່ານ ດວງຕາ ໄຊວຸດ ປະທານຄະນະກຳມະການປົກຄອງແຂວງໄຊຍະບູລີ,ປະທານຈັດງານມະຫະກຳບຸນຊ້າງ.
ທ່ານ ສີວິໄຊ ພົນທະຈັກ ໃຫ້ສຳພາດວ່າ: ຈຸດປະສົງການປະກອບສ່ວນຄັ້ງນີ້ເພື່ອເປັນການສົ່ງເສີມແລະອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາວແຂວງໄຊຍະບູລີໃຫ້ມີຄວາມຍືນຍົງ ໂດຍສະເພາະງານມະຫະກຳບຸນຊ້າງທີ່ເປັນບຸນປະເພນີທີ່ຈັດຂຶ້ນທຸກໆປີ ເຊິ່ງປີນີ້ເປັນປີທີ 19,ໂດຍທາງບໍລິສັດເຫັນໄດ້ຄວາມສຳຄັນໂດຍສະເພາະການປະກອບສ່ວນຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ.ບໍລິສັດ PSC GROUP ຈຳກັດຜູ້ດຽວ,ຜ່ານມາໄດ້ປະກອບສ່ວນອຸປະຖັມໃນງານສຳຄັນຕ່າງໆຂອງພັກ-ຂອງຊາດມາໂດຍຕະຫລອດ ແລະມຸ່ງໝັ້ນທີ່ຈະສືບຕໍ່ເພື່ອປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ.
#ຢາກຮູ້ຢາກເຫັນ #ບໍລິສັດpsc group
#ແຂວງໄຊຍະບູລີ

🗳️ ຂໍແນະນຳຊີວະປະຫວັດໂດຍຫຍໍ້: ທ່ານ ສີວິໄຊ ພົນທະຈັກ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ 5 ເຂດເລືອກຕັ້ງທີ 7 ເມ...
07/02/2026

🗳️ ຂໍແນະນຳຊີວະປະຫວັດໂດຍຫຍໍ້: ທ່ານ ສີວິໄຊ ພົນທະຈັກ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ 5 ເຂດເລືອກຕັ້ງທີ 7 ເມືອງໄຊຍະບູລີ ແຂວງໄຊຍະບູລີ ໝາຍເລກ 6
​ດ້ວຍປະສົບການການເຮັດວຽກທີ່ຍາວນານໃນການປະກອບສ່ວນຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງກໍ່ຄືຂອງເມືອງ . ທ່ານ ສີວິໄຊ ພົນທະຈັກ ເປັນບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຄວາມມຸ່ງໝັ້ນທີ່ຈະຮັບໃຊ້ປະຊາຊົນຢ່າງແທ້ຈິງ.
​📍 ເຂດເລືອກຕັ້ງທີ 7 ເມືອງໄຊຍະບູລີ ແຂວງໄຊຍະບູລີ
🔴 ກະລຸນາໝາຍເລກ: 6
​ #ເລືອກຕັ້ງສສຂ #ແຂວງໄຊຍະບູລີ #ທ່ານ ສີວິໄຊ ພົນທະຈັກ #ໝາຍເລກ6
________________________
____________@____________

14/10/2025

VDO ແນະນຳຄວາມປອດໄພທາງຫຼວງ ; ລະບຽບວີໄນການສັນຈອນ
#ລະບຽບວິໄນ #ຄວາມປອດໄພຕາມທາງຫຼວງ

ເບື່ອເຫັດ ເສຍຊີວິດ 3 ຄົນ ສາຫັດ 1 ຄົນ     ວັນທີ 18 ກັນຍາ 2025 ຜ່ານມາ ປະຊາຊົນບ້ານນາສ້າງໃຜ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄ...
20/09/2025

ເບື່ອເຫັດ ເສຍຊີວິດ 3 ຄົນ ສາຫັດ 1 ຄົນ

ວັນທີ 18 ກັນຍາ 2025 ຜ່ານມາ ປະຊາຊົນບ້ານນາສ້າງໃຜ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ໄປເກັບເຫັດມາແກງກິນເຂົ້າຕອນສວຍ. ໂດຍມີພໍ່-ແມ່-ອ້າຍ ແລະ ຫຼານນ້ອຍລວມມີ 4 ຄົນ.
ຫຼັງກິນເຫັດເຮັດໃຫ້ຜູ້ໃຫຍ່ທັງ 3 ຄົນເສຍຊີວິດ, ໂຊກດີທີ່ຫຼານນ້ອຍໄດ້ກິນໜ້ອຍໜຶ່ງ ຈຶ່ງມີອາກາດຖອກທ້ອງແບບສາ ຫັດ (ຖ່າຍເປັນເລືອດ) ໂອກາດມີຊີວິດລອດ 50/50% ຫຼານນ້ອຍຊື່ນາງພອນ ອາຍຸ 10 ປີ ຕອນນີ້ຢູ່ໂຮງໝໍ 150 ຕຽງ ແລະ ຕອນນີ້ຕ້ອງການເລືອດກຸບບີ B ດ່ວນ 2058655159.

20/09/2025

ບັນຫາຂີ້ເຫຍື້ອກ່ຽວພັນກັບ ສ.ສະອາດແນວໃດມາຕິດຕາມຮັບຟັງນຳກັນ

ທາງວິທະຍຸກະຈາຍສຽງແຫ່ງຊາດລາວ FM 103.7 Mhz🔊ແລະ ເພຊເຟສບຸກ lao national radio🎶
09/09/2025

ທາງວິທະຍຸກະຈາຍສຽງແຫ່ງຊາດລາວ FM 103.7 Mhz🔊ແລະ ເພຊເຟສບຸກ lao national radio🎶

Address

Xienggneun Village; Chanthabuly District
Vientiane

Website

Alerts

Be the first to know and let us send you an email when Yakhuyakhen-ຢາກຮູ້ຢາກເຫັນ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share